ໃນຕອນເຊົ້າ, ວັນທີ 14 ພຶດສະພາ 2025 ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີພິທີມອບຮັບປື້ມ ຈາກວິທະຍຸໂທລະພາບສູນກາງຈີນ ປະຈຳລາວ, ເຊິ່ງເປັນຜົນງານການຂຽນ ຂອງສະມາຄົມນັກປະພັນລາວ.

ປື້ມທີ່ນຳມາມອບໃນມື້ນີ້ ປະກອບມີປື້ມ ເລື່ອງລາວຂອງບ້ານສິບແປດຖໍ້າ ຈຳນວນ 20 ຫົວ ແລະ ປື້ມເພິ່ນມາຈາກປະຊາຊົນ ຈຳນວນ 20 ຫົວ, ມອບໂດຍ ທ່ານ ນາງ ພອນວິໄລ ມູນລະດົກ, ຕາງໜ້າໃຫ້ວິທະຍຸໂທລະພາບສູນກາງຈີນ ປະຈຳລາວ ແລະ ຮັບໂດຍ  ທ່ານ ປອ ນາງ ໄກສອນ ຈັນສີນາ, ຄະນະບໍລິຫານງານພັກ, ຫົວໜ້າຫ້ອງການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

ປື້ມເຫຼັ້ມທີ 1 ປື້ມ “ເລື່ອງລາວຂອງບ້ານສິບແປດຖໍ້າ” ແມ່ນເວົ້າເຖິງສະຖານທີ່ແຫ່ງໜຶ່ງທີ່ມີບ້ານ 18 ຖໍ້າ ຊ່ຽງຊີ່ ແຂວງຫູໜານ ສປ ຈີນ, ເປັນບ້ານເຜົ່າມົ້ງເກົ່າແກ່ອ້ອມດ້ວຍພູຂຽວນ້ຳໃສ ທີ່ສວຍສົດງົດງາມ ເຮືອໄມ້ລຽງລາຍກັນ, ຫຼັງຄາເຮືອນມຸງດ້ວຍດິນຂໍຕິດຕໍ່ກັນເໝືອນກັບແກັດປາ.

ແລະປື້ມເຫຼັ້ມທີ 2 ປື້ມ “ເພິ່ນມາຈາກປະຊາຊົນ” ແມ່ນປະພັນຈາກມຸມມອງຂອງນັກປະພັນລາວ, ໄດ້ນຳໃຊ້ຄໍາເວົ້າສັບສຳນວນທີ່ສະໜິດ ສະໜົມ ແລະ ເຂົ້າໃຈງ່າຍ ຂຽນເປັນ 5 ພາກ ຄື: ມາຈາກປະຊາຊົນ, ຢູ່ທ່າມກາງປະຊາຊົນ, ເຮັດທຸກສິ່ງທຸກຢ່າງເພື່ອປະຊາຊົນ, ຜົນປະໂຫຍດຂອງປະຊາຊົນຢູ່ເໜືອທຸກສິ່ງທຸກຢ່າງ, ເພື່ອປະຊາຊົນຫຼາຍກວ່າເກົ່າ ໂດຍໄດ້ເລົ່າເລື່ອງລາວ ກ່ຽວກັບການເຕີບໂຕ ແລະ ເຮັດວຽກງານການເມືອງ ຂອງທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ເນື້ອໃນມີຄວາມຈິງໃຈຢ່າງມີຊີວິດຊີວາ ເຊິ່ງໄດ້ສະແດງໃຫ້ເຫັນເຖິງມົນສະເໜດ້ານບຸກຄະລິກກະພາບ ແລະ ແບບແຜນການເປັນຜູ້ນຳທີ່ “ບໍ່ຄິດເພື່ອຕົນເອງ” ບໍ່ເຮັດໃຫ້ປະຊາຊົນຜິດຫວັງ.

ການມາມອບປື້ມໃນຄັ້ງນີ້ ຫວັງວ່າຈະເຮັດໃຫ້ຜູ້ອ່ານເຂົ້າໃຈຢ່າງເລິກເຊິ່ງກວ່າເກົ່າຕໍ່ບົດຮຽນອັນສຳຄັນໃນປື້ມສອງເຫຼັ້ມນີ້ ໂດຍສະເພາະແມ່ນພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເພື່ອຈະສ້າງໃຫ້ມີວິໄສທັດທີ່ກ້າວໄປສູ່ສິ່ງທີ່ສູງສົ່ງ ແລະມີພະລັງແຮງທ່າບວກ, ຈະຍົກສູງທັດສະນະ ກ່ຽວກັບຜົນງານບໍລິ ຫານການເມືອງ ທີ່ເຮັດທຸກສິ່ງທຸກຢ່າງເພື່ອປະຊາຊົນ, ມີຄວາມຍຸຕິທຳ ແລະບໍ່ເຫັນແກ່ຜົນປະໂຫຍດສ່ວນຕົວ.

ພາບ/ຂ່າວ: ສຸກສະຫວັດ ເພັດພູທອນ

ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ