ໜ່ວຍພັກຮາກຖານ ກົມຈັດຕັ້ງ-ກົມກວດກາ ຈັດພິທີຮັບມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ແລະ ເຊື່ອມຊຶມເອກະສານສຳຄັນຂອງພັກ-ລັດ
ໜ່ວຍພັກຮາກຖານ ກົມຈັດຕັ້ງ ແລະ ກົມກວດກາ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດພິທີຮັບມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ແລະ ຈັດຕັ້ງການເຊື່ອມຊຶມເອກະສານສຳຄັນຕ່າງໆຂອງພັກ-ລັດ ໃນຕອນເຊົ້າຂອງວັນທີ 28 ສິງຫາ 2026. ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ໂອ້ລົມໂດຍ ສະຫາຍ ປອ ຄຳໃບ ມາລາສິງ ຄະນະປະຈຳພັກ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ; ພ້ອມນີ້, ຍັງມີ ສະຫາຍ ປອ ນາງ…
