ພິທີຮັບສະມາຊິກກຳມະບານໃໝ່ ຂອງໜ່ວຍກຳມະບານຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ-ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ
ໃນຕອນແລງຂອງວັນທີ 12 ຕຸລາ 2026, ທີ່ຫ້ອງປະຊຸມ 301 ຕຶກ H, ໜ່ວຍກຳມະບານຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ-ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ຈັດພິທີຮັບສະມາຊິກກຳມະບານໃໝ່ຂຶ້ນຢ່າງເປັນທາງການ ພາຍໃຕ້ບັນຍາກາດອັນຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນທາງດ້ານການເມືອງ-ການຈັດຕັ້ງ. ພິທີດັ່ງກ່າວ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ປອ ສີສົມພອນ ວົງພະຈັນ ປະທານ ກຳມະບານ ສະຖາບັນບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາຄະນະໜ່ວຍຮາກຖານກຳມະບານ ຕະຫຼອດຮອດສະມາຊິກກຳມະບານພາຍໃນໜ່ວຍ…
