ເພື່ອແນໃສ່ສ້າງທັກສະ ແລະ ຂີດຄວາມສາມາດໃນການລົງສະໜາມເກັບກຳຂໍ້ມູນພາກປະຕິບັດຕົວຈິງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຮ່ວມກັບ ໂຄງການ ເຊກ້າ (CEGAA) ໄດ້ຈັດຊຸດຝຶກອົບຮົມພາຍໃຕ້ຫົວຂໍ້: “ຫຼັກການສຳຄັນໃນການເປັນຜູ້ເກັບກຳຂໍ້ມູນ” ແລະ “ການເປັນນັກສຳພາດທີ່ດີ”. ການຝຶກອົບຮົມດັ່ງກ່າວ ໄດ້ຈັດຂຶ້ນເປັນເວລາ 2 ວັນທີ 7-8 ເມສາ 2026 ວັນ ທີ່ໂຮງແຮມສຸພັດຕາ.

         ພິທີດັ່ງກ່າວໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ອີຣິກ ເຮັກວິສຕ (Erik Hagqvist), ຫົວໜ້າແຜນງານ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ສິດທິມະນຸດ, ແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດິນ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGAA) ແລະ ທ່ານ ປທ ນ. ອານົງ ຂັນທະຍົງ ຮອງຫົວໜ້າຄະນະບໍລິຫານສາດ ສມປຊ. ພ້ອມດຽວກັນນີ້, ຍັງມີບັນດາພະນັກງານຄູ-ອາຈານ ຈາກ ສມປຊ ເຂົ້າຮ່ວມຈໍານວນ 20 ທ່ານ.

         ຊຸດຝຶກອົບຮົມຄັ້ງນີ້ ໄດ້ຮັບການບັນຍາຍ ແລະ ຖ່າຍທອດບົດຮຽນຈາກວິທະຍາກອນຜູ້ຊ່ຽວຊານຄື: ທ່ານ ຄຳຮູ້ ພັນລືເດດ, ຜູ້ຮ່ວມກໍ່ຕັ້ງ ແລະ ຫົວໜ້າທີມຄູຝຶກ ແລະ ທ່ານ ໂທນີ ແຄມເບວ, ຜູ້ຮ່ວມກໍ່ຕັ້ງ ແລະ ຫົວໜ້າຝ່າຍອອກແບບການຮຽນ ຈາກບໍລິສັດ ຄະຕະລິສຕ ພາດເນີ້.

         ທ່ານ ປທ ນ. ອານົງ ຂັນທະຍົງ ໄດ້ກ່າວວ່າ: ຈຸດປະສົງຫຼັກ ຂອງການຝຶກອົບຮົມ ແມ່ນເພື່ອກະກຽມຄວາມພ້ອມໃຫ້ແກ່ທີມງານຄູອາຈານ ໃນການລົງສະໜາມເກັບກຳຂໍ້ມູນ ເຊິ່ງຈະເປັນການປະກອບສ່ວນສຳຄັນເຂົ້າໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໃຫ້ມີຄວາມໂປ່ງໃສ ແລະ ຍຸຕິທຳ. ຕະຫຼອດໄລຍະການຝຶກອົບຮົມ, ນັກສຳມະນາກອນໄດ້ຮຽນຮູ້ຫຼາຍເນື້ອໃນສຳຄັນ ເຊັ່ນ:

  • ເຕັກນິກໃນການສື່ສານ
  • ວິທີການເກັບກຳຂໍ້ມູນໃນການສຳພາດທີ່ດີ
  • ການວິເຄາະວິໄຈຂໍ້ມູນ
  • ວິທີການບັນທຶກຂໍ້ມູນເພື່ອໃຫ້ໄດ້ຂໍ້ມູນທີ່ມີຄຸນນະພາບ

ພ້ອມນັ້ນ, ທ່ານ ຄຳຮູ້ ພັນລືເດດ ກໍໄດ້ຕີລາຄາສູງຕໍ່ຜົນສຳເລັດ ຂອງການຝຶກອົບຮົມໃນຄັ້ງນີ້ ໂດຍສັງເກດເຫັນວ່າ ນັກສຳມະນາກອນມີລະດັບການມີສ່ວນຮ່ວມທີ່ສູງຫຼາຍ, ມີຄວາມເປີດໃຈໃນການຮຽນຮູ້ເຕັກນິກໃໝ່ໆ ແລະ ສາມາດນຳໃຊ້ເຂົ້າໃນການປະຕິບັດຕົວຈິງໄດ້ເປັນຢ່າງດີ. ບັນຍາກາດລວມ ຂອງການຝຶກອົບຮົມທັງ 2 ວັນ ແມ່ນເຕັມໄປດ້ວຍຄວາມຄຶກຄື້ນ, ໜັກແໜ້ນ, ຈິງໃຈ ແລະ ສາມາດຖອດຖອນບົດຮຽນຮ່ວມກັນໄດ້ຢ່າງແທ້ຈິງ.

                                             ຂ່າວ: ປທ ຕາອັອດ ແສນທະວີສຸກ

                                             ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ