ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ສຳເລັດການເຝິກອົບຮົມ ວິທີວິທະຍາການຄົ້ນຄວ້າວິທະຍາສາດ ໃຫ້ແກ່ຖັນແຖວພະນັກງານ, ຄູ-ອາຈານ ຂອງສະຖາບັນ ແລະຫ້ອງວ່າການສູນກາງພັກ.
ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ຮ່ວມມືກັບສະຖາບັນດິດວິທະຍາສາດສັງຄົມຫຽດນາມ ໃນການຮ່ວມມືການຄົ້ນຄວ້າວິທະຍາສາດສະຖາບັນ ເພື່ອໃຫ້ມີຖັນແຖວນັກວິທະຍາສາດ ທີ່ພຽງພໍນັບທັງດ້ານປະລິມານ ແລະຄຸນນະພາບ, ມີວິທີວິທະຍາໃນການຄົ້ນຄວ້າທີ່ເໝາະສົມ ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຕົວຈິງນັບມື້ນັບສູງຂຶ້ນ. ສະນັ້ນ, ຈຶ່ງໄດ້ຈັດເຝິກອົບຮົມວິທີວິທະຍາການຄົ້ນຄວ້າວິທະຍາສາດຂຶ້ນເປັນເວລາ 5 ວັນ (5 ກັນຍາ-9 ກັນຍາ 2022) ໃນທິໃຫ້ກຽດເປັນປະທານໃນການເຝິກອົບຮົມໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະໃຫ້ກຽດເປັນວິທະຍາກອນບັນຍາຍຈາກຊ່ຽວຊານ ສະຖາບັນດິດວິທະຍາສາດ ສັງຄົມຫຽດນາມ ທ່ານ…
