Month: May 2025

ນັກສຶກສາທິດສະດີການເມືອງຂັ້ນກາງ ຮຸ່ນທີ IV ໄດ້ມອບປຶ້ມໃຫ້ຫໍສະໝຸດ ສມປຊ

    ໃນຕອນເຊົ້າ ຂອງວັນທີ 14 ພຶດສະພາ 2025 ທ່ານ ນາງ ວຽງນະຄອນ ໄຊເກີຢາຈົງຕົວ ນັກສຶກສາທິດສະດີການເມືອງຂັ້ນກາງ ຮຸ່ນທີ IV ໄດ້ມອບປຶ້ມໃຫ້ຫໍສະໝຸດ ສມປຊ ຈໍານວນ 29 ຫົວ ມູນຄ່າ 3.000.000 ກີບ, ໂດຍກ່າວຮັບ ທ່ານ ປທ ທະວີພອນ ສຸດທິວົງນໍລາດ, ຮອງຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ. ເຊິ່ງປຶ້ມດັ່ງກ່າວຖືເປັນບົດຮຽນທີ່ລໍ້າຄ່າຮັບໃຊ້ການຮຽນ-ການສອນໃຫ້ແກ່ລະບົບຮຽນຕ່າງໆ…

ວິທະຍຸໂທລະພາບສູນກາງຈີນ CMG ມອບປື້ມໃຫ້ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ໃນຕອນເຊົ້າ, ວັນທີ 14 ພຶດສະພາ 2025 ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີພິທີມອບຮັບປື້ມ ຈາກວິທະຍຸໂທລະພາບສູນກາງຈີນ ປະຈຳລາວ, ເຊິ່ງເປັນຜົນງານການຂຽນ ຂອງສະມາຄົມນັກປະພັນລາວ. ປື້ມທີ່ນຳມາມອບໃນມື້ນີ້ ປະກອບມີປື້ມ ເລື່ອງລາວຂອງບ້ານສິບແປດຖໍ້າ ຈຳນວນ 20 ຫົວ ແລະ ປື້ມເພິ່ນມາຈາກປະຊາຊົນ ຈຳນວນ 20 ຫົວ, ມອບໂດຍ ທ່ານ ນາງ ພອນວິໄລ ມູນລະດົກ, ຕາງໜ້າໃຫ້ວິທະຍຸໂທລະພາບສູນກາງຈີນ…

ພິທີເປີດຊຸດຝຶກອົບຮົມໄລຍະສັ້ນ ຫົວຂໍ້ສະເພາະ ໃຫ້ພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງ, ຊຸດທີ 2

    ໃນຕອນເຊົ້າ ວັນທີ 12 ພຶດສະພາ 2025 ຢູ່ທີ່ ຊັ້ນ 5 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດພິທີເປິດຊຸດເຝິກອົບຮົມໄລຍະສັ້ນໃຫ້ພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງ, ຊຸດທີ 2, ພາຍໃຕ້ການເປັນປະທານໂດຍ: ສະຫາຍ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ; ມີສະຫາຍ…

ພິທີປ້ອງກັນບົດຈົບຂັ້ນ ທິດສະດີການເມືອງຂັ້ນກາງ ຮຸ່ນທີ III ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ

    ໂດຍປະຕິບັດຕາມມະຕິ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການແຕ່ງຕັ້ງປະທານ, ຄະນະກຳມະການປ້ອງກັນບົດຈົບຂັ້ນ ທິດສະດີການເມືອງຂັ້ນກາງ ຮຸ່ນທີ III ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ເລກທີ 148/ຄປພຂ, ຊຽງຂວາງ, ວັນທີ 05 ພຶດສະພາ  2025.    ໃນຕອນເຊົ້າວັນທີ 6 ພຶດສະພາ 2025 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຈັດພິທີປ້ອງກັນບົດຈົບຂັ້ນ…