ໃນວັນທີ 31 ມັງກອນ 2023 ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດຕັ້ງພິທີປ້ອງກັນບົດຈົບຊັ້ນ ຂອງນັກສຶກສາ ຊັ້ນສູງລະບົບເລັ່ງລັດ 5 ເດືອນ ຮຸ່ນທີ XXXI ຈຳນວນ 56 ທ່ານ, ຍິງ 12 ທ່ານ ຊຶ່ງໄດ້ຜ່ານການຂຶ້ນຫ້ອງຮຽນຄົບຕາມຫຼັກສູດ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດກໍານົດໄວ້ ແລະໄດ້ຂຽນບົດຈົບຊັ້ນສໍາເລັດ.

         ດັ່ງນັ້ນ, ເພື່ອເປັນການທົດສອບຜົນການສຶກສາຄົ້ນຄວ້າມານັ້ນ ຈຶ່ງໄດ້ຈັດພິທີປ້ອງກັນບົດຈົບຊັ້ນ ເພື່ອໃຫ້ນັກສຶກສາໄດ້ສະແດງທັດສະນະທິດສະດີການເມືອງ-ການປົກຄອງ ຢັ້ງຢືນເຖິງຄວາມເຂົ້າໃຈ ແລະກໍາໄດ້ບັນດາຫຼັກມູນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະຜ່ານການປ້ອງກັນບົດຈົບຊັ້ນເຫັນວ່ານັກສຶກສາທຸກຄົນ ສາມາດປ້ອງກັນບົດທີ່ຕົນເອງໄດ້ຄົ້ນມາເປັນຢ່າງດີ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ