ເພື່ອເຮັດໃຫ້ການຈັດຕັ້ງແຜນການຮຽນ-ການສອນ ໄປຕາມໂຄງການຫຼັກສູດປະລິນຍາໂທ ຂອງ ສມປຊ ວາງອອກ ແລະເພື່ອເຮັດໃຫ້ທິດສະດີທີ່ນັກສຶກສາໄດ້ຄົ້ນຄວ້າຮໍ່າຮຽນມາ ໃຫ້ຕິດພັນກັບພຶດຕິກໍາຕົວຈິງ. ກົມຄຸ້ມຄອງການຮຽນ-ການສອນ ຈຶ່ງໄດ້ສ້າງແຜນການລົງກໍ່ສ້າງຮາກຖານການເມືອງຂອງນັກສຶກສາ ປະລິນຍາໂທ ຮຸ່ນທີ XVIII ຫ້ອງ ກ ແລະ ຂ ຢູ່ທີ່ເມືອງສັງທອງ, ນະຄອນຫຼວງວຽງຈັນ.

       ໃນພິທີດັ່ງກ່າວ, ພາຍໃຕ້ການເປັນປະທານຮ່ວມໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະທ່ານ ພົງສະຫວັນ ສີລີພັນ ເລຂາພັກເມືອງ, ເຈົ້າເມືອງໆສັງທອງ, ມີຕາງໜ້າພາກສ່ວນກ່ຽວເປັນຕົ້ນແມ່ນຫ້ອງວ່າການປົກຄອງເມືອງສັງທອງ, ຄະນະບ້ານ 14 ບ້ານແລະນັກສຶກສາປະລິນຍາໂທ ຮຸ່ນທີ XVIII ເຊິ່ງມີຈໍານວນພົນທັງໝົດ 140 ທ່ານ ແລະຍິງ 39 ທ່ານ.

ທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນໄດ້ຜ່ານແຜນການເຄື່ອນໄຫວລົງກໍ່ສ້າງຮາກຖານການເມືອງຊຶ່ງເນື້ອໃນໄດ້ສ່ອງແສງໃຫ້ເຫັນວ່າ:  ການລົງກໍ່ສ້າງຮາກຖານການເມືອງແມ່ນການເສີມຂະຫຍາຍ ແລະໝູນໃຊ້ຄວາມຮູ້ທາງດ້ານຫຼັກມູນທິດສະດີ ມາກ-ເລນິນ ແລະທິດສະດີການເມືອງ-ການປົກຄອງ, ແນວທາງນະໂຍບາຍຂອງພັກ ແລະລະບຽບກົດໝາຍຂອງລັດທີ່ໄດ້ສຶກສາຄົ້ນຄວ້າໃນໄລຍະຜ່ານມາຢ່າງປະດິດສ້າງເຂົ້າໃນພຶດຕິກຳຕົວຈິງ ແລະເພື່ອໃຫ້ນັກສຶກສາຮູ້ວິທີເກັບກໍາ, ວິໄຈ ແລະສັງລວມຂໍ້ມູນຕ່າງໆທີ່ຈຳເປັນຢູ່ທ້ອງຖິ່ນເຊັ່ນ: ຈຸດພິເສດການພັດທະນາເສດຖະກິດ-ສັງຄົມ ຂອງເມືອງ, ຂອງກຸ່ມບ້ານ ແລະເຫັນໄດ້ຂໍ້ສະດວກ ແລະຂໍ້ຫຍຸ້ງຍາກພ້ອມທັງຮູ້ໄດ້ເຖິງຄວາມມຸ້ງມາດປາຖະໜາຂອງປະຊາຊົນ ຢູ່ທ້ອງຖິ່ນຮາກຖານພ້ອມທັງໃຫ້ສາມາດນໍາໃຊ້ທິດສະດີ ແລະພຶດຕິກໍາທີ່ີໄດ້ຮຽນມາ ນໍາໄປຜັນຂະຫຍາຍໃຫ້ແກ່ຄະນະພັກບ້ານ, ນາຍບ້ານ ແລະປະຊາຊົນໃນການປະກອບສ່ວນທາງດ້ານທິດສະດີ ແລະຫຼັກການເພື່ອຊ່ວຍໃນການປັບປຸງອົງການປົກຄອງຢູ່ຂັ້ນທ້ອງຖິ່ນຮາກຖານບ້ານ ໃຫ້ເປັນລະບົບຄົບຊຸດ, ມີຄວາມປອດໃສ, ໜັກແໜ້ນ ແລະເຂັ້ມແຂງຮອບດ້ານ.

ສຳລັບດ້ານເວລາເລີ່ມແຕ່ວັນທີ 1-20 ກຸມພາ 2023, ໄລຍະ 20 ວັນ (ນັບທັງວັນເສົາ-ອາທິດ) ແລະເພື່ອເຮັດໃຫ້ບັ້ນລົງກໍ່ສ້າງຮາກຖານການເມືອງໃຫ້ມີຜົນສຳເລັດ ແລະເປັນໄປຕາມແຜນ ແລະມີປະສິດທິຜົນ ທ່ານ ປອ ດາວສະຫວັນ ເຄືອມີໄຊ ໄດ້ໃຫ້ທິດຊີ້ນຳວ່າ: ການນໍາເອົາພະນັກງານ-ຄູອາຈານ ແລະນັກສຶກສາ ລົງຝຶກງານໃນຄັ້ງນີ້ກໍ່ເພື່ອຊ່ວຍປັບປຸງ ແລະພັດທະນາວຽກງານຕ່າງໆ ເປັນຕົ້ນແມ່ນວຽກງານກໍ່ສ້າງຮາກຖານການເມືອງ ຢູ່ທ້ອງຖິ່ນຮາກຖານໃຫ້ເຂັ້ມແຂງໜັກແໜ້ນ. ພ້ອມນັ້ນ, ກໍ່ເປັນການສ້າງໃຫ້ພະນັກງານ-ຄູອາຈານ ແລະນັກສຶກສາ ຮຽນຮູ້ພຶດຕິກໍາຕົວຈິງ ຢູ່ທ້ອງຖິ່ນຮາກຖານ ແລະໝູນໃຊ້ທິດສະດີການເມືອງ-ການປົກຄອງ ທີ່ໄດ້ຮໍ່າຮຽນມາ ເຂົ້າສູ່ພຶດຕິກໍາຕົວຈິງຢ່າງມີວິທະຍາສາດ; ພ້ອມທັງເປັນກໍາລັງແຮງຊ່ວຍສ້າງ ແລະພັດທະນາອົງການປົກຄອງຂັ້ນບ້ານ ກໍ່ຄືເມືອງໃຫ້ເຂັ້ມແຂງໜັກແໜ້ນ; ສ້າງຄວາມສາມັກຄີຮັກແພງ ແລະຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງ ອົງການປົກຄອງແຕ່ລະຂັ້ນ, ຄູ-ອາຈານ ແລະນັກສຶກສາ ຕະຫຼອດຮອດພໍ່ແມ່ປະຊາຊົນ ໃຫ້ຮັດແໜ້ນຂຶ້ນກວ່າເກົ່າ.

ນອກນັ້ນ, ທ່ານຍັງໄດ້ເນັ້ນໜັກອີກວ່າ: ເພື່ອເຮັດໃຫ້ແຜນການເຄື່ອນໄຫວດັ່ງກ່າວນັ້ນ ໄດ້ຮັບການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ ແລະມີທິດຊີ້ນໍາບາງດ້ານ ດັ່ງນີ້:

1).ຄະນະຮັບຜິດຊອບລວມ:

ນໍາພາ-ຊີ້ນໍາ, ຕິດຕາມກວດກາພ້ອມທັງຊຸກຍູ້ໃນການປະຕິບັດໜ້າວຽກງານ ໃຫ້ຕາມແຜນທີ່ໄດ້ກໍານົດໄວ້ໃຫ້ສໍາເລັດຢ່າງຂົລງາມ ມີການສ່ອງແສງລາຍງານຢ່າງເປັນປະຈໍາ, ພົວພັນປະສານສົມທົບກັບເມືອງ ແລະພາກສ່ວນທີ່ກ່ຽວຂ້ອງ.

2).ຄະນະຮັບຜິດຊອບຂັ້ນເມືອງ ແລະກຸ່ມບ້ານ:

– ປະສານສົມທົບຮ່ວມກັບຄະນະຮັບຜິດຊອບແລະນັກສຶກສາສົມທົບກັນສ້າງແຜນການເຄື່ອນໄຫວວຽກງານຕ່າງໆ ພາຍໃນບ້ານໃຫ້ສໍາເລັດຕາມແຜນການທີ່ກໍານົດໄວ້.

ສະໜອງຂໍ້ມູນຂ່າວສານ ແລະເອກະສານຕ່າງໆ ທີ່ສໍາຄັນໃນການພັດທະນາ ແລະລະບຽບການ, ນິຕິກໍາລູ່ມກົດ

ໝາຍຕ່າງໆ ຂອງບ້ານເພື່ອນໍາໄປເຜີຍແຜ່ໃຫ້ແກ່ປະຊາຊົນພາຍໃນບ້ານ.

ຕິດຕາມ, ກວດກາ, ສ່ອງແສງລາຍງານສະພາບການເຄື່ອນໄຫວວຽກງານຕ່າງໆເມື່ອມີເຫດການທີ່ບໍ່ດີເກີດຂຶ້ນຫຼືມີຂໍ້ສະເໜີຕ່າງໆ ລາຍງານໃຫ້ພາກສ່ວນທີ່ກ່ຽວຂ້ອງຮັບຊາບທັນການ.

– ອໍານວຍຄວາມສະດວກໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕ່າງໆ.

3. ຄູ-ອາຈານ.

ຄູ-ອາຈານມີການເຄື່ອນໄຫວໃນການສ້າງແຜນພາຍໃນບ້ານ, ປະສານສົມທົບກັບອໍານາດການປົກຄອງ ແລະພໍ່ແມ່ປະຊາຊົນວຽກງານຕ່າງໆ ແລະອໍານວຍຄວາມສະດວກໃນການດໍາລົງຊີວິດຕະຫລອດໄລຍະການລົງເຝິກງານ, ນໍາພານັກສຶກສາເຄື່ອນໄຫວການລົງກໍ່ສ້າງຮາກຖານ ໃຫ້ໄປຕາມແຜນການທີ່ໄດ້ກໍານົດໄວ້ໃຫ້ມີປະສິດທິຜົນ ແລະແທດເໝາະກັບທ້ອງຖິ່ນຮາກຖານ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ