ພິທີເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ ຂອງໜ່ວຍພັກຮາກຖານຄະນະບໍລິຫານສາດ ໄດ້​ຈັດ​ຂຶ້ນໃນຕອນແລງ ຂອງວັນ​ທີ 30 ມັງກອນ 2023, ​ໃຫ້​ກຽດ​ເປັນປະທານໂດຍ: ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີແຂກ​ຖືກ​ເຊີນຈາກຕາງໜ້າໜ່ວຍພັກບັນດາຄະນະວິຊາ, ກົມ, ຫ້ອງການ ແລະສູນຕ່າງໆພາຍໃນ ສມປຊ.

ໃນກອງປະຊຸມ ສະຫາຍ ປທ ພອນແກ້ວ ແສງມະນີ ຮອງຫົວໜ້າພະແນກພັກ ແລະ ປ້ອງກັນພັກ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງອົງຄະນະພັກ ສມປຊ ວ່າດ້ວຍການເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນຈຳນວນ 2 ສະຫາຍ ແລະສະຫາຍ ປອ ໝອນແກ້ວ ຈິດຕະລາດ ຫົວໜ້າຄະນະບໍລິຫານສາດ, ເລຂາໜ່ວຍພັກຮາກຖານຄະນະບໍລິຫານສາດ ຂື້ນກ່າວຮັບເອົາສະມາຊິກພັກສົມບູນ ແລະໄດ້ມອບມະຕິຕົກລົງໃຫ້ທັງ 2 ສະຫາຍ ເພື່ອເປັນເອກະສານຢັ້ງຢືນ, ເຊິ່ງມີດັ່ງນີ້:

  1. ສະຫາຍ ສົມພອນ ແສງສົມ ວັນທີເຂົ້າສະມະຊິກພັກສໍາຮອງ 30 ພະຈິກ 2021 ແລະເລື່ອນຂຶ້ນເປັນສະມາຊິກພັກສົມບູນ ວັນທີ 16 ມັງກອນ 2023.
  2. ສະຫາຍ ສອນທະວີ ສີສະໜັກ ວັນທີເຂົ້າສະມະຊິກພັກສໍາຮອງ 30 ພະຈິກ 2021 ແລະເລື່ອນຂຶ້ນເປັນສະມາຊິກພັກສົມບູນ ວັນທີ 16 ມັງກອນ 2023.

ໃນຕອນທ້າຍ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ໄດ້ມີຄຳເຫັນໂອ້ລົມຕໍ່ສະມາຊິກພັກສົມບູນທີ່ຈະຕ້ອງໄດ້ເພີ່ມຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ ທີ່ຕົນເອງໄດ້ຮັບການມອບໝາຍຈາກການຈັດຕັ້ງຂັ້ນເທິງ ໂດຍສະເພາະກໍ່ແມ່ນວຽກງານວິຊາສະເພາະ ແລະວຽກງານຂະ ບວນການຕ່າງໆ ເພື່ອສ້າງຕົນເອງໃຫ້ກາຍເປັນສະມາຊິກພັກທີ່ເຂັ້ມແຂງ ແລະດີເດັ່ນໃນຕໍ່ໜ້າ. ນອກຈາກນັ້ນ, ສະຫາຍຍັງໄດ້ໃຫ້ທິດຊີ້ນຳຕໍ່ສະມາຊິກພັກໃໝ່ ໃຫ້ສືບຕໍ່ເຝິກຝົນຕົນເອງໃນທຸກດ້ານ, ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ, ກຳແໜ້ນແນວທາງນະໂຍບາຍຂອງພັກໃຫ້ເລິກເຊິ່ງກວ່າເກົ່າ, ເປັນເຈົ້າການປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ; ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ເສີມຂະຫຍາຍບົດບາດນຳໜ້າໃຫ້ແກ່ມະຫາຊົນໃນທຸກດ້ານກາຍເປັນຜູ້ສືບທອດທີ່ດີຂອງພັກ-ຂອງລັດຕໍ່ໄປ.

ຂ່າວ/ພາບ ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ