ໃນຕອນເຊົ້າຂອງວັນທີ່ 27 ກໍລະກົດ 2022​ ທີ່ສະໂມສອນເມືອງສິງ ແຂວງຫຼວງນ້ຳທາ ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ແລະການປົກຄອງແຂວງ ​ລະບົບ45 ວັນ, ຮຸ່ນທີ II ໃຫ້ແກ່ພະນັກງານຫຼັກແຫຼ່ງຂົງເຂດສຶກສາທິການ ແລະກິລາ, ​ໃຫ້ກຽດເປັນປະທານໂດຍ: ປທ​ ຄຳຟອງ ລາດຊະພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະ​ການປົກຄອງ ​ແຂວງຫຼວງນ້ຳທາ,​ ເປັນກຽດເຂົ້າຮ່ວມໂດຍ: ທ່ານ ໜານ​ມອນ ​ແກ້ວສິງໄຊ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ ເມືອງສິງ,​ ທ່ານ​ ສົມຊາຍ ວັດທະນາທອນ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະກິລາ​ເມືອງສິງ,​ ມີບັນດາທ່ານແຂກຕາງໜ້າຫ້ອງການອ້ອມຂ້າງເມືອງ,​ ມີພະນັກງານ, ຄູ-ອາຈານ​ໂຮງຮຽນການເມືອງ​ ແລະ​ການປົກຄອງແຂວງ​ ຕະຫລອດຮອດນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

         ຫຼັງ​ຈາກ​ນັ້ນ, ທ່ານ ແອທອງ ບຸນຖາວອນ ຮອງຫົວໜ້າ​ຂະແໜງວິຊາ​ການ ໄດ້​ຂຶ້ນ​ຜ່ານ​ບົດສະຫຼຸບການຈັດຕັ້ງປະຕິບັດການ​ຮຽນ-ການ​ສອນ ໂຮງຮຽນການເມືອງ ແລະການປົກຄອງແຂວງຫຼວງນໍ້າທາ ໄດ້ຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນ ທິດສະດີການເມືອງ ແລະການປົກຄອງໂຄງການຫຼັກສູດ 45 ວັນ ຮຸ່ນທີ II ຢູ່ເມືອງ​ສິງ ເລີ່ມແຕ່ວັນທີ 1​9 ມີຖຸນາ 2022 ເປັນຕົ້ນມາ ໄດ້ສໍາເລັດການຮຽນ-ການສອນໃນວັນທີ 27​ ກໍລະກົດ 2022. ສ່ວນ​ເນື້ອ​ໃນ​ບົດຮຽນລວມມີ 05 ພາກວິຊາຮຽນມີ 39 ບົດ, ລວມ 192 ຊົ່ວໂມງ ທີ່ໄດ້ຈັດຕັ້ງປະຕິບັດຕົວຈິງຊຶ່ງມີລາຍລະອຽດດັ່ງນີ້:

ລ/ດວິຊາຮຽນຈຳນວນບົດຊົ່ວໂມງໜ່ວຍກິດໝາຍເຫດ
01ພາກວິຊາ: ປັດຊະຍາມາກ-ເລນິນ8 ບົດ32 ຊົ່ວໂມງ2 
02ພາກວິຊາ: ເສດຖະສາດການເມືອງ10 ບົດ40 ຊົ່ວໂມງ2,5 
03ພາກວິຊາ: ລັດທິສັງຄົມວິທະຍາສາດ8 ບົດ32 ຊົ່ວໂມງ2 
04ພາກວິຊາ: ກໍ່ສ້າງພັກ5 ບົດ20 ຊົ່ວໂມງ1,25 
05ພາກວິຊາ: ບໍລິຫານສາດ ແລະການປົກຄອງ8 ບົດ68 ຊົ່ວໂມງ4,25 
 ລວມ3919212 

ໂຮງຮຽນການເມືອງ ແລະການປົກຄອງແຂວງຫຼວງນໍ້າທາແມ່ນໄດ້ນຳໃຊ້ຄູ-ອາຈານ ພາຍໃນຂຶ້ນຫ້ອງສິດສອນ 100%;

ຈາກການຄົ້ນຄວ້າຮ່ຳຮຽນດັ່ງກ່າວ, ພວກເຮົາກໍໄດ້ຈັດຕັ້ງການສອບເສັງແຕ່ລະວິຊາ ເພື່ອປະເມີນຜົນການຮຽນ ແລະວັດແທກຄວາມຮັບຮູ້ ຂອງນັກສຶກສາຊຶ່ງມັນສະແດງອອກດັ່ງນີ້:

+ ຄະແນນ A ດີເລີດ ກວມ 53,75 % ລື່ນຄາດໝາຍຂອງແຜນການ 3,75%;

+ ຄະແນນ B ດີຫຼາຍ ກວມ 35,15% ລື່ນຄາດໝາຍຂອງແຜນການ 5,15%;

+ ຄະແນນ B ດີ ກວມ 11,1 % ຫຼຸດຄາດໝາຍຂອງແຜນການ 3,9%.

+ ຄະແນນ C+ ດີພໍໃຊ້, C ພໍໃຊ້ໄດ້ ແລະ D ອ່ອນ ແມ່ນບໍ່ມີ.

         ຄະແນນສອບເສັງແຕ່ລະວິຊາຮຽນ ຂອງນັກສຶກສາສະເລ່ຍແມ່ນ ຢູ່ໃນລະດັບດີຂຶ້ນໄປ. ອັນນີ້ມັນສະແດງໃຫ້ເຫັນວ່ານັກສຶກສາ ທີ່ຮຽນທິດສະດີການເມືອງ ແລະການປົກຄອງ ຮຸ່ນທີ II ມີຄວາມພະຍາຍາມເອົາໃຈໃສ່ ຄົ້ນຄວ້າຮ່ຳຮຽນໄດ້ດີພໍສົມຄວນ.

         ນອກຈາກຜົນສຳເລັດທາງດ້ານວິຊາການແລ້ວ ນັກສຶກສາກໍໄດ້ອຸປະຖໍາ: ຄອມພິວເຕີ 1 ຊຸດ ແລະເສື້ອຢຶດໃຫ້ແກ່ໂຮງຮຽນ ລວມມູນຄ່າທັງໜົດ 5.500.000 ກີບ. ເພື່ອຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານຕົວຈິງເປັນຕົ້ນແມ່ນວຽກງານການຮຽນ-ການສອນໃຫ້ໄດ້ຮັບປະສິດທິພາບ ແລະປະສິດຜົນສຸງສູດ.

ຂ່າວ/ພາບ: ປອ ວັນນາໄຊ ບຸນຖາວອນ