ຂ່າວຫຼ້າສຸດ

ພິທີປະກາດແຕ່ງຕັ້ງຄະນະໜ່ວຍພັກຮາກຖານ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຄໍາມ່ວນ ກອງປະຊຸມສຳມະນາວິທະຍາສາດ 6 ແຂວງພາກໃຕ້ ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດການນໍາພາ-ຊີ້ນໍາ ຂອງອົງຄະນະພັກຂັ້ນເທິງ ຕໍ່ໂຮງຮຽນການເມືອງ ແລະ ການປົກຄອງ 6 ແຂວງພາກໃຕ້” ກອງປະຊຸມ ແລກປ່ຽນບົດຮຽນ ການເຮັດທົດລອງປະເມີນວຽກງານການສ້າງລັດ ທີ່ປົກຄອງດ້ວຍກົດໝາຍໃນຂົງເຂດປົກຄອງ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງອຸດົມໄຊ ປິດຊຸດຮຽນທິດສະດີການເມືອງຂັ້ນກາງ ຮຸ່ນທີ VII ແລະ ເປີດຮຽນຊຸດໃໝ່ ຂັ້ນກາງ ຮຸ່ນທີ VIII ແລະ ຂັ້ນຕົ້ນ ຮຸ່ນທີ X ພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ໂຮງຮຽນການເມືອງ ແລະ ການປົກຄອງ 6 ແຂວງ ພາກເໜືອເປີດກອງປະຊຸມສຳມະນາວິທະຍາສາດ ຢູ່ແຂວງຫຼວງນໍ້າທາ

ເມື່ອບໍ່ດົນມານີ້ ແຂວງຫຼວງນໍ້າທາຈັດກອງປະຊຸມສຳມະນາວິທະຍາສາດຫົວຂໍ້: ສ້າງການຫັນປ່ຽນຢ່າງແຂງແຮງໃຫ້ແກ່ພະນັກງານໃນເງື່ອນໄຂເສດຖະກິດຕະຫຼາດຢູ່ 6 ແຂວງພາກເໜືອຄື: ແຂວງຫລວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຜົ້ງສາລີ, ຫລວງພະບາງແລະແຂວງໄຊຍະບູລີ. ໂດຍການເປັນປະທານຂອງ ທ່ານ ປອ ດາວສະຫວັນ ເຄືອມີໄຊ ຮອງປະທານສະພາວິທະຍາສາດ. ຮອງຫົວໜ້າສະຖາບັນການເມືອງແລະການການປົກຄອງແຫ່ງຊາດ, ທ່ານ ປອ ຄໍາພັນ ເຈຍອາກຳມະການພັກແຂວງ, ຫົວໜ້າໂຮງຮຽນການມືອງ ແລະ ການປົກຄອງ ແຂວງຫຼວງນໍາທາ. ໃຫ້ກຽດເຂົ້າຮ່ວມຂອງ ທ່ານວຽງສະຫວັດ ສີພັນດອນ, ກຳມະການສູນກາງພັກ, ເລຂາພັກແຂວງ,…

ສໍາເລັດກອງປະຊຸມໃຫຍ່ ສະມາຊິກພັກ ຂອງໜ່ວຍພັກຮາກຖານກົມຈັດຕັ້ງ-ພະນັກງານ ແລະ ກົມກວດກາ

ໃນຕອນເຊົ້າຂອງວັນທີ 09/08/2024 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກ H ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໜ່ວຍພັກຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາ ໄດ້ເປີດກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ II ຂອງຕົນຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະຫາຍ ປອ ຄໍາຫຼ້າ…

ໂຮງຮຽນການ​ເມືອງ ​ແລະການ​ປົກຄອງ​ແຂວງຕ້ອນຮັບການ​ມາ​ຢ້ຽມ​ຢາມ ແລະມອບ​ອຸ​ປະ​ກອນ​ກິ​ລາ ຂອງພະ​ແນ​ກການ​ເງິນ ​ແຂວງ​ຊຽງຂວາງ

ໂດຍ​ຕອບ​ສະໜອງຕາມ​ການ​ເຊື້ອ​ເຊີນ ຂອງ​ຄະນະ​ພັກ, ຄະນະ​ໂຮງຮຽນການ​ເມືອງ ​ແລະ ການ​ປົກຄອງ​ແຂວງ​ຊຽງຂວາງ. ສະ​ນັ້ນ, ​ໃນ​ຕອນ​ແລງ​ຂອງ​ວັນ​ທີ 7 ສິງຫາ 2024 ທ່ານ ສອນ​ໄຊ ພໍ​ລະ​ສິມ ວ່າການ​ຫົວໜ້າພະ​ແນ​ກການ​ເງິນ​ແຂວງ ພ້ອມ​ດ້ວຍ​ຄະນະ, ພະນັກງານ ພະ​ແນ​ກການ​ເງິນ​ແຂວງ ​ໄດ້​ມາ​ຢ້ຽມຢາມ​ໂຮງຮຽນການ​ເມືອງ ​ແລະ ການ​ປົກຄອງ​ແຂວງ ​​ໃຫ້ກຽດກ່າວ​ຕ້ອນຮັບ​ໂດຍ ທ່ານ ສີວ​ອນ ບຸດ​ດາ​ຈັນ ກຳມະການ​ພັກ​ແຂວງ ຫົວໜ້າ​ໂຮງຮຽນການ​ເມືອງ ​ແລະ ການ​ປົກຄອງ​ແຂວງ, ​ໂອກາດ​ນີ້ ທ່ານ…

ເຊື່ອມຊຶມເອກະສານສໍາຄັນຂອງພັກ

ເພື່ອເປັນການລະນຶກເຖິງບຸນຄຸນ ແລະຮໍ່າຮຽນເອົາບຸນສົມບັດອັນດີງາມ ຂອງອະດີດການນໍາຂອງພັກ-ລັດ ເວົ້າລວມ, ເວົ້າສະເພາະແມ່ນ ປະທານສຸພານຸວົງ ແລະເພື່ອສ້າງຄວາມຮັບຮູ້ອັນເລິກເຊິ່ງ ແລະມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕໍ່ກັບລະບຽບນິຕິກຳຕ່າງໆທີ່ພັກ-ລັດໄດ້ວາງອອກໃນແຕ່ລະໄລຍະນັ້ນ. ດັ່ງນັ້ນ, ໃນຕອນເຊົ້າຂອງວັນທີ 08 ສິງຫາ 2024 ຢູ່ທີ່ ສະໂມສອນໃຫຍ່ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຶ່ງໄດ້ຈັດພິທີເລົ່າຄືນຜົນງານ ແລະແບບແຜນການດຳລົງຊີວິດຂອງ ປະທານສຸພານຸວົງ ແລະມີເຊື່ອມຊຶມບັນດາເອກະສານທີ່ສໍາຄັນຂອງພັກຂຶ້ນ, ໂດຍພາຍໃຕ້ການເປັນປະທານ ແລະໃຫ້ໃນການເຜີຍແຜ່ຂອງ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ…

ຂ່າວອື່ນໆ