ໃນລະຫ່ວາງ ວັນທີ 23-27 ມັງກອນ 2023 ນີ້​ທີ່ຫ້ອງປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານການ ເມືອງ ແລະ ການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຊຸດເຝິກອົບຮົມ​ໃຫ້ລັດຖະກອນໃໝ່ ໃຫ້ກຽດເປັນປະທານໂດຍ: ທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ,ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍລັດຖະກອນໃໜ່ ຈໍານວນ 9 ທ່ານ, ຍິງ 2 ທ່ານ ທີ່ມາຈາກບັນດາກົມ, ຫ້ອງການ, ຄະນະຕ່າງໆ ແລະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ເຊິ່ງຊຸດເຝິກອົບຮົມນີ້ປະກອບມີ 10 ບົດໃນການນຳສະເໜີໃນການເຝິກອົບຮົມ.

ຜ່ານການຈັດຕັ້ງເຝິກອົບຮົມລັດຖະກອນໃໝ່ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທ່ານ. ປອ ນ. ເກດມະນີ ອິນທະວົງ ຫົວໜ້າພະແນກພະນັກງານ, ຄະນະຮັບຜິດຊອບເຝິກຮົມໄດ້ຜ່ານບົດສະຫຼຸບເຝິກອົບຮົມວ່າ: ຕະຫຼອດໄລຍະ 5 ວັນຄະນະຮັບຜິດຊອບໄດ້ເອົາໃຈໃສ່ຊຸກຍູ້, ສ້າງເງື່ອນໄຂ, ອຳນວຍຄວາມສະດວກໃຫ້ນັກເຝິກອົບຮົມໃຫ້ໄດ້ເຂົ້າຮຽນຢ່າງເຕັມເມັດເຕັມໜ່ວຍ, ພ້ອມທັງໄດ້ຕິດຕາມ-ກວດກາຄວາມເປັນລະບຽບຮຽບຮ້ອຍໃນຊຸດເຝິກອົບຮົມຢ່າງເປັນປົກກະຕິ ແລະຕໍ່ເນື່ອງ, ເຮັດໃຫ້ສຳມະນາກອນມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການຈັດຕັ້ງ, ມີຄວາມບຸກບືນ ຫ້າວຫັນໃນການຮໍ່າຮຽນ, ແລກປ່ຽນຄວາມຮູ້, ປະສົບການ, ແລກປ່ຽນຄຳຄິດເຫັນ ລະຫວ່າງ ສຳມະນາກອນກັບວິທະຍາກອນແບບກົງໄປກົງມາ, ວິທະຍາກອນກໍ່ມີຄວາມເອົາໃຈໃສ່ໃນການກຽມບົດສອນ, ຂຶ້ນຫ້ອງສິດສອນຢ່າງຕັ້ງໜ້າ ແລະມີຜົນສຳເລັດຕາມຄາດໝາຍ. ພ້ອມດຽວກັນນັ້ນສຳມະນາກອນແຕ່ລະທ່ານແມ່ນໄດ້ຕັ້ງໃຈຮໍ່າຮຽນ, ປະຕິບັດລະບຽບການຂຶ້ນຫ້ອງໄດ້ດີ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ. ຜ່ານການເຝິກອົບຮົມເຮັດໃຫ້ນັກເຝິກອົບຮົມສາມາດກຳໄດ້ບັນຫາຕ່າງໆ ກ່ຽວກັບບົດຮຽນທີ່ໄດ້ຮໍ່າຮຽນຕະຫຼອດໄລຍະ 05 ວັນໄດ້ເປັນຢ່າງດີ.

ຊຸດເຝິກອົບຮົມນີ້​ໃຫ້ລັດຖະກອນໃໝ່ ທີ່ບັນຈຸຊັບຊ້ອນເຂົ້າໃນຂົງເຂດວຽກງານຕ່າງໆ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮັບຮູ້ ແລະເຂົ້າໃຈເປັນເອກະພາບກ່ຽວກັບສິດ  ແລະໜ້າທີ່ ຂອງສະຖາບັນ, ສິດ ແລະພັນທະຂອງລັດຖະກອນແຫ່ງ ສປປລາວ: ທັງກຳໄດ້ດ້ານຫຼັກການ, ລະບຽບການ ແລະ ສະ ພາບແວດລ້ອມ ຂອງສະຖາບັນແນໃສ່ເຮັດ​ໃຫ້ລັດຖະກອນໃໝ່ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ມີຄວາມຈົງຮັກພັກດີຕໍ່ການຈັດຕັ້ງ, ມີຄວາມເປັນເຈົ້າການໃນການປະຕິບັດໜ້າທີ່ວຽກງານ ແລະລະບຽບການຕ່າງໆ ທີ່ສະຖາບັນວາງອອກ. ຊຸດຝຶກອົບຮົມລັດຖະກອນໃໝ່ ຂອງສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ ແມ່ນໄດ້ນໍາໃຊ້ ຫຼັກສູດທີ່ກະຊວງພາຍໃນວາງອອກ ທີ່ໄດ້ນໍາໃຊ້ໃນຂອບເຂດທົ່ວປະເທດ, ເຊິ່ງມີທັງໝົດ 10 ຫົວຂໍ້ ດັ່ງນີ້:

1. ຄວາມຮູ້ພື້ນຖານກ່ຽວກັບຈັນຍາບັນຂອງພະນັກງານ-ລັດຖະກອນ.

2. ເຊີດຊູນໍ້າໃຈຮັກຊາດ, ຄວາມສາມັກຄີເປັນປຶກແຜ່ນທົ່ວປວງຊົນ ເພື່ອສ້າງສາພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ.

3. ເອກະສານທາງລັດຖະການ.

4. ວຽກງານເລຂານຸການ ແລະການສໍາເນົາເອກະສານ.

5. ການບໍລິຫານອົງການ.

6. ການເຮັດວຽກເປັນໝູ່ຄະນະ.

7. ການສົ່ງເສີມບົດບາດຍິງ-ຊາຍ.

8. ວຽກງານພິທີການ ແລະມາລະຍາດທາງສັງຄົມ.

9. ວຽກງານຄຸ້ມຄອງລັດຖະກອນ.

10. ຄວາມຮູ້ພື້ນຖານກ່ຽວກັບການບໍລິຫານລັດ ຂອງ ສປປ ລາວ.

ນອກຈາກນັ້ນສໍາມະນາກອນໄດ້ຂຶ້ນຜ່ານບົດເກັບກ່ຽວທີ່ຕົນເອງໄດ້ຮຽນມາ.

ໂອກາດ​ດັ່ງກ່າວ,​ ທ່ານ ປທ ນ.ບຸນມີ ຈຸນລະຈັກ ກໍໄດ້​ໂອ້​ລົມນໍາ​ສຳ​ມະ​ນາກ​ອນວ່າ: ການ​ເຝິກອົບຮົມ​ຄັ້ງ​ນີ້ເພື່ອ​ໃຫ​້ພະນັກງານ​ວິຊາ​ການ ທີ່​ເປັນລັດຖະ​ກອນ​ໃໝ່ ກຳ​ໄດ້​ບັນດາ​ເນື້ອ​ໃນ​ທີ່​ນຳ​ມາ​ຄົ້ນ​ຄ້ວາ​ແລກປ່ຽນນຳ​ກັນໃນ​ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ​ເຊິ່ງມີ​ຄວາມ​ສຳຄັນ​ຫຼາຍ ​ເພາະ​ມັນ​ພົວພັນ​ກັບ​ທຸກ​ຂົງ​ເຂດ​ວຽກງານ, ​ເປັນ​ພື​້ນຖານ​ໃນ​ການ​ເລີ່​ມຕົ້ນໃນປະຕິບັດ​ວຽກງາ​ນຂອງ​ຕົນ; ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າບັນດາຫົວຂໍ້ທີ່ໄດ້ຮຽນມາ ແລະຊອກຮູ້ຮໍ່າຮຽນຜ່ານບັນດາເອກະສານດ້ວຍການອ່ານ, ການຟັງ, ການເຂົ້າຫໍສະໝຸດດ້ວຍຕົນເອງຕື່ມ; ຕ້ອງສະແຫວງຫາຄວາມຮູ້ທາງດ້ານພາສາຕ່າງປະເທດ ແລະໄອທີ. ນອກຈາກນັ້ນກໍຍັງໄດ້ເນັ້ນໜັກໃຫ້ບັນດາສໍາມະນາກອນຈົ່ງ​ນຳ​ເອົາ​ຄວາມ​ຮູ້ ທີ່​ໄດ້​ຮັບ​​ໃນ​ຄັ້ງ​ນີ້​ ໄປ​ໝູນໃຊ້​ເຂົ້າ​ໃນ​ວຽກງານ​ຕົວ​ຈິງ​ ຢູ່ບັນດາ​ກົມ​ກອງ​ທີ່​ຕົນ​ສັງ​​ກັດ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ