ໃນຕອນເຊົ້າວັນທີ 3ທັນວາ 2024 ທີ່ຫ້ອງຮັບແຂກ ຕຶກ 5 ຊັ້ນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ເຊິນ ຈົງລຽງ ຜູ້ກວດກາລະດັບສອງຂອງຄະນະສຶກສາຕໍ່ເນື່ອງ, ສະຖາບັນການປົກຄອງແຂວງຊານຕົງ, ສປ ຈີນ ພ້ອມດ້ວຍຄະນະ ເຊິ່ງມີຜູ້ເຂົ້າຮ່ວມ 16 ທ່ານ, ຍິງ 7 ທ່ານ.
ໃນວາລະດັ່ງກ່າວ ທ່ານ ເຊິນ ຈົງລຽງ ຜູ້ກວດກາລະດັບສອງຂອງຄະນະສຶກສາຕໍ່ເນື່ອງ, ສະຖາບັນການປົກ ຄອງແຂວງຊານຕົງ, ສປ ຈີນ ໄດ້ກ່າວຈຸດປະສົງໃນການລົງມາຄັ້ງນີ້ ກໍ່ເພື່ອຢ້ຽມຢາມຖາມຂ່າວ ແລະປຶກສາຫາລືການຮ່ວມມືຂອງທັງສອງຝ່າຍຮ່ວມກັນ, ພ້ອມກັນນັ້ນທັງສອງສະຖາບັນກໍ່ໄດ້ມີການລາຍງານສະພາບໂດຍຫຍໍ້ກ່ຽວກັບບົດບາດ, ພາລະໜ້າທີ່, ລະບົບການຈັດຕັ້ງຂອງສອງສະຖາບັນ, ພ້ອມທັງໄດ້ມີການແລກປ່ຽນຄໍາຄິດ, ຄໍາເຫັນກ່ຽວກັບການຮ່ວມມືຂອງທັງສອງຝ່າຍຮ່ວມກັນໃນອານາຄົດ. ເປັນຕົ້ນແມ່ນການແລກປ່ຽນອາຈານສອນ, ການແລກ ປ່ຽນການຄົ້ນຄວ້າວິທະຍາສາດ, ການແລກປ່ຽນການຢ້ຽມຍາມ ແລະວຽກງານອື່ນໆທີ່ກ່ຽວຂ້ອງ.
ໃນຕອນທ້າຍ ທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕາງໜ້າຄະນະໄດ້ກ່າວຄໍາຂອບໃຈພ້ອມທັງອວຍພອນມາຍັງ ທ່ານ ເຊິນ ຈົງລຽງ ຜູ້ກວດກາລະດັບສອງຂອງຄະນະສຶກສາຕໍ່ເນື່ອງ, ສະຖາບັນການປົກຄອງແຂວງຊານຕົງ, ສປຈີນ ພ້ອມດ້ວຍຄະນະທີ່ໃຫ້ກຽດລົງມາຢ້ຽມຢາມ ແລະແລກປ່ຽນບົດຮຽນໃນຄັ້ງນີ້.

ພາບ-ຂ່າວ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ