ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ໂຄງການ ເຊກ້າ (CEGAA) ຈັດຊຸດຝຶກອົບຮົມຍົກລະດັບທັກສະ “ຜູ້ເກັບກຳຂໍ້ມູນ” ໃຫ້ແກ່ພະນັກງານຄູ-ອາຈານ
ເພື່ອແນໃສ່ສ້າງທັກສະ ແລະ ຂີດຄວາມສາມາດໃນການລົງສະໜາມເກັບກຳຂໍ້ມູນພາກປະຕິບັດຕົວຈິງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຮ່ວມກັບ ໂຄງການ ເຊກ້າ (CEGAA) ໄດ້ຈັດຊຸດຝຶກອົບຮົມພາຍໃຕ້ຫົວຂໍ້: “ຫຼັກການສຳຄັນໃນການເປັນຜູ້ເກັບກຳຂໍ້ມູນ” ແລະ “ການເປັນນັກສຳພາດທີ່ດີ”. ການຝຶກອົບຮົມດັ່ງກ່າວ ໄດ້ຈັດຂຶ້ນເປັນເວລາ 2 ວັນທີ 7-8 ເມສາ 2026 ວັນ ທີ່ໂຮງແຮມສຸພັດຕາ. ພິທີດັ່ງກ່າວໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ອີຣິກ ເຮັກວິສຕ (Erik Hagqvist),…
