ໂດຍປະຕິບັດຕາມມະຕິ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການແຕ່ງຕັ້ງປະທານ, ຄະນະກຳມະການປ້ອງກັນບົດຈົບຂັ້ນ ທິດສະດີການເມືອງຂັ້ນກາງ ຮຸ່ນທີ III ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ເລກທີ 148/ຄປພຂ, ຊຽງຂວາງ, ວັນທີ 05 ພຶດສະພາ 2025.
ໃນຕອນເຊົ້າວັນທີ 6 ພຶດສະພາ 2025 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຈັດພິທີປ້ອງກັນບົດຈົບຂັ້ນ ທິດສະດີການເມືອງຂັ້ນກາງ ຮຸ່ນທີ III ໂດຍການເປັນປະທານ ຂອງທ່ານ ໜໍບີຫາ ຕົ່ງປາວ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານແນວຄິດ-ທິດສະດີຂັ້ນແຂວງ ແລະທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ, ມີພະນັກງານຄູ-ອາຈານ, ມີຄະນະກຳມະການປ້ອງກັນບົດ ແລະນັກສຶກສາເຂົ້າຮ່ວມທັງໝົດ 81 ສະຫາຍ, ຍິງ 29 ສະຫາຍ, ໃນພິທີຄະນະຮັບຜິດຊອບ ໄດ້ຂຶ້ນຜ່ານມະຕິ ວ່າດ້ວຍການແຕ່ງຕັ້ງປະທານ, ຄະນະກຳມະການປ້ອງກັນບົດຈົບຂັ້ນ ທິດສະດີການເມືອງຂັ້ນກາງ ຮຸ່ນ III ເຊິ່ງທາງໂຮງຮຽນໄດ້ແບ່ງອອກເປັນ 3 ກຸ່ມວິຊາ ຄື: ກຸ່ມຂົງເຂດການເມືອງ, ກຸ່ມຂົງເຂດວຽກງານເສດຖະສາດການເມືອງ ແລະຄຸ້ມຄອງເສດຖະກິດ ແລະກຸ່ມຂົງເຂດວຽກງານປົກຄອງ. ຈາກນັ້ນໄດ້ຮັບຟັງການຜ່ານບົດລາຍງານສະພາບການຂຽນບົດປ້ອງກັນຈົບຂັ້ນ ຂອງນັກສຶກສາລະບົບທິດສະດີການເມືອງຂັ້ນກາງ ຮຸ່ນທີ III ໂດຍຫຍໍ້. ໃນຕອນທ້າຍພິທີ ທ່ານປະທານໄດ້ມີຄໍາເຫັນໂອ້ລົມ, ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ທີ່ໄດ້ພ້ອມກັນສໍາເລັດໃນການຮໍ່າຮຽນ, ມີຄວາມຮັບຜິດຊອບສູງ, ຕັ້ງໃຈສິດສອນ ແລະຂຶ້ນຫ້ອງສິດສອນ ນໍາເອົາຄວາມຮູ້, ຄວາມສາມາດ ເພື່ອນໍາໃຊ້ເຂົ້າໃນການຂຽນບົດປ້ອງກັນຈົບຂັ້ນ ໂດຍສະເພາະແມ່ນຮູ້ນໍາໃຊ້ວິທີວັດຖຸນິຍົມສັດຈະວິພາກ ຂອງທິດສະດີ ມາກ-ເລນິນ, ວິທີການສະຫຼຸບສັງລວມ, ຕີລາຄາສົມທຽບຕ່າງໆ ເຂົ້າໃນພຶດຕິກຳຕົວຈິງ ທີ່ເປັນບັນຫາຕັ້ງຂຶ້ນ ຢູ່ໃນກົມກອງທ້ອງຖິ່ນ ຂອງຕົນ ແລະສັງຄົມ ໃນໄລຍະຜ່ານມາ ກໍຄືປັດຈຸບັນ ເພື່ອຊອກຫາທິດທາງ ແລະພ້ອມກັນແກ້ໄຂບັນຫາຕ່າງໆ ໃນຕໍ່ໜ້າ ໃຫ້ເກີດປະໂຫຍກສູງສຸດ. ເພື່ອເຮັດໃຫ້ພິທີປ້ອງກັນບົດຈົບຂັ້ນ ທິດສະດີການເມືອງຂັ້ນກາງ ຮຸ່ນທີ III ມີຄວາມໝາຍ, ຄວາມສໍາຄັນເລິກເຊິ່ງ ແລະບັນລຸສໍາເລັດຕາມຄາດໝາຍ ພິທີດັ່ງກ່າວໄດ້ດໍາເນີນເປັນເວລາ ວັນເຄິ່ງ ຈຶ່ງໄດ້ປະສົບຜົນສໍາເລັດຢ່າງຈົບງາມ.
ພາບ/ຂ່າວ: ນາງ ຄໍາເພັດ ບຸນນະຈັນ
(ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ)
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ