ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ສສ ຫວຽດນາມ
https://youtu.be/cfLvOQOcWSw
ໃນຕອນເຊົ້າຂອງວັນທີ 30 ກໍລະກົດ 2026, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍເອກະສານຫຼັກສູດທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ ປີ 2026) ຄື: ຂັ້ນຕົ້ນ, ຂັ້ນກາງ ແລະ ຂັ້ນສູງ ຜ່ານລະບົບກອງປະຊຸມທາງໄກ (Online) ໄປຍັງບັນດາໂຮງ ຮຽນການເມືອງ ແລະ ການປົກຄອງແຂວງ/ນະຄອນຫຼວງ ທົ່ວປະເທດ. ກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານ…
ໃນຕອນບ່າຍຂອງວັນສຸກ, ວັນທີ 31 ກໍລະກົດ 2026, ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະລັດທິສັງຄົມນິຍົມວິທະຍາສາດ ໄດ້ຈັດກອງປະຊຸມຮັບຮອງຕຳແໜ່ງວິຊາການຄູ ຂັ້ນຄະນະຢ່າງເປັນທາງການ. ພິທີດັ່ງກ່າວໄດ້ດຳເນີນໄປພາຍໃຕ້ການເປັນປະທານ ຂອງ ທ່ານ ປອ ຄຳໃບ ມາລາສິງ, ຄະນະປະຈຳພັກ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ, ທັງເປັນປະທານສະພາວິທະຍາສາດ ຂອງຄະນະ. ກອງປະຊຸມຄັ້ງນີ້ເປັນການຜັນຂະຫຍາຍແນວທາງນະໂຍບາຍ ຂອງພັກ-ລັດ ໃນການກໍ່ສ້າງ ແລະ ພັດທະນາຖັນແຖວພະນັກ ງານ-ຄູອາຈານ ໃຫ້ມີມາດຖານວິຊາການສູງ, ສົມຄູ່ກັບການເປັນສູນກາງຄົ້ນຄວ້າ ແລະ…
ໃນບັນຍາກາດອັນຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍອັນເລິກເຊິ່ງທາງດ້ານການເມືອງ-ແນວຄິດ, ໃນວັນທີ 31 ກໍລະກົດ 2026 ຜ່ານມານີ້, ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ໄດ້ຈັດ ພິທີປ້ອງກັນບົດຈົບຊັ້ນທິດສະດີການເມືອງຂັ້ນກາງ ຮຸ່ນທີ VI ຢ່າງເປັນທາງການ ຕາມຂໍ້ຕົກລົງອະນຸມັດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ສະບັບເລກທີ 1076/ສມປຊ, ລົງວັນທີ 24 ກໍລະກົດ 2026. ໃນພິທີອັນມີຄວາມໝາຍສໍາຄັນນີ້ ຖືເປັນຂີດໝາຍບາດກ້າວອັນສຳຄັນໃນການປະຕິບັດວຽກງານກໍ່ສ້າງ…