ສະພາວິທະຍາສາດ ຄະນະເສດຖະສາດການເມືອງ ແລະຄຸ້ມຄອງເສດຖະກິດ ເປີດກອງປະຊຸມສຳມະນາວິທະຍາສາດ ຫົວຂໍ້: “ສ້າງປະຖົມປັດໄຈ ເພື່ອຮອງຮັບໃຫ້ແກ່ການບໍລິການເສັ້ນທາງລົດໄຟ ລາວ-ຈີນ”
ໃນວັນພະຫັດ ວັນທີ 26 ສິງຫາ 2021 ຢູ່ທີ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ຫົວຂໍ້: “ສ້າງປະຖົມປັດໄຈ ເພື່ອຮອງຮັບໃຫ້ແກ່ການບໍລິການເສັ້ນທາງລົດໄຟ ລາວ-ຈີນ” ກອງປະຊຸມຄັ້ງນີ້ແມ່ນພາຍໃຕ້ການເປັນປະທານ ຂອງທ່ານ ຮສ ສະໝຸດທອງ ສົມພານິດ, ຮອງປະທານສະພາວິທະຍາສາດ, ຮອງຫົວສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ; ມີບັນດາຄະນະພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າຄະນະ, ຮອງຄະນະ,ມີບັນດານັກວິທະຍາສາດ ແລະພະນັກງານ-ຄູອາຈານ ເຂົ້າຮ່ວມທັງໝົດ 50 ກວ່າທ່ານ.…
