ໃນຕອນເຊົ້າຂອງວັນທີ 30 ມັງກອນ 2026 ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດພິທີປິດຊຸດຮຽນ ແລະ ມອບໃບປະກາສະນີຍະບັດ ໃຫ້ແກ່ນັກສຶກສາ 3 ລະບົບຮຽນ ຄື: ຊຸດບໍາລຸງທິດສະດີການເມືອງຂັ້ນສູງ ລະບົບເລັ່ງລັດ 45 ວັນ ຮຸ່ນທີ 1, ລະບົບທິດສະດີການເມືອງຂັ້ນກາງ ຮຸ່ນທີ V ລະບົບ 6 ເດືອນ ແລະ ລະບົບປະລິນຍາໂທການເມືອງ-ການປົກຄອງ ລະບົບ 2 ປີ ຮຸ່ນທີ 19.

         ພິທີດັ່ງກ່າວ ໄດ້ດໍາເນີນໄປຢ່າງສົມກຽດ ພາຍໃຕ້ການເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄໍາແສນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ, ອະດີດຫົວໜ້າ ສມປຊ. ເຂົ້າຮ່ວມໃນພິທີ ມີບັນດາທ່ານໃນຄະນະພັກ-ຄະນະນໍາ ສມປຊ, ແຂກຖືກເຊີນ, ຄູ-ອາຈານ, ພ້ອມດ້ວຍນັກສຶກສາທັງ 3 ລະບົບ ເຂົ້າຮ່ວມຢ່າງພ້ອມພຽງ.

         ໃນວາລະສໍາຄັນຂອງພິທີ, ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດແຜນການຮຽນ-ການສອນ. ທ່ານໄດ້ຍົກໃຫ້ເຫັນວ່າ: ເຖິງແມ່ນວ່າການດໍາເນີນການຮຽນ-ການສອນ ໃນໄລຍະຜ່ານມາ ຈະຢູ່ໃນຊ່ວງເວລາທີ່ມີຄວາມຫຍຸ້ງຍາກ ແລະ ທ້າທາຍຫຼາຍປະການ ຈາກສະພາບການຜັນແປຂອງໂລກ ແລະ ພາກພື້ນ, ບັນຫາເສດຖະກິດ-ການເງິນ, ໄພພິບັດທໍາມະຊາດ ທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ , ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຢ່າງໃກ້ຊິດ ຂອງຄະນະພັກ-ຄະນະນໍາ ສມປຊ, ຄວາມຮັບຜິດຊອບສູງ ຂອງຄູ-ອາຈານ ແລະ ຄວາມບຸກບືນຂອງນັກສຶກສາ, ເຮັດໃຫ້ການຮຽນ-ການສອນ ດໍາເນີນໄປດ້ວຍບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ຜ່ານການຄົ້ນຄວ້າຮໍ່າຮຽນ ແລະ ຝຶກຝົນຫຼໍ່ຫຼອມ, ສາມາດຕີລາຄາຄຸນນະພາບ ແລະ ຜົນສໍາເລັດຂອງແຕ່ລະລະບົບ ດັ່ງນີ້:

       1. ຊຸດບໍາລຸງທິດສະດີການເມືອງຂັ້ນສູງ ລະບົບເລັ່ງລັດ 45 ວັນ ຮຸ່ນທີ 1: ຊຸດຮຽນນີ້ ມີຄວາມສໍາຄັນຍິ່ງທາງດ້ານຍຸດທະສາດການກໍ່ສ້າງພະນັກງານ, ເຊິ່ງຜູ້ເຂົ້າຮຽນລ້ວນແຕ່ແມ່ນພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ທີ່ສໍາເລັດການສຶກສາວິຊາສະເພາະ ແຕ່ຍັງບໍ່ທັນມີໃບຢັ້ງຢືນທິດສະດີການເມືອງຂັ້ນສູງ. ມີຜູ້ສໍາເລັດການສຶກສາຈໍານວນ 28 ທ່ານ, ຍິງ 2 ທ່ານ. ໃນນັ້ນ ປະກອບມີຕໍາແໜ່ງສໍາຄັນ ເຊັ່ນ: ກໍາມະການສໍາຮອງສູນກາງພັກ 2 ທ່ານ, ຮອງເລຂາຄະນະບໍລິຫານງານພັກກະຊວງ-ແຂວງ 2 ທ່ານ ແລະ ກໍາມະການປະຈໍາພັກ/ກໍາມະການພັກ ອີກຈໍານວນຫຼາຍທ່ານ.

       2. ລະບົບທິດສະດີການເມືອງຂັ້ນກາງ ຮຸ່ນທີ V: ມີຜູ້ສໍາເລັດການສຶກສາ ຈໍານວນ 50 ທ່ານ, ຍິງ 18 ທ່ານ. ຜົນການປະເມີນ ແມ່ນຢູ່ໃນລະດັບທີ່ໜ້າເພິ່ງພໍໃຈຢ່າງຍິ່ງ ໂດຍມີນັກສຶກສາທີ່ຍາດໄດ້ຄະແນນສະສົມ ເກຼດ A (ດີເລີດ) ເຖິງ 45 ທ່ານ (ກວມ 90%) ແລະ ເກຼດ B+ (ດີຫຼາຍ) 5 ທ່ານ. ນັກສຶກສາສ່ວນຫຼາຍແມ່ນພະນັກງານຂັ້ນກາງ, ຫົວໜ້າ-ຮອງຫົວໜ້າພະແນກ ທີ່ເປັນກໍາລັງແຮງຫຼັກແຫຼ່ງຂອງບັນດາກະຊວງ.

         3. ລະບົບກໍ່ສ້າງປະລິນຍາໂທ ການເມືອງ-ການປົກຄອງ ລະບົບ 2 ປີ ຮຸ່ນທີ 19: ລະບົບນີ້ ເປັນການສ້າງນັກວິຊາການ ແລະ ຜູ້ບໍລິຫານທີ່ມີຄວາມຮູ້ເລິກເຊິ່ງທາງດ້ານທິດສະດີ. ມີຜູ້ທີ່ຜ່ານການຄົ້ນຄວ້າຮໍ່າຮຽນ ແລະ ປ້ອງກັນວິທະຍານິພົນຈົບຂັ້ນ ຊຶ່ງໄດ້ຮັບໃບປະກາສະນີຍະບັດໃນຄັ້ງນີ້ ຈໍານວນ 133 ທ່ານ, ຍິງ 24 ທ່ານ ໂດຍແບ່ງອອກເປັນ 7 ສາຂາວິຊາສະເພາະ ຄື: ປັດຊະຍາ, ເສດຖະສາດການເມືອງ, ຄຸ້ມຄອງເສດຖະກິດ, ລັດທິສັງຄົມນິຍົມວິທະຍາສາດ, ການເມືອງວິທະຍາ, ກໍ່ສ້າງພັກ ແລະ ບໍລິຫານການປົກຄອງ ຊຶ່ງຄຸນນະພາບຂອງຜົນການຮຽນ ເຊິ່ງມີນັກຮຽນເກັ່ງ ທີ່ມີຄະແນນສະເລ່ຍ 3.91 ຂຶ້ນໄປ (ປະເພດ I) ເຖິງ 80 ທ່ານ (ກວມ 60.15%), ປະເພດ II (3.80 ຂຶ້ນໄປ) ຈໍານວນ 11 ທ່ານ ແລະ ປະເພດ III (3.50 ຂຶ້ນໄປ) ຈໍານວນ 12 ທ່ານ.

         ໃນພິທີ, ຍັງໄດ້ມີການມອບໃບຍ້ອງຍໍ ໃຫ້ແກ່ນັກສຶກສາທີ່ມີຜົນການຮຽນດີເດັ່ນ, ມີຄຸນສົມບັດສິນທໍາປະຕິວັດດີ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນຂະບວນການຕ່າງໆ. ເຊິ່ງລວມມີການຍ້ອງຍໍນັກສຶກສາຮຽນເກັ່ງມີວິໄນດີ ປະເພດ1 ມີ 80 ທ່ານ, ຍິງ 24 ທ່ານ. ປະເພດ 2 ມີ 11 ທ່ານ, ຍິງ 1 ທ່ານ, ປະເພດ 3 ມີ 12 ທ່ານ, ຍິງ 1 ທ່ານ, ຍ້ອງຍໍ ຄະນະພັກ, ຄະນະຫ້ອງດີເດັ່ນ ປະເພດ 1 ມີ 8 ທ່ານ, ຍິງ 2 ທ່ານ, ປະເພດ 2 ມີ 1 ທ່ານ ແລະຫ້ອງຮຽນດີເດັ່ນ ປະເພດ 1 ມີ 1 ຫ້ອງ ປທ 19 ກ ແລະ ປະເພດ 2 ມີ ຫ້ອງຮຽນ ປທ 19 ຂ.

         ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ທ່ານ ຮສ ພູວົງ ອຸ່ນຄໍາແສນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ, ອະດີດຫົວໜ້າ ສມປຊ ໄດ້ໃຫ້ກຽດມອບໃບປະກາສະນິຍະບັດ ແລະ ໃບຍ້ອງຍໍ, ພ້ອມທັງໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ບັນດິດໃໝ່. ທ່ານປະທານພິທີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດທີ່ ຄູ-ອາຈານ ແລະ ນັກສຶກສາ ຍາດມາໄດ້. ທ່ານໄດ້ເນັ້ນໜັກວ່າ: ໃບປະກາສະນີຍະບັດທີ່ພວກສະຫາຍໄດ້ຮັບໃນມື້ນີ້ ບໍ່ແມ່ນພຽງແຕ່ໃບຢັ້ງຢືນທາງວິຊາການເທົ່ານັ້ນ, ແຕ່ມັນແມ່ນເຄື່ອງຢັ້ງຢືນເຖິງ “ຄຸນທາດການເມືອງ” ແລະ “ໂລກະທັດວິທະຍາສາດ” ຂອງພະນັກງານພັກ-ລັດ.

ທ່ານ ຮສ ພູວົງ ອຸ່ນຄໍາແສນ ໄດ້ເນັ້ນໜັກຕື່ມວ່າ:

  1. ຕ້ອງມີຄວາມໜັກແໜ້ນທາງດ້ານການເມືອງ: ນັກສຶກສາທຸກສະຫາຍ ເມື່ອກັບຄືນສູ່ກົມກອງທ້ອງຖິ່ນ ຕ້ອງເປັນແບບຢ່າງໃນການເຊື່ອໝັ້ນ ແລະ ຢຶດໝັ້ນໃນອຸດົມການຂອງພັກ, ມີຫຼັກໝັ້ນມິດ-ສັດຕູ ທີ່ຈະແຈ້ງ ແລະ ມີຄວາມເປັນເອກະພາບສູງຕໍ່ແນວທາງການປ່ຽນແປງໃໝ່ຂອງພັກ.
  2. ການໝູນໃຊ້ທິດສະດີເຂົ້າສູ່ພຶດຕິກໍາ: ຕ້ອງນໍາເອົາບົດຮຽນ ທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ຄວາມຮູ້ດ້ານການບໍລິຫານ ທີ່ໄດ້ຮຽນມາ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ. ຕ້ອງກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ແລະ ແກ້ໄຂບັນຫາທີ່ທ້າທາຍໃນປັດຈຸບັນ ຢ່າງມີວິທະຍາສາດ.
  3. ການຝຶກຝົນຫຼໍ່ຫຼອມຕົນເອງ: ຕ້ອງສືບຕໍ່ຄົ້ນຄວ້າຮໍ່າຮຽນ ບໍ່ຢຸດຢັ້ງ, ຮັກສາຄຸນສົມບັດສິນທໍາປະຕິວັດ, ຕ້ານປະກົດການຫຍໍ້ທໍ້ຕ່າງໆ, ເປັນເຈົ້າການໃນການສ້າງຄວາມສາມັກຄີພາຍໃນ ແລະ ເປັນຫຼັກແຫຼ່ງແກ່ນສານ ໃຫ້ແກ່ການຈັດຕັ້ງ.

         ພິທີປິດຊຸດຮຽນໃນຄັ້ງນີ້ ຖືເປັນຜົນສໍາເລັດອັນຈົບງາມ ຂອງ ສມປຊ ໃນການປະຕິບັດພາລະບົດບາດ ເປັນສູນກາງແຫ່ງການກໍ່ສ້າງ-ບໍາລຸງ ພະນັກງານນໍາພາ-ຄຸ້ມຄອງ ແລະ ນັກທິດສະດີການເມືອງ ຂອງພັກ ແລະ ລັດ, ປະກອບສ່ວນສໍາຄັນເຂົ້າໃນການສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ ເພື່ອຮັບໃຊ້ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່.

                                                               ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນາທິການ: ປທ ວຽງສະຫວັນ ຈັນທະວິໄຊ