ການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງ ຂອງທີມງານນັກສຶກສາປະລິນຍາຕີຮຸ່ນທີ XXV ຫ້ອງ ກ ໃນໄລຍະ 45 ວັນ, ປະຈຳອາທິດທີ III-IV ພຶດສະພາ 2022 ເມືອງທຸລະຄົມ, ແຂວງ ວຽງຈັນ
ໂດຍອີງຕາມ ແຜນການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງໃນໄລຍະ 45 ຂອງສະຖາບັນ ການເມືອງ-ການປົກຄອງແຫ່ງຊາດ ປະຈຳອາທິດທີ 3-4 ພຶດສະພາ 2022 ແລະແຜກການເຄື່ອນໄຫວຕົວຈິງ. ທີມງານນັກສຶກສາປະລິນຍາຕີ ຮຸ່ນທີ XXV ຫ້ອງ (ກ) ໃນ 6 ທີມງານ, 6 ບ້ານ ພາຍໃນເມືອງທຸລະຄົມ, ແຂວງວຽງຈັນ. ຜ່ານການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານຕົວຈິງໃນອາທິດທີ 3/5/2022 ແຕ່ລະທີມສາມາດສັງລວມໂດຍສັງເຂບດັ່ງນີ້: ໄດ້ຖອດຖອນບົດຮຽນພາຍໃນອາທິດທີ່ຜ່ານມາ ແລະວາງແຜນການເຄື່ອນໄຫວໃນອາທິດທີ III; ສັງລວມຂໍ້ມູນສະຖິຕິຈຳນວນປະຊາກອນ ພາຍໃນບ້ານເຂົ້າຄອມພິວເຕີ…
