ສະຖາບັນພັດທະນາສີມືແຮງງານ, ເປັນສະຖາບັນໜຶ່ງ ໃນການຄົ້ນຄວ້າວິທະຍາສາດການພັດທະນາສີມືແຮງງານ, ສ້າງມາດຕະຖານສີມືແຮງງານ, ເຝິກສີມື, ທົດສອບອອກໃບຢັ້ງຢືນສີມືແຮງງານ ແລະຈັດການແຂ່ງຂັນສີມືແຮງງານ, ເຮັດໜ້າທີ່ບຳລຸງ-ກໍ່ສ້າງຜູ້ບໍລິຫານຄູ່ພັດທະນາສີມືແຮງງານ. ດັ່ງນັ້ນ, ກຳມະບານຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຈຶ່ງໄດ້ມີຄວາມສົນໃຈໃນເລື່ອງພັດທະນາສີມືແຮງງານໃຫ້ແກ່ຜູ້ທີ່ມີຄວາມສົນໃຈດ້ານວິຊາຊີບຕ່າງໆ ຊຶ່ງໜຶ່ງໃນນັ້ນໄດ້ຕິດພັນກັບ ວຽກງານກຳມະບານຂອງສະຖາບັນດັ່ງ ກ່າວ, ໃນການບໍລິຫານ, ການຄຸ້ມຄອງ, ນະໂຍບາຍຕ່າງໆຕໍ່ສະມາຊິກກຳມະບານ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ.

ທັດສະນະສຶກສາໃນຄັ້ງນີ້ມີຂຶ້ນໃນວັນທີ 11 ສິງຫາ ນຳພາຄະນະຂອງ ທ່ານ ນ. ອຳພອນ ບຸນລືໄຕ ປະທານກຳມະ ບານຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ແລະເປັນກຽດເຂົ້າຮ່ວມທັດສະນະຂອງ ທ່ານ ປທ ນ. ວະໄລລັກ ອະໄພ ຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ, ຄະນະສະຫະພັນກຳມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍສະມາຊິກໃນຮາກຖານ 10 ທ່ານ.

ທ່ານ ບຸນຍົງ ແກ້ວບົວພັນ ຮອງຫົວໜ້າສະຖາບັນພັດທະນາສີມືແຮງງານ ພ້ອມດ້ວຍຄະນະໄດ້ຕ້ອນຮັບໃນການໄປທັດສະນະຄັ້ງນີ້, ຊຶ່ງທ່ານໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ຄະນະທັດສະນະສຶກສາ ແລະທ່ານໄດ້ນຳສະເໜີທີ່ຕັ້ງພາລະບົດບາດຂອງສະຖາບັນພັດທະນາສີມືແຮງງານ ຊຶ່ງເປັນສະຖາບັນ ໃນເລື່ອງພັດທະນາສີມືແຮງງານໃຫ້ແກ່ຜູ້ທີ່ມີຄວາມສົນ ໃຈດ້ານວິຊາຊີບຕ່າງໆຫຼາຍຂະແໜງ ຊຶ່ງແຕ່ລະປີມີຜູ້ທີ່ເຂົ້າມາສຶກສາຫຼາຍຮ້ອຍຄົນ ແລະໃນພິທີທັງສອງຝ່າຍໄດ້ສົນທະ ລາແລກປ່ຽນດ້ານວຽກງານກຳມະບານ, ນະໂຍບາຍສະມາຊິກກຳມະບານ ເພື່ອເປັນການແລກປ່ຽນບົດຮຽນປະສົບການ.

ນອກນັ້ນ, ທ່ານ ບຸນຍົງ ແກ້ວບົວພັນ ໄດ້ນຳພາທັດສະນສຶກສາ ໃນການຂຶ້ນຫ້ອງສິດສອນ ຂອງພະນັກງານ, ຄູ-ອາຈານໃນຂະແໜງວິຊາຊີບເສີມສວຍ, ປຸງແຕ່ງ, ຊ່າງໄຟຟ້າ, ຊ່າງສ້ອມແປງລົດ ແລະຂະແໜງພາສາເກົຼາຫຼີ.

ຂ່າວ: ຕາອັອດ ແສນທະວີສຸກ
ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ