ໃນວັນທີ 7 ເມສາ 2026, ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ຈັດກອງປະຊຸມ ເພື່ອສະຫຼຸບການຈັດຕັ້ງປະຕິບັດວຽກງານຄົ້ນຄວ້າແນວຄິດໄກສອນ ພົມວິຫານ ປະຈຳປີ 2025 ແລະ ຜ່ານທິດທາງແຜນການເຄື່ອນໄຫວ ປະຈຳປີ 2026. ກອງປະຊຸມຄັ້ງນີ້ ບໍ່ພຽງແຕ່ເປັນການສະຫຼຸບຕີລາຄາຜົນງານທາງດ້ານວິທະຍາສາດເທົ່ານັ້ນ, ແຕ່ຍັງເປັນເຫດການການເມືອງທີ່ມີຄວາມໝາຍຍຸດທະສາດຢ່າງເລິກເຊິ່ງ ໃນການປົກປັກຮັກສາ, ເສີມຂະຫຍາຍ ແລະ ໝູນໃຊ້ພື້ນຖານແນວຄິດຂອງພັກ ເຂົ້າໃນພຶດຕິກຳຕົວຈິງຂອງການສ້າງສາພັດທະນາປະເທດຊາດ.
ກອງປະຊຸມດັ່ງກ່າວ ໄດ້ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ແລະ ທ່ານ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ. ພ້ອມນີ້, ພ້ອມດ້ວຍບັນດາສະຫາຍສະມາຊິກສະພາທິດສະດີສູນກາງພັກ, ຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ
ການຈັດກອງປະຊຸມຄັ້ງນີ້ ໄດ້ຢັ້ງຢືນຄືນອີກຄັ້ງໜຶ່ງເຖິງຄວາມເດັດດ່ຽວໜຽວແໜ້ນຂອງພັກ-ລັດ ໃນການຍຶດໝັ້ນລັດທິມາກ-ເລນິນ ແລະ ແນວຄິດໄກສອນ ພົມວິຫານ ເປັນພື້ນຖານແນວຄິດ ແລະ ເຂັມທິດເຍືອງທາງ. ໃນສະພາບການປ່ຽນແປງຂອງໂລກ ແລະ ພາກພື້ນທີ່ສືບຕໍ່ຜັນແປຢ່າງສະຫຼັບຊັບຊ້ອນ, ການລົງເລິກຄົ້ນຄວ້າແນວຄິດ ຂອງປະທານ ໄກສອນ ພົມວິຫານ ຢ່າງເປັນລະບົບ ແລະ ມີວິທະຍາສາດ ແມ່ນມາດຕະການອັນຮີບດ່ວນ ແລະ ຍາວນານ ເພື່ອສ້າງພູມຄຸ້ມກັນທາງດ້ານການເມືອງໃຫ້ແກ່ຖັນແຖວພະນັກງານ-ສະມາຊິກພັກ, ຕ້ານຄືນກົນອຸບາຍຫັນປ່ຽນໂດຍສັນຕິ ຂອງອິດທິກຳລັງປໍລະປັກ ແລະ ຮັບປະກັນການກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.
ສະຫາຍ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ ໄດ້ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຄົ້ນຄວ້າແນວຄິດໄກສອນ ພົມວິຫານ ປະຈໍາປີ 2025 ແລະທິດທາງແຜນການ ປະຈໍາປີ 2026 ແລະ ຜ່ານຮ່າງລາຍງານຜົນການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໃນໄລຍະທີ 1 ທີ່ປະຊຸມໄດ້ຕີລາຄາສູງຕໍ່ຜົນສຳເລັດໃນປີ 2025 ທີ່ຜ່ານມາ, ໂດຍສະເພາະແມ່ນຄວາມພະຍາຍາມ ຂອງຄະນະຮັບຜິດຊອບ ແລະ ບັນດານັກວິທະຍາສາດ ທີ່ໄດ້ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າບັນດາຫົວຂໍ້ສຳຄັນຕ່າງໆ ເຊິ່ງໄດ້ກາຍເປັນຂໍ້ມູນພື້ນຖານອັນໜັກແໜ້ນຮັບໃຊ້ໃຫ້ແກ່ການວາງແນວທາງ, ນະໂຍບາຍ ຂອງພັກໃນໄລຍະໃໝ່. ຜົນງານເຫຼົ່ານີ້ ແມ່ນໝາກຜົນຂອງການປະສົມປະສານລະຫວ່າງທິດສະດີ ແລະ ພຶດຕິກຳຕົວຈິງ, ສ່ອງແສງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວ ຂອງວຽກງານຄົ້ນຄວ້າທິດສະດີການເມືອງ ຂອງ ສປປ ລາວ. ສຳລັບທິດທາງແຜນການໃນປີ 2026: ກອງປະຊຸມໄດ້ກຳນົດທິດທາງຍຸດທະສາດທີ່ສຳຄັນ ໂດຍເນັ້ນໜັກໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຕ້ອງໄດ້ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນຕື່ມອີກ ເພື່ອສຸມໃສ່ຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມ ດັ່ງນີ້:
- ເລັ່ງລັດການຄົ້ນຄວ້າໄລຍະທີ 1 (2022-2026): ແຕ່ລະພາກສ່ວນ ແລະ ນັກວິທະຍາສາດ ຕ້ອງຂຸ້ນ ຂ້ຽວສຸມໃສ່ການຂຽນບົດວິທະຍາສາດທີ່ຍັງຄົງຄ້າງໃຫ້ສຳເລັດໂດຍໄວ ແລະ ມີຄຸນນະພາບສູງພາຍໃນປີ 2026, ເພື່ອເປັນບ່ອນອີງໃນການສ້າງບົດລາຍງານຜົນການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ສະເໜີຕໍ່ຄະນະບໍລິຫານງານສູນກາງພັກຮັບຊາບ ແລະ ພິຈາລະນາ.
- ການກະກຽມບາດກ້າວໃໝ່ ໄລຍະທີ 2 (2027-2029): ມອບໝາຍໃຫ້ສືບຕໍ່ສ້າງຮ່າງບົດວິພາກໂຄງ ການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄລຍະທີ 2 ໃຫ້ສຳເລັດ, ເຊິ່ງເປັນການຮັບປະກັນລັກສະນະສືບທອດ ແລະ ຕໍ່ເນື່ອງ ຂອງວຽກງານຄົ້ນຄວ້າທິດສະດີການເມືອງ.
- ຍົກສູງການປະສານງານ: ເພີ່ມທະວີຄວາມເອົາໃຈໃສ່ໃນການປະສານສົມທົບຢ່າງແໜ້ນແຟ້ນ ກັບບັນດາພາກສ່ວນທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ວຽກງານຄົ້ນຄວ້າມີຄວາມເລິກເຊິ່ງ, ກວ້າງຂວາງ ແລະ ສາມາດນຳໄປໝູນໃຊ້ເຂົ້າໃນການຮຽນ-ການສອນ ແລະ ການນຳພາ-ຊີ້ນຳຕົວຈິງ ຂອງພັກ-ລັດ ໄດ້ຢ່າງມີປະສິດທິຜົນ.
ໃນຕອນທ້າຍຂອງກອງປະຊຸມ, ຄະນະປະທານໄດ້ຮຽກຮ້ອງມາຍັງບັນດາສະຫາຍສະມາຊິກສະພາທິດສະດີ ແລະ ນັກວິທະຍາສາດທຸກທ່ານ ຈົ່ງເຊີດຊູສະຕິຊາດ, ນ້ຳໃຈປະຕິວັດ ແລະ ຄວາມຮັບຜິດຊອບ ຕໍ່ພັກ ຕໍ່ປະຊາຊົນ, ເປັນເຈົ້າການບຸກທະລຸທາງດ້ານຈິນຕະນາການ, ນຳໃຊ້ທ່າແຮງທາງດ້ານວິຊາການ ເພື່ອເຮັດໃຫ້ແນວຄິດໄກສອນ ພົມ ວິຫານ ກາຍເປັນກຳລັງແຮງຊຸກຍູ້ອັນມະຫາສານ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ຂ່າວ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
