
ບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະທົ່ວປວງຊົນລາວທັງຊາດ ກຳລັງສຸມໃສ່ຈັດຕັ້ງປະຕິບັດມະຕິຕົກລົງຂອງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກຢ່າງຕັ້ງໜ້າ, ໃນວັນທີ 12 ຕຸລາ 2026 ນີ້ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດພິທີເປີດຊຸດຝຶກອົບຮົມຫົວຂໍ້ສະເພາະ ສໍາລັບເລຂາພັກເມືອງຊຸດທີ IX ຢ່າງເປັນທາງການ.
ໃຫ້ກຽດເຂົ້າຮ່ວມ ແລະເປັນປະທານໃນພິທີດັ່ງກ່າວ ໂດຍ: ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພ້ອມດ້ວຍຄະນະພັກ, ຄະນະນຳ, ຄູ-ອາຈານ ແລະບັນດາເລຂາພັກເມືອງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.


ຊຸດຝຶກອົບຮົມໃນຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 49 ທ່ານ (ຍິງ 4 ທ່ານ) ຊຶ່ງເປັນພະນັກງານນຳພາຫຼັກແຫຼ່ງລະດັບເມືອງ ໃນຂອບເຂດທົ່ວປະເທດ. ໃນພິທີເປີດ, ທ່ານ ປອ ພອນວິໄລ ພົມວຽງໄຊ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຜ່ານແຜນການຮຽນ-ການສອນ ແລະໂຄງປະກອບຫຼັກສູດ ທີ່ຮັບໄດ້ຮັບການປັບປຸງໃໝ່ຢ່າງມີຈຸດສຸມ. ຫຼັກສູດຊຸດນີ້ ໄດ້ຖືກຍົກລະດັບເນື້ອໃນຈາກ 10 ຫົວຂໍ້ ຂຶ້ນເປັນ 15 ຫົວຂໍ້ສຳຄັນ; ໂດຍເນັ້ນໃສ່ການເຊື່ອມຊຶມທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ວຽກງານກໍ່ສ້າງພັກ-ພະນັກງານ, ການຄຸ້ມຄອງລັດ ແລະຄຸ້ມຄອງເສດຖະກິດ-ສັງຄົມ ຕາມທິດສ້າງລັດທີ່ປົກຄອງດ້ວຍກົດໝາຍ, ການພັດທະນາເສດຖະ ກິດ-ສັງຄົມຕິດພັນກັບການຮັກສາສິ່ງແວດລ້ອມແບບຍືນຍົງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ການບໍລິຫານໄພພິບັດ, ຕະຫຼອດຮອດການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ.




ໃນໂອກາດນີ້, ທ່ານ ປອ ອານຸພາບ ຕຸນາລົມ ໄດ້ເນັ້ນໜັກໃນບົດໂອ້ລົມ ແລະປະກາດເປີດຊຸດຝຶກອົບຮົມຢ່າງເປັນທາງການວ່າ: ທ່າມກາງສະພາບການຂອງໂລກ ແລະພາກພື້ນທີ່ຜັນແປຢ່າງສັບສົນ ພ້ອມທັງຄວາມທ້າທາຍທາງດ້ານເສດຖະກິດ-ການເງິນ ແລະໄພຂົ່ມຂູ່ທາງດ້ານແນວຄິດ-ທັດສະນະໃນປັດຈຸບັນ, ພ້ອມທັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍເລຂາພັກເມືອງເຊິ່ງເປັນ “ເສນາທິການຂັ້ນຮາກຖານ” ຕ້ອງໄດ້ຮັບການຍົກລະດັບທັງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ວິໄສທັດ ແລະສີລະປະໃນການນຳພາ-ຄຸ້ມຄອງ ໃຫ້ມີຄວາມເຂັ້ມແຂງ, ກ້າຄິດ, ກ້າຮຽນ, ກ້າເຮັດ ແລະກ້າຮັບຜິດຊອບ.
ໃນບົດໂອ້ລົມ ແລະບົດກ່າວເປີດ ຂອງທ່ານ ປອ ອານຸພາບ ຕຸນາລົມ ໄດ້ເນັ້ນໜັກເຖິງປະເດັນສຳຄັນຕ່າງໆ ດັ່ງນີ້:

ສະພາບການ ແລະຄວາມຮຽກຮ້ອງຕ້ອງການທາງດ້ານການເມືອງ: ທ່ານໄດ້ຍົກໃຫ້ເຫັນວ່າ ທາມກາງສະພາບການຂອງໂລກ ແລະພາກພື້ນ ທີ່ຜັນແປຢ່າງສັບສົນ, ໄວວາ ແລະຄາດເດົາໄດ້ຍາກ ພ້ອມທັງມີຄວາມທ້າທາຍທາງດ້ານເສດຖະກິດ-ການເງິນ, ຄ່າຄອງຊີບສູງ ແລະໄພຂົ່ມຂູ່ທາງດ້ານແນວຄິດ-ທັດສະນະ ແລະໄດ້ຮຽກຮ້ອງໃຫ້ເລຂາພັກເມືອງ ຕ້ອງໄດ້ຮັບການຍົກລະດັບຄວາມຮູ້, ຄວາມສາມາດ, ວິຊາສະເພາະ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະສີລະປະໃນການນຳພາ-ຄຸ້ມຄອງ ໃຫ້ກາຍເປັນຄະນະນຳທີ່ເຂັ້ມແຂງ, ມີວິໄສທັດ, ກ້າຄິດ, ກ້າຮຽນ, ກ້າເຮັດ ແລະກ້າຮັບຜິດຊອບ.
– ຕໍ່ກັບຜູ້ເຂົ້າຝຶກອົບຮົມ:
1. ໃຫ້ເອົາໃຈໃສ່ຮຽນຮູ້ດ້ວຍຄວາມຮັບຜິດຊອບສູງ, ສຸມສະຕິປັນຍາ, ເວລາ ແລະສຸຂະພາບໂດຍຖືວ່າການມາຝຶກອົບຮົມແມ່ນໂອກາດອັນດີເລີດໃນການ “ພູນສ້າງທາງສະຕິປັນຍາ” ແລະ “ຖອດຖອນບົດຮຽນ” ພ້ອມທັງປະຕິບັດລະບຽບ ແລະກົດລະບຽບຂອງສະຖາບັນຢ່າງເຂັ້ມງວດ.
2. ເນັ້ນການແລກປ່ຽນ-ສົນທະນາ ແລະຖອດຖອນບົດຮຽນຕົວຈິງ ໂດຍປ່ຽນຮູບແບບຈາກການ “ຟັງຢ່າງດຽວ” ມາເປັນການ “ສົນທະນາ ແລະແລກປ່ຽນ” ນຳເອົາບັນຫາທີ່ພົບພໍ້ໃນພຶດຕິກຳຕົວຈິງຂອງທ້ອງຖິ່ນ ມາແລກປ່ຽນເພື່ອຊອກຫາທາງອອກທີ່ດີທີ່ສຸດ.
3. ເອົາຄວາມຮູ້, ບົດຮຽນ ແລະທັກສະທີ່ໄດ້ຮັບ ໄປຜັນຂະຫຍາຍ ແລະຈັດຕັ້ງປະຕິບັດເປັນແຜນງານ, ໂຄງການຕົວຈິງ ເພື່ອພັດທະນາເມືອງຂອງຕົນ ໃຫ້ມີການປ່ຽນແປງທີ່ດີຂຶ້ນຢ່າງຊັດເຈນ ແລະສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ.
– ຕໍ່ກັບຄູ-ອາຈານ ແລະຄະນະຮັບຜິດຊອບຊຸດຝຶກອົບຮົມ:
1. ຂໍໃຫ້ຄູ-ອາຈານ ເອົາໃຈໃສ່ຖ່າຍທອດຄວາມຮູ້, ບົດຮຽນ ແລະເຕັກນິກການນຳພາ ຢ່າງເປີດກວ້າງ, ເຂົ້າເຖິງ ແລະມີວິທະຍາສາດ ເພື່ອສ້າງບັນຍາກາດການຮຽນ-ການສອນໃຫ້ຟົດຟື້ນ ແລະເປີດອົກເປີດໃຈ.
2. ຂໍໃຫ້ຄະນະຮັບຜິດຊອບ ເອົາໃຈໃສ່ອຳນວຍຄວາມສະດວກຮອບດ້ານ ເພື່ອໃຫ້ຊຸດຝຶກອົບຮົມດຳເນີນໄປຢ່າງມີປະສິດທິຜົນ, ຮັບປະກັນຄວາມປອດໄພ ແລະຄວາມເປັນລະບຽບຮຽບຮ້ອຍຕະຫຼອດໄລຍະເວລາ.
ຊຸດຝຶກອົບຮົມຫົວຂໍ້ສະເພາະ ສໍາລັບເລຂາພັກເມືອງ ຊຸດທີ IX ນີ້ ຈະດຳເນີນໄປເປັນເວລາ 10 ວັນລັດຖະການ (ລະຫວ່າງວັນທີ 12-23 ຕຸລາ 2026) ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍມີການສຳມະນາເປັນກຸ່ມ, ການລົງທັດສະນະສຶກສາຕົວຈິງ ແລະປະເມີນຜົນຢ່າງເປັນລະບົບ.


———————-
ຂ່າວ, ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ບຸນປັນ ສຸມຸນທອງ
