Category: ຂ່າວ

ນັກສຶກສາ ປະລິນຍາຕີ ຮຸ່ນທີ XXIV ລົງກໍ່ສ້າງຮາກຖານການເມືອງ ຢູ່ ກຸ່ມບ້ານໝາກນາວເໜືອຈັດລາຍການໂທລະໂຄ່ງບ້ານ

ໃນແຕ່ລະຕອນເຊົ້າຂອງທຸກໆວັນ ເລີ່ມແຕ່ເວລາ 6:30-7:00 ນາທີ ໜ່ວຍນັກສຶກສາຈາກສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ທີ່ລົງກໍ່ສ້າງຮາກຖານຢູ່ກຸ່ມບ້ານໝາກນາວເໜືອໄດ້ພ້ອມກັນຈັດລາຍການໂດຍຜ່ານໂທລະໂຄ່ງບ້ານ ບັນລະຍາຍໂດຍ: ທ້າວຄອນສະຫວັນ ເລືອງວັນ ແລະ ນາງ ແສງອາລຸນ ມະນີທວງ ພາຍໃຕ້ການຊີ້ນຳຂອງຄະນະບ້ານ ແລະ ທ່ານ ທອງຕາ ຫຼໍ່າມີໄຊ ຫົວໜ້າກຸ່ມນຳພານັກສຶກສາລົງກໍ່ສ້າງຮາກຖານ; ເນື້ອໃນທີ່ນຳມາສະເໜີເຜີຍແຜ່ໃນແຕ່ລະເຊົ້າແມ່ນໄດ້ເອົາເນື້ອໃນຂອງລັດຖະທຳມະນູນແຫ່ງ ສປປລາວ, ກົດໝາຍວ່າດ້ວຍລັດຖະບານ, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ພ້ອມທັງໄດ້ໂຄສະນາວັນສຳຄັນຕ່າງໆ ເປັນຕົ້ນແມ່ນວັນຄ້າຍວັນເກີດຂອງທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 100…

ຈັດປາຖະກະຖາໃນຫົວຂໍ້: ນະໂຍບາຍການຕ່າງປະເທດອົດສະຕຣາລີ

      ໃນວັນທີ 16 ຕຸລາ 2020 ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະພັນພົວຕ່າງປະເທດສູນກາງພັກ ສົມທົບກັບສະຖານທູດອົດສະຕຣາລີ ໄດ້ຈັດປາຖາກະຖາ ໃນຫົວຂໍ້: “ນະໂຍບາຍການຕ່າງປະເທດ ຂອງອົດສະຕຣາລີ ແລະສາຍພົວພັນສອງຝ່າຍ ລາວ-ອົດສະຕຣາລີ ຄົບຮອບ 68 ປີ” ເຊິ່ງເປັນຄັ້ງທຳອິດ ທີ່ສະຖານທູດໄດ້ມາບັນລະຍາຍ. ໃນໂອກາດດັ່ງກ່າວໃຫ້ກຽດການບັນລະຍາຍຂອງ ທ່ານ ຊ໋ອງ-ເບີນາດ ຄາຣາສະໂກ, ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ທ່ານ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຝຶກອົບຮົມທິດສະດີການເມືອງ-ການປົກຄອງໃຫ້ ເລຂາພັກເມືອງ, ຄະນະປະຈຳພັກເມືອງ ຊຸດທີ 3

ໃນຕອນເຊົ້າ 8:00 ໂມງ ວັນທີ 19 ຕຸລາ 2020 ຢູ່ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງຕາມຫົວຂໍ້ສະເພາະໃຫ້ ເລຂາພັກເມືອງ, ຄະນະປະຈະພັກເມືອງ ພາຍໃຕ້ການເປັນເປັນປະທານ ແລະ ກ່າວເປີດຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ ມີ ຄະນະພັກ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ,​ ຜູ້ຕາງໜ້າບັນດາໜ່ວຍງານຂັ້ນກົມ ທົ່ວ ສມປຊ ແລະນັກສໍາມະນາກອນເຂົ້າຮ່ວມໂດຍພ້ອມພຽງ.…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດບັ້ນລົງກໍ່ສ້າງຮາກຖານການເມືອງຂອງ ນັກສຶກສາ ປະລິນຍາຕີ ຮຸ່ນທີ XXIV ຢູ່ເມືອງປາກງື່ມ

ວັນທີ 15 ຕຸລາ 2020 ທີ່ຫ້ອງວ່າການປົກຄອງເມືອງປາກງື່ມ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດບັ້ນລົງກໍ່ສ້າງຮາກຖານການເມືອງຂອງ ນັກສຶກສາ ປະລິນຍາຕີ ຮຸ່ນທີ XXIV ຢູ່ບັນດາກຸ່ມບ້ານ ຂອງເມືອງປາກງື່ມ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ຄຳໝູນ ຕຽງທະລາດ ເລຂາພັກເມືອງ, ເຈົ້າເມືອງປາກງື່ມ ແລະ ທ່ານ ຮສ ສະໝຸດທອງ ສົມພານິດ ຮອງຫົວໜ້າ ສມປຊ, ມີບັນດານາຍບ້ານ…