ໃນຕອນເຊົ້າ ວັນທີ 12 ພຶດສະພາ 2025 ຢູ່ທີ່ ຊັ້ນ 5 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດພິທີເປິດຊຸດເຝິກອົບຮົມໄລຍະສັ້ນໃຫ້ພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງ, ຊຸດທີ 2, ພາຍໃຕ້ການເປັນປະທານໂດຍ: ສະຫາຍ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ; ມີສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ; ມີສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະພັກ ຄະນະນໍາ ສປມຊ; ມີບັນດາຫົວໜ້າກົມ, ຄະນະກົມ ພາຍໃນ ສມປຊ; ມີບັນດາພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງ ຈາກພາກສ່ວນຕ່າງໆໃນຂອບເຂດທົ່ວປະເທດ ເຂົ້າຮ່ວມທັງໝົດ 60 ກວ່າສະຫາຍ ແລະມີນັກເຝິກອົບຮົມເຂົ້າຮ່ວມ 47 ສະຫາຍ, ຍິງ 9 ສະຫາຍ.
ຈຸດປະສົງ ຂອງການຈັດຊຸດອົບຮົມແມ່ນເພື່ອສະໜອງຂໍ້ມູນທາງດ້ານທິດສະດີ ແລະພຶດຕິກຳໃໝ່ ໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງຂັ້ນສູງ, ແນໃສ່ຍົກສູງຄວາມຮັບຮູ້ ແລະສ້າງການຫັນປ່ຽນໃໝ່ໃນການເຄື່ອນໄຫວນຳພາ-ຊີ້ນຳ ຂອງພະນັກງານນຳພາຄຸ້ມຄອງຂັ້ນສູງ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ;ຍົກສູງຄວາມສາມາດນໍາພາ ແລະຄວາມເປັນແບບຢ່າງນໍາໜ້າຂອງພະນັກງານນຳພາ-ຄຸ້ມຄອງ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ແຜນພັດທະນເສດຖະກິດ-ສັງຄົມ, ລະບຽບກົດໝາຍຂອງລັດ ເຂົ້າໃນເງື່ອນໄຂຕົວຈິງຂອງແຕ່ລະທ້ອງຖິ່ນຢ່າງຖືກຕ້ອງ, ສອດຄ່ອງ ແລະນຳພາ-ຊີ້ນຳການຈັດຕັ້ງປະຕິບັດຕົວຈິງ ໃນແຕ່ລະໄລຍະໃຫ້ມີປະສິດທິພາບ ແລະປະສິດທິຜົນສູງ.
ຕະຫຼອດໄລຍະຝຶກອົບຮົມ ຈະໄດ້ຮັບຟັງການບັນຍາຍເອກະສານ ແລະແລກປ່ຽນບົດຮຽນ ກັບບັນດາການນໍາຂັ້ນສູງ ຂອງພັກ ໂດຍກົງ. ນຳໃຊ້ວິທີແລກປ່ຽນຄໍາຄິດ-ຄໍາເຫັນ ຕິດພັນກັບການນຳໃຊ້ຄວາມຮູ້ທິດສະດີ ເພື່ອແກ້ໄຂວຽກງານຕ່າງໆ, ພ້ອມກັນນັ້ນ ກໍຍັງເປັນການເສີມຂະຫຍາຍບົດຮຽນທີ່ຕັ້ງໜ້າ ຂອງການນຳພາ ແລະຄຸ້ມຄອງ ຂອງຕົນຮັບຜິດຊອບໃນໄລຍະຜ່ານມາ, ສົມທົບ ລະຫວ່າງ ການຟັງການບັນຍາຍເອກະສານ ແລະສົນທະນາແລກປ່ຽນບົດຮຽນ; ດ້ານພຶດຕິກຳ ຄະນະຮັບຜິດຊອບໄດ້ຂຶ້ນແຜນໃຫ້ຊຸດຮຽນໄດ້ລົງທັດສະນະສຶກສາຢູ່ຕ່າງແຂວງ ໃນອາທິດທີ 3 ຂອງການຝຶກອົບຮົມ. ການຝຶກອົບຮົມ ແມ່ນເລີ່ມແຕ່ ວັນທີ 12 ພຶດສະພາ ເຖິງ 30 ພຶດສະພາ 2025 (ໃຊ້ເວລາ 15 ວັນ ໂດຍບໍ່ນັບ ວັນເສົາ-ອາທິດ).
ໃນຕອນທ້າຍພິທີ ສະຫາຍ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ມີຄໍາເຫັນໂອ້ລົມຕໍ່ນັກຝຶກອົບຮົມທັງໝົດ ຊຶ່ງໄດ້ເນັ້ນໜັກບາງເນື້ອໃນສໍາຄັນ ຄື:
- ຮຽກຮ້ອງມາຍັງນັກເຝິກອົບຮົມ ຈົ່ງຮັບຮູ້ແຈ້ງຕໍ່ໜ້າທີ່, ຄວາມຮັບຜິດຊອບຂອງຕົນ, ຮໍ່າຮຽນຢ່າງເຂັ້ມງວດ, ຮັບຟັງຢ່າງຄົບຖ້ວນ, ດ້ວຍຈິດໃຈສະຫງຽມຄ່ຽມຄົມ; ຫັນຂະບວນການຮຽນເປັນຂະບວນການຮຽນດ້ວຍຕົນເອງ, ຄົ້ນຄວ້າດ້ວຍຕົນເອງໃຫ້ຫຼາຍ, ເປັນເຈົ້າການ, ຕື່ນຕົວ, ຄຶດຫງໍາຕາມການເຈາະຈີ້ມ, ກຳນົດທິດ ຂອງຜູ້ບັນຍາຍ;
- ຈົ່ງຊອກອ່ານເອກະສານອື່ນຕື່ມ ເພື່ອເປີດກວ້າງຄວາມຮູ້, ຮັບເອົາຂໍ້ມູນຂ່າວສານ, ພະຍາຍາມຄິດຫງໍາ, ໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງ ໃຫ້ສອດຄ່ອງກັບໜ້າທີ່ວຽກງານຂອງຕົນ ແລະເວລາຮຽນຕ້ອງເອົາໃຈໃສ່ສົມທົບ ລະຫວ່າງ ທິດສະດີ ກັບພຶດຕິກຳ;
- ຕ້ອງມີຄວາມເປັນເຈົ້າການ, ຄວາມຕັດສິນໃຈ, ຢາກຄົ້ນຄວ້າ ຢາກຮໍ່າຮຽນ ແລະຂໍໃຫ້ຖືການຮຽນແມ່ນຄວາມຮັບຜິດຊອບ ທີ່ເກີດຈາກຄວາມຕັດສິນໃຈອັນສູງສົ່ງ ແລະເດັດດ່ຽວຂອງພວກເຮົາ ຈຶ່ງຈະເກີດຜົນປະໂຫຍດສູງສຸດ, ພວກເຮົາຈຶ່ງມີຄວາມຮູ້ຢ່າງເລິກເຊິ່ງ;
- ຮຽນທິດສະດີ ຍາມໃດກໍຕ້ອງຕິດພັນກັບການປັບປຸງ, ປ່ຽນແປງຕົນເອງໄປພ້ອມກັນ, ໝາຍວ່າ ໃຫ້ຮັບຮູ້ທິດສະດີ, ເອົາທິດສະດີເຍືອງໃສ່ພຶດຕິກຳການຈັດຕັ້ງປະຕິບັດໃນຜ່ານມາ, ອັນໃດບໍ່ຖືກ, ບໍ່ສອດຄ່ອງໃນພຶດຕິກຳ ພວກເຮົາຕ້ອງປັບປ່ຽນຕົນເອງ ເລີ່ມຈາກຈິນຕະນາການ ກ້າວໄປສູ່ການກະທໍາຕົວຈິງ, ໝາຍວ່າຕ້ອງເຮັດໃນສິ່ງທີ່ຖືກຕ້ອງຕາມລະບຽບ, ກົດໝາຍ;
ຮຽກຮ້ອງໃຫ້ຄະນະຮັບຜິດຊອບຊຸດຝຶກອົບຮົມ ເພີ່ມທະວີການໃກ້ຊິດຕິດແທດ, ມີການປະສານສົມທົບພາກ ສ່ວນທີ່ກ່ຽວຂ້ອງຢ່າງກົມກຽວ, ປຶກສາຫາລື, ຖອດຖອນບົດຮຽນເປັນແຕ່ລະໄລຍະ, ຊອກໃຫ້ເຫັນບັນຫາ ແລະມີວິທີແກ້ໄຂບັນຫາທີ່ຕັ້ງຂຶ້ນ ໃຫ້ສອດຄ່ອງ ແລະມີປະສິດທິຜົນສູງ. ພ້ອມກັນນັ້ນ, ສະຖາບັນ ຈົ່ງສ້າງເງື່ອນໄຂອໍານວຍຄວາມສະດວກທາງດ້ານການກິນຢູ່, ພັກເຊົາ, ການໄປ-ມາ, ຮັບປະກັນໃຫ້ຜູ້ຮຽນ ໄດ້ຮຽນຢ່າງເປັນລະບົບ ແລະສະໝໍ່າສະເໝີ.

ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ