ເນື່ອງໃນໂອກາດການສະເຫຼີມສະຫຼອງປີສາມັກຄີພິເສດ ລາວ-ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຄົບຮອບ 45 ປີ (18 ກໍລະກົດ 1977-38 ກໍລະກົດ 2022) ແລະວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຫວຽດນາມ ຄົບຮອບ 60 ປີ (05 ກັນຍາ 1962 – 5 ກັນຍາ 2022) ໃຫ້ມີບັນຍາກາດຟົດຟື້ນ ແລະມີຄວາມໝາຍເລິກເຊິ່ງ.

ສະນັ້ນ, ໃນຕອນເຊົ້າຂອງວັນທີ 1 ກັນຍາ 2022 ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ I ຂອງ ສມປຊ ໄດ້ໄປທັດສະນະສຶກສາຫໍພິພິທະພັນປ້ອງກັນຄວາມສະຫງົບ, ທີ່ເປັນມູນເຊື້ອອັນດີງາມຂອງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະກະຊວງປ້ອງກັນຄວາມສະຫງົບຂອງ ສສ ຫວຽດນາມ; ນັກສຶກສາທິດສະດີການເມືອງຂັ້ນຕົ້ນຮຸ່ນທີ I ທີ່ໄປທັດສະນະສຶກສາຄັ້ງນີ້ມີຈຳນວນ 60 ທ່ານ, ຍິງ 28 ທ່ານ; ໄດ້ຢ້ຽມຊົມງານວາງສະແດງຮູບພາບການພົວພັນຮ່ວມມືຂອງ 2 ກະຊວງດັ່ງກ່າວ ເພື່ອເປັນການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ

ປະຊາຊົນສອງຊາດລາວ-ຫວຽດນາມ, ໂດຍສະເພາະແມ່ນສອງກຳລັງປ້ອງກັນຄວາມສະຫງົບ ຂອງພວກເຮົາໃຫ້ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ; ເປັນການຮ່ວມມືມິດຕະພາບ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານຂອງສອງພັກ, ສອງລັດ ແລະປະຊາຊົນສອງຊາດໄດ້ຮັບການພິສູດ ແລະຢັ້ງຢືນຈາກຂະບວນວິວັດ ໃນປະຫວັດສາດແຫ່ງການຕໍ່ສູ້ຂອງ ສອງຊາດທີ່ຜ່ານແປວໄຟສົງຄາມປະຕິວັດ ເຊິ່ງມັນໄດ້ຊຸບຫຼໍ່ນໍ້າໃຈມິດຕະພາບທີ່ບໍ່ມີວັນບົກແຫ້ງ; ຄວາມສາມັກຄີພິເສດອັນດູດດື່ມ ແລະຜ່ອງໃສນັ້ນຈະບໍມີສັດຕູໂຕໃດທີ່ຈະສາມາດມາທັບມ້າງໄດ້; ອັນໄດ້ກາຍເປັນມູນມໍລະດົກທີ່ລໍ້າຄ່າຂອງສອງຊາດ ເຊິ່ງປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະການນຳຮຸ່ນທຳອິດ ເປັນຜູ້ລິເລີ່ມສ້າງຂຶ້ນໄດ້ກາຍເປັນມູນເຊື້ອໃຫ້ການນໍາຮຸ່ນຕໍ່ໆມາຂອງສອງພັກ, ສອງລັດ ໄດ້ສືບຕໍ່ເສີມຂະຫຍາຍ, ເພີ່ມພູນຄູນສ້າງ, ທະນຸຖະໜອມຫອມຮັກໃຫ້ນັບມື້ນັບງອກງາມ ທັງເປັນບົດຮຽນອັນລໍ້າຄ່າທີ່ບໍສາມາດຊອກຫາໄດ້ອີກແລ້ວໃນໂລກນີ້.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ