ເນື່ອງໃນໂອກາດວັນຄ້າຍວັນເກີດ ຂອງປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8 ກຸມພາ 1924-8 ກຸມພາ 2024) ໃນແລງວັນທີ 8 ກຸມພາ 2024 ນີ້. ການນຳສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນໍ​າໂດຍ: ສະຫາຍ ປທ ນ. ບຸນມີ ຈູນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ, ມີຕາງໜ້າໜ່ວຍງານຂັ້ນກົມ ແລະພະນັກງານ, ຄູ-ອາຈານ ໄດ້ເຂົ້າຮ່ວມອວຍພອນ ປະທານ ຄໍາໄຕ ສີພັນດອນ.

        ສະຫາຍ  ປທ ນາງ ບຸນມີ ຈຸນລະຈັກ ໄດ້ນໍາເອົາຄໍາອວຍພອນ, ອາລົມຈິດແຫ່ງຄວາມເປັນຫ່ວງເປັນໄຍ ແລະຄວາມສໍານຶກໃນບຸນຄຸນຂອງປະທານຄໍາໄຕ ສີພັນດອນ ຂອງຄະນະພັກ, ຄະນະອໍາອວຍການ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ທົ່ວສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ມາຍັງ ປະທານ ຄໍາໄຕ ສີພັນດອນ ໃຫ້ມີສຸຂະພາບແຂງແຮງ, ມີພາລານາໄມທີ່ສົມບູນ, ໃຫ້ອາຍຸໝັ້ນຂວັນຍືນ ເປັນຮົມໂພ ຮົມໄຊ, ເປັນແຮງບັນດານໃຈໃຫ້ລູກຫຼານຜູ້ສືບທອດພາລະກິດປະຕິວັດ ທີ່ທ່ານປະທານໄດ້ອຸທິດທັງຊີວິດ ໃນພາລະກິດປະຕິວັດນັ້ນ, ເຊິ່ງລູກຫຼານຂໍຈົດຈໍາຜົນງານອັນຍິ່ງໃຫຍ່, ຮໍ່າຮຽນເອົາແບບແຜນວິທີນໍາພາ ແລະຈົດຈໍາເອົາຄໍາສັ່ງສອນຂອງປະທານມາປະຕິບັດເພື່ອຄວາມກ້າວໜ້າໃນໜ້າທີ່ວຽກງານ ແລະເພື່ອປະໂຫຍດໂດຍລວມຂອງປະເທດ.

        ເຊິ່ງໃຫ້ກຽດຕ້ອນຮັບຄະນະໂດຍ: ປ້າ ທອງວັນ ສີພັນດອນ ຄອບຄົວຂອງ ປະທານ ຄໍາໄຕ ສີພັນດອນ, ໃນວາລະດັ່ງກ່າວ ເພິ່ນກໍໄດ້ເລົ່າປະຫວັດການເຄື່ອນໄຫວ ຂອງ ປະທານ ຄໍາໄຕ ສີພັນດອນ ພ້ອມທັງຖາມຂ່າວຄາວ, ສະແດງຄວາມເປັນຫ່ວງເປັນໄຍມາຍັງ ຄະນະບໍລິຫານງານພັກຕະຫຼອດຮອດພະນັກງານ, ຄູ-ອາຈານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະໄດ້ສະແດງຄໍາຂອບໃຈ ຕໍ່ຄະນະບໍລິຫານງານພັກ, ພະນັກງານ, ຄູ-ອາຈານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ໄດ້ມາຢ້ຽມຢາມຖາມຂ່າວ ແລະໃຫ້ການອວຍພອນທີ່ອົບອຸ່ນໃນຄັ້ງນີ້.

ຂ່າວ: ນ. ທິດດາວອນ ດວງປະເສີດ
ຮູບພາບ: ສຸກສະຫວັດ ເພັດພູທອນ
ບັນນາທິການ: ປທ ບຸນປັນ ສຸມຸນທອງ