ໃນວັນທີ 02 ກັນຍາ 2022 ຄະນະບໍລິຫານສາດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຳນວນທັງໝົດ 13 ທ່ານ, ຍິງ 6 ທ່ານ, ໄດ້ໄປທັດສະນະແລກປ່ຽນບົດຮຽນກັບຫ້ອງວ່າການເມືອງສີສັດຕະນາກ ນະຄແນຫຼວງວຽງຈັນ ນໍາພາໂດຍ: ທ່ານ ປອ ໝອນແກ້ວ ຈິດຕະລາດ ຫົວໜ້າຄະນະບໍລິຫານສາດ, ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ຮອງຫົວໜ້າຄະນະບໍລິຫານສາດ, ທ່ານ  ປທ ນ ອານົງ ຂັນທະຍົງ ຮອງຫົວໜ້າຄະນະບໍລິຫານສາດ, ພະນັກງານ ແລະຄູ-ອາຈານ ຄະນະບໍລິຫານສາດເຂົ້າຮ່ວມ.

ໃນພາກເຊົ້າ ແມ່ນໄດ້ຮັບຟັງການລາຍງານ ໃນການບໍລິຫານລັດຂັ້ນເມືອງ ຢູ່ຫ້ອງວ່າການປົກຄອງເມືອງ ສີສັດຕະນາກ ເຊີ່ງເປັນຄະນະປະທານໂດຍ: ທ່ານ  ປອ ທິນນະກອນ ທອງຄຳ ຮອງເຈົ້າເມືອງ ສີສັດຕະນາກ, ຫຼັງຈາກນັ້ນກໍ່ໄດ້ຮັບຟັງການລາຍງານທາງດ້ານທີ່ຕັ້ງ ແລະຈຸດພິເສດຂອງເມືອງ, ດ້ານການບໍລິຫານລັດ ຂັ້ນເມືອງໃນໄລຍະທີ່ຜ່ານມາມີການເຕີບໃຫຍ່ຂະຫຍາຍຕົວຢ່າງເຂັ້ມແຂງ.

ໃນທົ່ວເມືອງສີສັດຕະນາກ ມີ​ເນື້ອທີທັງໝົດ 31 ກິໂລຕາແມັດ, ປະກອບດ້ວຍ 37 ບ້ານ, ມີ 839 ໜ່ວຍ, ມີ 14.955 ຫຼັງຄາເຮືອນ, ມີ 12.174 ຄອບຄົວ, ມີພົນລະເມືອງທັງໝົດ 67.019 ຄົນ, ຍິງ 34.248 ຄົນ, ຄວາມໜາແໜ້ນຂອງປະຊາກອນ 2.162 ຄົນ ຕໍ່ກິໂລຕາແມັດ, ມີຊາຍແດນຕິດກັບບັນດາເມືອງອ້ອມ ຂ້າງຄື: ທິດ

ເໜືອຕິດກັບເມືອງຈັນທະບູລີ, ທິດໃຕ້ຕິດກັບເມືອງຫາດຊາຍຟອງ, ທິດຕາເວັນອອກຕິດກັບເມືອງໄຊເສດຖາ, ທິດຕາເວັນຕົກຕິດກັບແມ່ນ້ຳຂອງ ມີ 14 ບ້ານທີ່ຕິດກັບຊາຍແດນລາວໄທ ທີ່ມີຄວາມຍາວ 8 ກິໂລແມັດ.

ເມືອງສີສັດຕະນາກມີທ່າແຮງທາງດ້ານການຄ້າ-ການບໍລິການ ແລະເປັນຈຸດໃຈກາງທາງດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ດ້ານວັດທະນະທຳ-ສັງຄົມ, ມີບັນດາສຳນັກງານຂອງພັກ-ລັດຖະ ບານ, ມີສະຖານທູດ ແລະອົງການຈັດຕັ້ງສາກົນ, ມີສູນການຄ້າ-ບໍລິການ, ມີທະນາຄານ, ມີສະຖາບັນການສຶກສາທັງພາກລັດ-ເອກະຊົນ, ມີໂຮງແຮມ, ມີອາພັດເມັ້ນ,  ມີແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳ, ປະຫວັດສາດ ແລະມີທິວທັດທຳມະຊາດຕາມລໍາແມ່ນໍ້າຂອງ ທີ່ສວຍງາມແຫ່ງໜຶ່ງ ຂອງນະຄອນຫຼວງວຽງຈັນ.

         ທ່ານໄດ້ໃຫ້ກຽດອະທິບາຍກ່ຽວກັບການບໍລິຫານລັດ ຢູ່ເມືອງ ສີສັດຕະນາກ ໃນໄລຍະທີ່ຜ່ານມາອົງການບໍລິຫານລັດ ເມືອງສີສັດຕະນາກ ກໍ່ແມ່ນອົງການບໍລິຫານລັດຂັ້ນທ້ອງຖິ່ນ ເຮັດພາລະບົດບາດຄຸ້ມຄອງການບໍລິຫານລັດທາງດ້ານການເມືອງ, ການປົກຄອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແລະນຳໃຊ້ຊັບພະຍາກອມະນຸດ, ປົກປັກຮັກສາ ແລະນຳໃຊ້ຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ, ການຈັດຕັ້ງປະຕິບັດແຜນພັດທະນາໃນຂອບເຂດຄວາມຮັບຜິດຊອບຂອງຕົນ. ໂດຍແມ່ນຄະນະບໍລິຫານງານພັກເມືອງ ສີສັດຕະນາກ ສະໄໝທີ VII ເປັນຜູ້ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນຄັ້ງທີ່ VII ຂອງອົງຄະນະພັກເມືອງສີສັດຕະນາກໂດຍແມ່ນ ຄະນະບໍລິຫານງານພັກເມືອງ ສີສັດຕະນາກ ຈຳນວນ 24 ສະຫາຍ ເປັນເຈົ້າການໃນການຈັດຕັ້ງປະ ຕິບັດໃຫ້ປາກົດຜົນເປັນຈິງເທື່ອລະກ້າວ. ໂດຍສະເພາະກໍແມ່ນການຮັບປະກັນໃນການຈັດຕັ້ງປະຕິບັດລັດຖະທຳມະນູນກົດໝາຍ, ດຳລັດ, ລະບຽບການ, ມະຕິ, ຄຳສັ່ງ ແລະຄຳແນະນຳຂອງຂັ້ນເທິງໃນແຕ່ລະໄລຍະ. ການສ້າງແຜນ ແລະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ຄຸ້ມຄອງ ແລະປະຕິບັດແຜນລາຍຮັບ, ແຜນລາຍຈ່າຍຂອງທ້ອງຖິ່ນໃຫ້ຖືກຕ້ອງ, ຄົບຖ້ວນ, ທັນເວລາ ແລະໂປ່ງໃສ, ອອກຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ, ແຈ້ງການ…ພ້ອມກັນນັ້ນ, ກໍຍັງໄດ້ຄຸ້ມຄອງພະນັກງານ-ລັດຖະກອນໃນການຈັດຕັ້ງປະຕິບັດໜ້າທີ່ ແລະສ້າງບຳລຸງຍົກລະດັບຄວາມຮູ້-ຄວາມສາມາດທາງດ້ານການເມືອງ, ການປົກຄອງ, ວິຊາສະເພາະໃຫ້ພະນັກງານ-ລັດຖະກອນ, ພະນັກງານຂັ້ນບ້ານ ແລະການລາຍງານການຈັດຕັ້ງປະຕິບັດວຽກງານຂອງຕົນ ລວມໄປເຖິງສະພາບການຮອບດ້ານຂອງເມືອງ ໃຫ້ເຈົ້າຄອງນະຄອນຫລວງ ແລະອົງການທີ່ກ່ຽວຂ້ອງໄດ້ຮັບຊາບຢ່າງເປັນປົກກະຕິ.

ສັງລວມແລ້ວ, ການທັດສະນະສຶກສາ ຂອງພະນັກງານ-ຄູອາຈານ ຄະນະບໍລິຫານສາດ ເຫັນໄດ້ການບໍລິຫານລັດເຮັດ​ວຽກ​ແບບມີ​ແຜນການ, ​ແຜນ​ງານ​, ໂຄງການ​ລະອຽດ,  ​ແກ້​ໄຂວຽກງານ​ຢ່າງ​ມີ​ຈຸດ​ສຸມ, ມີ​ເປົ້າໝາຍຖືກຕ້ອງ​ຕາມ​ລະບຽບການແຕ່ລະ​ໄລຍະ, ປະສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ, ເຮັດ​ວຽກມີ​ການ​ກວດກາ, ຕິດຕາມ, ​ຊຸກຍູ້, ສະຫຼຸບຖອດ​ຖອນ​ບົດຮຽນ, ຕີ​ລາຄາ​ຜົນ​ໄດ້, ຜົນ​ເສຍພ້ອມ​ທັງ​ລາຍ​ງານ​ສ່ອງ​ແສງ​ຢ່າງ​ເປັນ​ປົກກະຕິ, ການ​ເຄື່ອນ​ໄຫວ​ຂອງ​ຫ້ອງ​ວ່າການ​ເມືອງ ສີສັດຕະນາກ ຖື​ເອົາ​ແນວທາງ​ຍຸດ​ທະ​ສາດ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ-ລັດ ຂັ້ນ​ນະຄອນຫຼວງວຽງຈັນ, ເພື່ອ​ເປັນ​ທິດ​ນໍາ, ເປັນ​ໃຈກາງ​ປະສານ​ງານ​ ລະຫວ່າງ​ ການ​ນໍາເມືອງ​, ອົງການ​ລັດທຽບ​ເທົ່າ​ຂັ້ນ​ເມືອງ​ ແລະພາກສ່ວນ​ອື່ນໆ ທີ່​ຕັ້ງ​ຢູ່​ເມືອງ ​ເພື່ອ​ໃຫ້ການ​ປະຕິບັດໜ້າທີ່​ການ​ເມືອ​ງ ຂອງ​ຕົນປະສົບ​ຜົນ​ສໍາ​ເລັດ​ໃນ​​ແຕ່ລະ​ໄລຍະ, ລາຍ​ງານກ່ຽວກັບ​ສະ​​ພາບການ​ລວມ​ ແລະການຈັດ​ຕັ້ງ​ປະຕິບັດມະຕິ, ຄໍາ​ສັ່ງຂອງ​ສູນ​ກາງ​ພັກ, ສະພາບ​ວຽກງານ​ທີ່​ພົ້ນ​​ເດັ່ນ​ຂອງ​ທ້ອງ​ຖິ່ນປະ​ຈໍາ​ອາທິ​ດ, ປະ​ຈໍາ​ເດື​ອນ, ປະຈຳ 3 ​ເດືອນ, ປະຈຳ 6​ ເດືອນ, ປະຈຳ 9 ເດືອນ ​ແລະປະ​ຈໍາປີຂັ້ນ​ເມືອງສົ່ງ​ໃຫ້​ຫ້ອງ​ວ່າການ ​ນະຄອນຫຼວງວຽງຈັນ ປະຕິບັດ​ລະບອບ​ປະຊຸມ, ລາຍ​ງານ​ປະ​ຈໍາ​ອາທິດ, ປະ​ຈໍາ​ເດື​ອນ, ປະ​ຈໍາ​ 3 ​ເດືອນ, ປະ​ຈໍາ​ 6 ​ເດື່ອນ, ປະ​ຈໍາ​ 9 ​ເດືອນ  ​ແລະປະ​ຈໍາປີ ເພື່ອສະຫຼຸບສັງລວມສະພາບ​ການ​ເຄື່ອ​ນ​ໄຫວ​ຂອງ​ຫ້ອງວ່າ ການເມືອງ ສີສັດຕະນາກ ​ແລ້ວ​ລາຍ​ງານ​ໃຫ້​ການ​ນໍາເມືອງ.

ຂ່າວ/ພາບ: ປທ ຄຳຝັ້ນ ແສງແກ້ວ
ບັນນາທິການ: ປທ ປຸນປັນ ສຸມຸນທອງ

ຂ່າວອື່ນໆ