ໃນວັນ​ທີ 24 ມັງກອນ 2022, ເວລາ 13:30 ທີ່ຫ້ອງປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ, ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີ​ ມ​ອບ-ຮັບ ​ໃບ​ຢັ້ງຢືນ 4 ບຸກ ​ໃຫ້ແກ່ ຊາວໜຸ່ມຮາກຖານ ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ-ກົມຄຸ້ມຄອງ ການຮຽນ-ການສອນໂດຍການ​ເປັນປະທານຂອງ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ກຳມະການຄະນະພັກ, ຫົວໜ້າສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ກຳມະການສູນກາງ ຊປປລ, ເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ ແລະ ສະຫາຍ ປອ ນ. ໄກສອນ ຈັນສີນາ ກຳມະການຄະນະພັກ, ຫົວໜ້າກົມກົມຄຸ້ມຄອງການຮຽນ-ການສອນ, ສະຫາຍ ປທ ນ. ຍຸຍທອງ ສົມແພງພັນ ຫົວໜ້າພະແນກຄຸ້ມຄອງຫົວຂໍ້. ເລຂາຊາວໜຸ່ມຮາກຖານ ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ-ກົມຄຸ້ມຄອງການຮຽນ-ການສອນ​ ພ້ອມດ້ວຍສະມາຊາວໝູ່ມຮາກຖານ, ຕາງໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ສະຫາຍ ປທ ຍຸຍທອງ ສົມແພງພັນ ໄດ້ຂຶ້ນກ່າວລາຍງານວຽກງານ 4 ບຸກ ໃນໄລຍະຜ່ານມາ ແລະ ທິດທາງ ໃນຕໍ່ຫນ້າ ເຊິ່ງໃຫ້ຮູ້ວ່າ: ຊາວໜຸ່ມຮາກຖານດັ່ງກ່າວ ແມ່ນນອນຢູ່ໃນໂຄງປະກອບການຈັດຕັ້ງ ຂອງ ສມປຊ ແລະໃນໄລຍະຜ່ານມາ ໄດ້ປະຕິບັດຂໍ້ແຂ່ງຂັນ 4 ບຸກ ທີ່ວາງອອກ ໂດຍພາຍໃຕ້ການນຳພາ-ຊີ້ນຳ ຢ່າງໄກ້ຊິດຂອງຄະນະບໍລິຫານງານຊາວໜຸ່ມ ສມປຊ ພ້ອມທັງປະກອບສ່ວນໃນການຈັດຕັ້ງຜັນຂະຫຍາຍເນື້ອໃນວຽກງານຊາວໜຸ່ມຂອງສູນກາງເວົ້າລວມ, ເວົ້າສະເພາະກໍຄື ຂອງ ສມປຊ ວາງອອກ. ນອກນັ້ນ, ໄລຍະໃນການປະຕິບັດຂໍ້ແຂ່ງຂັນດັ່ງກ່າວ ຊາວໜຸ່ມຮາກຖານ ແມ່ນມີ​ຄວາມ​ເອົາໃຈໃສ່ ແລະໜັກແໜ້ນໃນການແຂ່ງຂັນຈົນໄດ້ຮັບນາມມະຍົດ ຄະນະບໍລິຫານງານຊາວໜຸ່ມ ສມປຊ ເປັນຊາວໜຸ່ມ 4 ບຸກເຊິ່ງປະກອບມີ: ບຸກດ້ານການເມືອງແນວຄິດ, ບຸກດ້ານການຝຶກຝົນຫຼໍ່ຫຼອມການຮຽນ, ບຸກດ້ານການຈັດຕັ້ງ ແລະ ບຸກດ້ານວິຊາສະເພາະ ເຊິ່ງຕາມມາດຕະຖານ ແລະເງື່ອນໄຂຂອງສູນກາງຊາວໜຸ່ມ ປປລ ວາງອອກ ແລະຜົນງານດັ່ງກ່າວນັ້ນລ້ວນແລ້ວແຕ່ແມ່ນການປະກອບສ່ວນຂອງຊາວໜຸ່ມແຕ່ລະໜ່ວຍພ້ອມດ້ວຍສະມາຊິກທຸກສະຫາຍ ທີ່ມີຄວາມສາມັກຄີເປັນເອກກະພາບກັນໃນປະຕິບັດຂໍ້ແຂງຂັນ 4 ບຸກ ຢ່າງຕັ້ງໜ້າ.

ໃນພິທີ ເພື່ອເປັນການຢັ້ງຢືນຜົນງານການເຄື່ອນໄຫວ 4 ບຸກ, ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ໄດ້ມອບໃບຢັ້ງຢືນຊາວໜຸ່ມຮາກຖານດັ່ງກ່າວ ເພື່ອເປັນການສະແດງໃຫ້ເຫັນເຖິງຜົນງານ.

ໃນໂອກາດດັ່ງກ່າວໄດ້ເປັນກຽດຮັບຟັງການໂອ້ລົມ ແລະໃຫ້ທິດຊີ້ນໍາຂອງ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ແລະສະຫາຍ ປອ ນ. ໄກສອນ ຈັນສີນາ ເຊິ່ງທັງສອງສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນ ດັ່ງກ່າວ, ທີ່ຊາວໜຸ່ມຮາກຖານ ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ-ກົມຄຸ້ມຄອງການຮຽນ-ການສອນ ທີ່ຍາດມາໄດ້ຕໍ່ກັບຜົນງານການປະກອບສ່ວນດ້ວຍຄວາມຮັບຜິດຊອບສູງ ເພື່ອສ້າງສາ ແລະພັດທະນາປະເທດຊາດ ແລະຮຽກຮ້ອງໃຫ້ຊາວໜຸ່ມຮາກຖານ ສືບຕໍ່ຍົກສູງພາລະບົດບາດ, ຄວາມຮັບຜິດຊອບຂອງຕົນ, ເອົາໃຈໃສ່ວຽກງານການເມືອງແນວຄິດ, ຮັກສາຄວາມສາມັກຄີເປັນປຶກແຜ່ນ,​ ບຸກທະລຸດ້ານຈິນຕະນາການ ແລະວິຊາສະເພາະ ດ້ວຍຄວາມເປັນເຈົ້າການ ແລະ ຢ່າງຕໍ່ເນື່ອງ, ຮູ້ຈັກໝູນໃຊ້ເວລາ, ກາລະໂອກາດ ແລະເຕັກໂນໂລຊີທີ່ທັນສະໄໝ ເພື່ອຮຽນຮູ້ ແລະພັດທະນາທັກສະຂອງຕົນເອງໃຫ້ເຂັ້ມແຂງ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ