ພິທີປິດຊຸດຮຽນທິດສະດີການເມືອງ ແລະການປົກຄອງແຂວງຫຼວງນໍ້າທາ
ໃນຕອນເຊົ້າຂອງວັນທີ່ 27 ກໍລະກົດ 2022 ທີ່ສະໂມສອນເມືອງສິງ ແຂວງຫຼວງນ້ຳທາ ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ແລະການປົກຄອງແຂວງ ລະບົບ45 ວັນ, ຮຸ່ນທີ II ໃຫ້ແກ່ພະນັກງານຫຼັກແຫຼ່ງຂົງເຂດສຶກສາທິການ ແລະກິລາ, ໃຫ້ກຽດເປັນປະທານໂດຍ: ປທ ຄຳຟອງ ລາດຊະພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະການປົກຄອງ ແຂວງຫຼວງນ້ຳທາ, ເປັນກຽດເຂົ້າຮ່ວມໂດຍ: ທ່ານ ໜານມອນ ແກ້ວສິງໄຊ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ ເມືອງສິງ, ທ່ານ ສົມຊາຍ…
