ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ຍົກລະດັບຄວາມຮູ້ຄວາມສາມາດຕໍ່ວຽກງານຄົ້ນຄວ້າວິໄຈຂ່າວ
ວຽກງານຄົ້ນຄວ້າວິໄຈຂ່າວ ແມ່ນວຽກງານໜຶ່ງທີ່ມີບົດບາດສໍາຄັນຕໍ່ການສຶກສາຄົ້ນຄວ້າ, ຕໍ່ສັງຄົມໃນຍຸກແຫ່ງຂໍ້ມູນຂ່າວສານທີ່ບໍ່ມີພົມແດນ ແລະວຽກງານຂ່າວສານກໍແມ່ນວຽກງານໜຶ່ງທີ່ນອນຢູ່ໃນຄວາມຮັບຜິດຊອບຂອງພະແນກຄົ້ນຄວ້າວິໄຈຂ່າວຂຶ້ນກັບສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ໃນການເຮັດໜ້າທີ່ຊອກຄົ້ນຄວ້າຂ່າວຕ່າງໆພາຍໃນ ແລະຕ່າງປະເທດມາຄົ້ນຄວ້າທີ່ວິໄຈແລ້ວນຳສົ່ງໃຫ້ການນຳຂອງ ສມປຊ ໄດ້ຮັບຮູ້ສະພາບການເຄື່ອນໄຫວຂອງພາຍໃນ ແລະຕ່າງປະເທດ. ການເຝິກອົບຮົມໄດ້ຈັດຂຶ້ນເປັນເວລາ 3 ວັນ (8 ສິງຫາ-10 ສິງຫາ 2022) ຢູ່ຕຶກສູນຂໍ້ມູນຂ່າວສານ; ການເຝິກອົບຮົມຄັ້ງນີ້ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃນການຂຽນຂ່າວ, ເປັນການຖ່າຍຖອດບົດຮຽນ ແລະປະສົບການໃໝ່ໆຂອງວິທະຍກອນໃຫ້ແກ່ໃຫ້ແກ່ພະນັກງານ, ຄູ-ອາຈານ ພາຍໃນ ສມປຊ. ໃນພິທີດັ່ງກ່າວ, ໃຫ້ກຽດເປັນປະທານໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ…
