ໃນຕອນເຊົ້າ ຂອງວັນທີ 14 ພຶດສະພາ 2025 ທ່ານ ນາງ ວຽງນະຄອນ ໄຊເກີຢາຈົງຕົວ ນັກສຶກສາທິດສະດີການເມືອງຂັ້ນກາງ ຮຸ່ນທີ IV ໄດ້ມອບປຶ້ມໃຫ້ຫໍສະໝຸດ ສມປຊ ຈໍານວນ 29 ຫົວ ມູນຄ່າ 3.000.000 ກີບ, ໂດຍກ່າວຮັບ ທ່ານ ປທ ທະວີພອນ ສຸດທິວົງນໍລາດ, ຮອງຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ. ເຊິ່ງປຶ້ມດັ່ງກ່າວຖືເປັນບົດຮຽນທີ່ລໍ້າຄ່າຮັບໃຊ້ການຮຽນ-ການສອນໃຫ້ແກ່ລະບົບຮຽນຕ່າງໆ ຂອງສະຖາບັນ ເປັນຕົ້ນແມ່ນພະນັກງານ, ຄູ-ອາຈານ, ນັກສຶກສາ, ນັກຄົ້ນຄວ້າ ແລະນັກປັນຍາຊົນທັງພາຍໃນ ແລະນອກສະຖາບັນ.
ພາບ/ຂ່າວ :ພະແນກຫໍສະໝຸດ