ໃນຕອນແລງ ຂອງວັນທີ 14 ຕຸລາ 2026 ນີ້, ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຕ້ອນຮັບການພົບປະຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນຣັດເຊຍ ໂດຍ ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ໄດ້ໃຫ້ການຕ້ອນຮັບຢ່າງສົມກຽດ ຕໍ່ ຄະນະຜູ້ແທນສະຫະພັນຣັດເຊຍ ນໍາໂດຍ ທ່ານ ສຈ ເຊີເກ ດີ. ບອດຣູນອບ (Prof. Sergey D. Bodrunov) ປະທານສະມາຄົມໂນໂອໂນມີໂລກ (WAN) ແລະ ຜູ້ອຳນວຍການສະຖາບັນ S.Y. Witte ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາເຄື່ອນໄຫວວຽກງານ ແລະ ແລກປ່ຽນບົດຮຽນທາງດ້ານທິດສະດີ ຢູ່ ສປປ ລາວ.
ການພົບປະຄັ້ງນີ້ ຈັດຂຶ້ນໃນບັນຍາກາດອັນສະໜິດສະໜົມ, ເຕັມໄປດ້ວຍມິດຕະພາບ ແລະ ມີຄວາມໝາຍຄວາມສຳຄັນທາງດ້ານການເມືອງ-ວິຊາການຢ່າງເລິກເຊິ່ງ, ໂດຍສຸມໃສ່ການປຶກສາຫາລື ແລະ ແລກປ່ຽນທັດສະນະກ່ຽວກັບ ທິດສະດີ ໂນໂອໂນມີໂລກ (Noonomy) ເຊິ່ງເປັນແນວຄວາມຄິດ ແລະ ທິດສະດີເສດຖະກິດ-ສັງຄົມຍຸກໃໝ່ ທີ່ມີບົດບາດສຳຄັນໃນການຄົ້ນຄວ້າ ແລະ ກຳນົດທິດທາງການພັດທະນາປະເທດຊາດ ໃນຍຸກສະໄໝແຫ່ງການຫັນເປັນດິຈິຕອນ ແລະ ເຕັກໂນໂລຊີກ້າວໜ້າ.

ໃນພິທີດັ່ງກ່າວ, ຕ່າງຝ່າຍຕ່າງໄດ້ຜັດປ່ຽນກັນລາຍງານສະພາບໂດຍຫຍໍ້ກ່ຽວກັບທີ່ຕັ້ງ, ພາລະບົດບາດ, ຜົນງານ ແລະ ທິດທາງເຄື່ອນໄຫວຂອງຕົນ ຄື:
ຝ່າຍສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຍົກໃຫ້ເຫັນບົດບາດເປັນເສນາທິການໃຫ້ແກ່ສູນກາງພັກ ໃນການ ບຳລຸງສ້າງ ແລະ ຍົກລະດັບພະນັກງານນຳພາ-ຄຸ້ມຄອງທຸກລະດັບ, ພ້ອມທັງເປັນໃຈກາງໃນການຄົ້ນຄວ້າທິດສະດີມາກ-ເລນິນ ແລະ ແນວທາງນະໂຍບາຍຂອງພັກ ເຂົ້າໃນການປະຕິບັດໜ້າທີ່ການເມືອງຕົວຈິງຂອງປະເທດ.
ຝ່າຍຄະນະຜູ້ແທນສະຫະພັນຣັດເຊຍ ໄດ້ນຳສະເໜີກ່ຽວກັບການເຄື່ອນໄຫວຂອງສະມາຄົມໂນໂອໂນມີໂລກ (WAN) ແລະ ສະຖາບັນ S.Y. Witte ໃນການສົ່ງເສີມການຄົ້ນຄວ້າວິທະຍາສາດ, ການພັດທະນາແນວຄິດເສດຖະກິດທິດສະດີໃໝ່ ແລະ ການຮ່ວມມືທາງດ້ານວິຊາການໃນເວທີສາກົນ.
ທັງສອງຝ່າຍໄດ້ຕີລາຄາສູງຕໍ່ການພົບປະໃນຄັ້ງນີ້ ວ່າເປັນຂີດໝາຍອັນດີໃນການເປີດກວ້າງຂອບເຂດການຮ່ວມມື ລະຫວ່າງ ສະຖາບັນການຄົ້ນຄວ້າທິດສະດີຂອງ ສປປ ລາວ ແລະ ສະພາ/ສະຖາບັນສາກົນ ໂດຍສະເພາະແມ່ນການສ້າງເວທີແລກປ່ຽນທາງດ້ານວິຊາການ, ການຄົ້ນຄວ້າຮ່ວມກັນ ແລະ ການຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ບຸກຄະລາກອນ.
ຕອນທ້າຍ, ທ່ານ ປອ ອານຸພາບ ຕຸນາລົມ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ຂອງ ທ່ານ ສຈ ເຊີເກ ດີ. ບອດຣູນອບ ພ້ອມດ້ວຍຄະນະ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ປະເທດຣັດເຊຍ ໃຫ້ສືບຕໍ່ເບັ່ງບານ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໄປ.
——————————————-
ຂ່າວ ຕາອັອດ ແສນທະວີສຸກ
ຮູບພາບ: ລຳພູນ ຖຸນໄຊຍາ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
