ໃນວັນທີ 13 ຕຸລາ 2026, ບັນຍາກາດການພົວພັນຮ່ວມມືອັນເປັນມູນເຊື້ອ ແລະ ຄວາມສາມັກຄີພິເສດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໄດ້ຮັບການຮັດແໜ້ນຂຶ້ນ ໄປອີກກ້າວໜຶ່ງຢ່າງຈົງຈັກ ແລະ ມີຄວາມໝາຍເລິກເຊິ່ງ ໂດຍສະເພາະແມ່ນການຮ່ວມມືທາງດ້ານການສຶກສາທິດສະດີ, ການບຳລຸງກໍ່ສ້າງພະນັກງານ ແລະ ການຄຸ້ມຄອງບໍລິຫານລັດ ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຂອງລາວ ແລະ ສະຖາບັນການປົກຄອງແຂວງກວາງຊີ ສປ ຈີນ.

ໃນໂອກາດດັ່ງກ່າວ, ຄະນະຜູ້ແທນຂັ້ນສູງຈາກສະຖາບັນການປົກຄອງແຂວງກວາງຊີ ສປ ຈີນ ນຳໂດຍ ທ່ານ ຟານ ເພີຍຊິງ (潘培庆) ຮອງຫົວໜ້າສະຖາບັນການປົກຄອງແຂວງກວາງຊີ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສມປຊ ຊຶ່ງເຕັມໄປດ້ວຍເນື້ອໃນກິດຈະກຳອັນມີຄວາມໝາຍຍຸດທະສາດທາງດ້ານການເມືອງ.

ຄະນະຜູ້ແທນຝ່າຍຈີນ ໄດ້ໃຫ້ກຽດເຂົ້າຢ້ຽມຢາມ ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ການພົບປະໃນຄັ້ງນີ້ ດຳເນີນໄປດ້ວຍບັນຍາກາດອັນອົບອຸ່ນ, ສະໜິດຕິດພັນ ແລະ ເຕັມໄປດ້ວຍຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ. ຝ່າຍລາວ ນຳໂດຍ ທ່ານ ປອ ອານຸພາບ ຕຸນາລົມ ພ້ອມດ້ວຍຄະນຳ ຂອງ ສມປຊ ຊຶ່ງປະກອບດ້ວຍ ທ່ານ ປອ ພອນວິໄລ ພົມວຽງໄຊ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ, ທ່ານ ປອ ຄໍາຫຼ້າ ລໍວານໄຊ ຫົວໜ້າຄະນະບໍລິຫານສາດ ພ້ອມດ້ວຍບັນດາຄະນະກົມ ແລະ ພະແນກທີ່ກ່ຽວຂ້ອງ ໄດ້ໃຫ້ການຕ້ອນຮັບຢ່າງສົມກຽດ; ຝ່າຍຈີນ ປະກອບມີ ທ່ານ ຟານ ເພີຍຊິງ, ທ່ານ ສຈ. ລີ ເຈົ້າຈົງ (ພາກວິຊາຄົ້ນຄວ້າສັງຄົມນິຍົມວິທະຍາສາດ), ທ່ານ ເວ້ຍ ກວາງໂປ້ (ອາຈານສອນຄະນະມາກຊິດ), ທ່ານ ນາງ ໂຈ່ວ ຕົງ ເໝີຍ (ອາຈານສອນພາກວິຊາຄົ້ນຄວ້າປະຫວັດສາດພັກ – ການກໍ່ສ້າງພັກ) ແລະ ທ່ານ ເວ້ຍ ຮົງເຫວ້ຍ (ຮອງຫົວ ໜ້າພະແນກຄຸ້ມຄອງຊັບສິນ).

ທັງສອງຝ່າຍໄດ້ ສົນທະນາໂອ້ລົມກັນຢ່າງກວ້າງຂວາງ ກ່ຽວກັບການສືບຕໍ່ເສີມສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອຕາມທິດທາງ “ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ທ່ານທີ່ດີ ແລະ ຄູ່ຮ່ວມມືທີ່ດີ” ພ້ອມທັງຊຸກຍູ້ການສ້າງປະຊາຄົມຄູ່ຮ່ວມຊະຕາກຳ ລາວ-ຈີນ ໃຫ້ມີເນື້ອໃນເລິກເຊິ່ງ ແລະ ໝັ້ນຄົງຍາວນານ.

ໃນເວລາ 9:00 – 11:00 ໂມງ ຂອງວັນດຽວກັນ, ທີ່ຫ້ອງປະຊຸມ ຊັ້ນ 1 ຕຶກສູນຂໍ້ມູນຂ່າວສານ ສມປຊ, ໄດ້ໄຂກອງປະຊຸມສໍາມະນາວິທະຍາສາດລະຫວ່າງ ສອງສະຖາບັນ, ກອງປະຊຸມດັ່ງກ່າວ ໄດ້ຮັບຟັງບົດກ່າວເປີດ ຂອງທ່ານ ປອ ຄຳຫຼ້າ ລໍວານໄຊ, ຫົວໜ້າຄະນະບໍລິຫານສາດ ສມປຊ. ໃນບົດກ່າວເປີດ, ທ່ານໄດ້ເນັ້ນໜັກວ່າ:

• ການພົບປະສໍາມະນາຄັ້ງນີ້ ເປັນເວທີທີ່ມີຄວາມໝາຍສຳຄັນຍິ່ງ ໃນການສ້າງຄວາມເຂັ້ມແຂງ ແລະ ຍົກລະດັບການແລກປ່ຽນບົດຮຽນດ້ານວິທະຍາສາດ, ການບໍລິຫານ ແລະ ການປົກຄອງ ລະຫວ່າງ ສອງສະຖາບັນ.

• ສາຍພົວພັນ ລາວ-ຈີນ ບໍ່ພຽງແຕ່ຈຳກັດຢູ່ດ້ານເສດຖະກິດ, ການຄ້າ ຫຼື ໂຄງລ່າງພື້ນຖານເທົ່ານັ້ນ, ແຕ່ຍັງກວມລວມເຖິງດ້ານການເມືອງ, ການພັດທະນາຊັບພະຍາກອນມະນຸດ, ການສຶກສາ ແລະ ວິທະຍາສາດ-ເຕັກໂນໂລຊີ.

• ພັກ ແລະ ລັດ ສປປ ລາວ ໃຫ້ຄວາມສໍາຄັນສູງຕໍ່ການສ້າງລັດແຫ່ງນິຕິກໍາ, ການປັບປຸງກົງຈັກລັດ ແລະ ການນຳໃຊ້ວິທະຍາສາດ-ເຕັກໂນໂລຊີເຂົ້າໃນການບໍລິຫານ ບວກກັບການຮຽນຮູ້ປະສົບການຈາກ ສປ ຈີນ ຊຶ່ງເປັນປະໂຫຍດມະຫາສານ.

ກອງປະຊຸມສໍາມະຄັ້ງນີ້ ໄດ້ມີການນຳສະເໜີບົດແລກປ່ຽນ 5 ຫົວຂໍ້ຍ່ອຍທີ່ສຳຄັນ ໂດຍນັກວິຊາການທັງສອງຝ່າຍ:

ຫົວຂໍ້ທີ 1: ການຫັນເປັນທັນສະໄໝໃນການບໍລິຫານລັດ ຢູ່ ສປປ ລາວ ນຳສະເໜີໂດຍ ທ່ານ ນາງ ອານົງ ຂັນທະຍົງ, ຮອງຫົວໜ້າຄະນະບໍລິຫານສາດ.

ຫົວຂໍ້ທີ 2: ໝາກຜົນຂອງການປະຕິຮູບຂອງຈີນ ນັບແຕ່ປີ 1979 ເປັນຕົ້ນມາ ນຳສະເໜີໂດຍ ທ່ານ ສຈ ຫຼີ ຈ້າວຈົງ ຈາກສະຖາບັນການປົກຄອງກວາງຊີ.

ຫົວຂໍ້ທີ 3: ບົດຮຽນ ແລະ ປະສົບການການກໍ່ສ້າງພັກຄອມມູນິດຈີນໃນຍຸກໃໝ່ ນຳສະເໜີໂດຍ ທ່ານ ນາງ ໂຈວ ຕົງເໝີຍ ຈາກສະຖາບັນການປົກຄອງກວາງຊີ.

ຫົວຂໍ້ທີ 4: ການຄຸ້ມຄອງບໍລິຫານລັດ ຢູ່ ສປປ ລາວ ໃນເງື່ອນໄຂໃໝ່ ນຳສະເໜີໂດຍ ທ່ານ ນາງ ພຸດທະວັນ ສີລາວົງ, ຮອງຫົວໜ້າພາກວິຊາວິທະຍາສາດການປົກຄອງ.

ຫົວຂໍ້ທີ 5: ການຮຽນຮູ້ ແລະ ແລກປ່ຽນບົດຮຽນດ້ານການປົກຄອງ ເຊິ່ງກັນ ແລະ ກັນ ເພື່ອເສີມສ້າງການພັດທະນາຄຸນນະພາບສູງຂອງປະຊາຄົມຄູ່ຮ່ວມຊະຕາກຳ ລາວ-ຈີນ ນຳສະເໜີໂດຍ ທ່ານ ເຫວີຍ ກວາງໂປ ຈາກສະຖາບັນການປົກຄອງກວາງຊີ.

ໃນພິທີປິດກອງປະຊຸມ, ທ່ານ ປອ ຄຳຫຼ້າ ລໍວານໄຊ ໄດ້ສະຫຼຸບຕີລາຄາຜົນສຳເລັດ ຂອງກອງປະຊຸມ ໂດຍເນັ້ນໜັກເຖິງ 4 ບົດຮຽນຫຼັກ ຄື: ການບໍລິຫານຕ້ອງຍຶດໝັ້ນທິດທາງການເມືອງ ແລະ ຜົນປະໂຫຍດປະຊາຊົນ; ການປັບປຸງກົງຈັກຕ້ອງຕິດພັນກັບການສ້າງຄົນແລະຍົກສູງຈັນຍາບັນ; ການເລັ່ງນຳໃຊ້ເຕັກໂນໂລຊີດິຈິຕອນ ເຂົ້າໃນວຽກງານລັດ; ແລະ ການຮ່ວມມືບົນພື້ນຖານຄວາມໄວ້ວາງໃຈ ແລະ ເຄົາລົບເຊິ່ງກັນແລະກັນ.

ພາຍຫຼັງສໍາເລັດກອງປະຊຸມສໍາມະນາ, ໃນເວລາ 11:00 – 11:30 ໂມງ ຂອງວັນດຽວກັນ, ໄດ້ມີພິທີລົງນາມບົດບັນທຶກການຮ່ວມມື (MOU) ສະບັບໃໝ່ ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (NAPPA) ແລະ ສະຖາບັນການປົກຄອງແຂວງກວາງຊີ ສປ ຈີນ ໄລຍະ 2026 – 2029 ຢ່າງເປັນທາງການ ໂດຍການເປັນສັກຂີພະຍານຂອງຄະນະນໍາ, ຕາງໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ສະຖານທູດ ສປ ຈີນ ປະຈຳລາວ, ຄະນະກຳມາທິການຮ່ວມມື ລາວ-ຈີນ ພ້ອມດ້ວຍຄູ-ອາຈານທັງສອງຝ່າຍ.

ເອກະສານບົດບັນທຶກຄວາມຮ່ວມມືສະບັບດັ່ງກ່າວ (ມີຜົນບັງຄັບໃຊ້ 4 ປີ ນັບແຕ່ວັນທີ 13 ຕຸລາ 2026 ເຖິງ 2029) ໄດ້ກຳນົດເນື້ອໃນການຮ່ວມມືອັນສຳຄັນ 6 ຂໍ້ຕົກລົງຫຼັກ ດັ່ງນີ້:

1. ການແລກປ່ຽນຄະນະຜູ້ແທນ: ສອງຝ່າຍ ຈະຜັດປ່ຽນກັນສົ່ງຄະນະຜູ້ແທນ ຈຳນວນ 01 ຄະນະ ໄປຢ້ຽມຢາມເຊິ່ງກັນ ແລະ ກັນ ໃນທຸກໆສອງປີ ເພື່ອແລກປ່ຽນບົດຮຽນທິດສະດີ ແລະ ພຶດຕິກຳຕົວຈິງໃນການສ້າງສາສັງຄົມນິຍົມ.

2. ການຄົ້ນຄວ້າວິທະຍາສາດ ແລະ ສໍາມະນາ: ຮ່ວມກັນກຳນົດຫົວຂໍ້ຈັດກອງປະຊຸມສໍາມະນາທາງວິຊາການ ແລະ ດຳເນີນການຄົ້ນຄວ້າວິທະຍາສາດປິ່ນອ້ອມວຽກງານການຄຸ້ມຄອງບໍລິຫານລັດ ແລະ ການພັດທະນາເສດຖະກິດ-ສັງຄົມ.

3. ການແລກປ່ຽນຄູ-ອາຈານ: ສອງຝ່າຍ ຈະສົ່ງຄູ-ອາຈານໄປຂຶ້ນຫ້ອງບັນຍາຍເຊິ່ງກັນ ແລະ ກັນ ຕາມການເຊື້ອເຊີນ.

4. ການແລກປ່ຽນຂໍ້ມູນຂ່າວສານ: ແລກປ່ຽນສິ່ງພິມເຜີຍແຜ່ ຫຼື ຂໍ້ມູນຂ່າວສານ (ພາສາລາວ ແລະ ພາສາຈີນ) ທີ່ໃຊ້ໃນການບຳລຸງພະນັກງານ.

5. ການຝຶກອົບຮົມປັນຍາປະດິດ (AI): ປະສານສົມທົບຈັດຊຸດຝຶກອົບຮົມ ແລະ ແລກປ່ຽນດ້ານປັນຍາປະດິດ (AI) ພ້ອມທັງຫຼັກສູດບຳລຸງຕ່າງໆ ສຳລັບພະນັກງານນຳພາ-ຄຸ້ມຄອງຂອງລາວ ຢູ່ສະຖາບັນການປົກຄອງແຂວງກວາງຊີ.

6. ຫຼັກການປະຕິບັດ ແລະ ການແກ້ໄຂບັນຫາ: ປະຕິບັດຕາມຫຼັກການມິດຕະພາບ, ຕ່າງຝ່າຍຕ່າງມີຜົນປະ ໂຫຍດ ແລະ ແກ້ໄຂບັນຫາໂດຍຜ່ານການປຶກສາຫາລືສັນຕິວິກິດ.

ພິທີລົງນາມດັ່ງກ່າວ ໄດ້ຖືກລົງລາຍລັກອັກສອນຢ່າງເປັນທາງການ ໂດຍ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ, ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ (ຕາງໜ້າຝ່າຍລາວ) ແລະ ທ່ານ ຟານ ເພີຍຊິງ, ຮອງຫົວໜ້າສະຖາບັນການປົກຄອງແຂວງກວາງຊີ ສປ ຈີນ (ຕາງໜ້າຝ່າຍຈີນ). ພິທີລົງນາມບົດບັນທຶກຄວາມຮ່ວມມື (MOU) ໃນຄັ້ງນີ້ ຖືເປັນເຫດການການເມືອງ ແລະ ວິຊາການ ທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ. ເປັນການຢືນຢັນເຖິງຄວາມເຈດຕະນາລົມອັນແຮງກ້າ ຂອງທັງສອງສະຖາບັນ ໃນການຮ່ວມມືບຳລຸງ-ກໍ່ສ້າງພະນັກງານ ແລະ ແລກປ່ຽນບົດຮຽນການຄຸ້ມຄອງບໍລິຫານລັດເທົ່ານັ້ນ, ເປັນການປະກອບສ່ວນຢ່າງ ເຂົ້າໃນການຜັນຂະຫຍາຍ “ແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ” ໃຫ້ປະກົດຜົນເປັນຮູບປະທຳ. ຜົນສໍາເລັດຂອງການເຄື່ອນໄຫວ ແລະ ການລົງນາມໃນຄັ້ງນີ້ ຈະເປັນກຳລັງແຮງອັນສຳຄັນ ໃນການຍົກລະດັບຄຸນນະພາບຂອງພະນັກງານນຳພາ-ຄຸ້ມຄອງ, ສ້າງພື້ນຖານຄວາມຮູ້ດ້ານການບໍລິຫານລັດ ແລະ ເຕັກໂນໂລຊີດິຈິຕອນ, ພ້ອມທັງເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະ ການຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ໝັ້ນຄົງ, ເຂັ້ມແຂງ ແລະ ຍືນຍົງຕະຫຼອດໄປ.

————————————–

ຂ່າວ/ພາບ: ຕາອັອດ ແສນທະວີສຸກ

ບັນນາທິການ: ວຽງສະຫວັນ ຈັນທະວິໄຊ