ໃນຕອນເຊົ້າຂອງວັນທີ 05 ກັນຍາ ປີ 2022 ທີ່ສະໂມສອນ ຫ້ອງວ່າການປົກຄອງເມືອງລອງ ແຂວງ ຫຼວງນ້ຳທາ ໄດ້ເປີດຊຸດເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງ ລະບົບ 10 ວັນ ຊຸດທີ III ໃຫ້ແກ່ເລຂາຄະນະພັກບ້ານ ຢູ່ເມືອງລອງ ແຂວງຫຼວງນ້ຳທາ. ໃຫ້ກຽດເປັນປະທານໂດຍ ທ່ານ ປທ ສິງໄຊ ວັນຄຳ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ບຸນຈັນ ສຸດທິປັນຍາ ກຳມະການພັກແຂວງ ເລຂາພັກເມືອງ, ເຈົ້າເມືອງໆລອງ ພ້ອມດ້ວຍຄະນະ, ມີຄະນະ ປກຊ-ປກສ, ພະນັກງານ, ຄູ-ອາຈານ, ເລຂາຄະນະພັກບ້ານອ້ອມຂ້າງເມືອງລອງ ເຂົ້າຮ່ວມທັງໝົດ 52 ສະຫາຍ ຍິງ 17 ສະ ຫາຍ, ສຳມະນາກອນມີທັງໝົດ 31 ສະຫາຍ ຍິງ 11 ສະຫາຍ.

         ໃນໂອກາດດັ່ງກ່າວ ທ່ານ ປທ ສິງໄຊ ວັນຄຳ ໄດ້ກ່າວເປີດພິທີຢ່າງເປັນທາງການ, ພ້ອມນັ້ນ ທ່ານຍັງໄດ້ເວົ້າເຖິງບົດບາດຄວາມສຳຄັນໃນການເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງ ຢູ່ຂັ້ນຮາກຖານບ້ານໃນໄລຍະໃໝ່, ແມ່ນການຍົກສູງສະຕິຕື່ນຕົວໃນການສຶກສາຮ່ຳຮຽນທິດສະດີມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ, ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະເພື່ອຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ ຢູ່ຂັ້ນຮາກຖານໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການໃນສະເພາະໜ້າ ແລະ ຍາວນານ.

ສຸດທ້າຍ ທ່ານຍັງກ່າວຂອບ ໃຈມາຍັງຄະນະນຳຂັ້ນເມືອງ ຕະຫຼອດຮອດສຳມະນາກອນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

         ທ່ານ ແສງ ເຊືອຍສົມບັດ ຫົວໜ້າຂະແໜງວິຊາການ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ຜ່ານທິດທາງແຜນການເຝິກອົບຮົມໄລຍະສັ້ນ ທິດສະດີການເມືອງ ແລະ ການປົກຄອງ ລະບົບ 10 ວັນ ຊຸດທີ່ III ໃຫ້ແກ່ເລຂາຄະນະພັກບ້ານ, ນາຍບ້ານ. ການເຝິກອົບຮົມຄັ້ງນີ້ ຈະໃຊ້ເວລາຮຽນທັງໝົດ 87 ຊົ່ວໂມງ ໃນນັ້ນຊົ່ວໂມງຂຶ້ນຮ້ອງຟັງບັນຍາຍຕົວຈິງ 64 ຊົ່ວໂມງ, ຄົ້ນຄວ້າສຳມະນາ ແລະ ແກ້ຂໍ້ຂ້ອງໃຈລວມທັງໝົດ 11 ຊົ່ວໂມງ, ກວດກາປະເມີນຜົນ 12 ຊົ່ວໂມງ ລວມມີ 3 ກຸ່ມວິຊາຄື: ກຸ່ມວິຊາທິດທາງລວມ ມີ 4 ບົດ, ກຸ່ມວິຊາວຽກງານພັກ 7 ບົດ, ວິຊາບໍລິຫານການປົກຄອງ 8 ບົດ. ນອກນັ້ນ ຍັງຈະໄດ້ເຄື່ອນໄຫວກິດຈະກຳແລກປ່ຽນບົດຮຽນອື່ນໆ ອີກ ພາຍຫຼັງສຳເລັດການຮຽນ ຍັງມີການປະເມີນຄວາມຮັບຮູ້ຂອງສຳມະນາກອນອີກດ້ວຍ.

         ໃນຕອນທ້າຍ ຍັງໄດ້ຮັບຟັງການໂອ້ລົມ ຂອງ ທ່ານ ບຸນຈັນ ສຸດທິປັນຍາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆລອງ, ທ່ານ ໄດ້ເນັ້ນໜັກໃຫ້ສຳມະນາກອນ ກໍຄືເລຂາພັກບ້ານ, ນາຍບ້ານຢູ່ເມືອງລອງຮັບຮູ້ເຖິງບົດບາດຄວາມສຳຄັນໃນການຮ່ຳຮຽນທິດສະດີການເມືອງ ແລະ ການປົກຄອງຢູ່ຂັ້ນຮາກຖານບ້ານ ເພື່ອແນໃສ່ປະຕິບັດໜ້າທີ່ການເມືອງໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດວາງອອກ ໃນແຕ່ລະໄລຍະ, ຮູ້ຈັກໝູນໃຊ້ທິດສະດີທີ່ຮຽນມາເຂົ້າໃນຊີວິດຕົວຈິງ, ມີສະຕິຕໍ່ການຈັດຕັ້ງພ້ອມເປັນເຈົ້າການໃນການຕ້ານປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນຢູ່ຮາກຖານຂັ້ນບ້ານໃນສະເພາະໜ້າ.

ຂ່າວ/ພາບ: ປອ ວັນນາໄຊ ບຸນຖາວອນ
ບັນນາທິການ: ປທ ບຸນປັນ ສຸມຸນທອງ