ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບ ຄະນະຊ່ຽວຊານຈາກ ມະຫາວິທະຍາໄລ Fulbright ສສ ຫວຽດນາມ ເພີ່ມທະວີການຮ່ວມມືດ້ານທິດສະດີ ແລະ ພຶດຕິກຳ ເພື່ອກະກຽມຄວາມພ້ອມຍົກລະດັບ ຜູ້ນຳບໍລິຫານລະດັບສູງ ຂອງ ສປປ ລາວ
ໃນຕອນແລງ ຂອງ ວັນທີ 2 ກຸມພາ 2026, ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ, ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຊ່ຽວຊານຈາກ ມະຫາວິທະຍາໄລ Fulbright (Fulbright…
