ຂ່າວຫຼ້າສຸດ

ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ສາທາລະນະລັດ ກຸຍບາ ປະຈຳ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບນັກສຶກສາ ທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ 7 ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາຈັດກອງປະຊຸມສຳມະນາວິທະຍາສາດ ຜັນຂະຫຍາຍແນວຄິດໄກສອນ ພົມວິຫານ ເຂົ້າໃນວຽກງານສຶກສາ ກອງປະຊຸມສຳມະນາວິທະຍາສາດຊາວໜຸ່ມ 3 ຝ່າຍສຸມໃສ່ຫັນເປັນທັນສະໄໝ ສະຫະພັນກຳມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມກິດຈະກຳຍ່າງເພື່ອສຸຂະພາບສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 140 ປີ ຢ່າງຄຶກຄື້ນ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ໂຮງຮຽນພັກກອມມູນິດຈີນ ແຂວງກຸ່ຍໂຈ. ສປ ຈີນ ຮ່ວມກັນຈັດກອງປະຊຸມສຳມະນາວິທະຍາສາດ ວ່າດ້ວຍວຽກງານກໍ່ສ້າງພັກໃນຍຸກສະໄໝໃໝ່

ເພື່ອຮັດແໜ້ນການພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນທາງດ້ານທິດສະດີ-ພຶດຕິກຳ ລະຫວ່າງ ສອງພັກ ລາວ-ຈີນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໂດຍສະເພາະ ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ ໄດ້ຮ່ວມກັບ ໂຮງຮຽນພັກກອມມູນິດຈີນ ແຂວງກຸ່ຍໂຈ ສປ ຈີນ ຈັດກອງປະຊຸມສຳມະນາວິທະຍາສາດຂຶ້ນ ໃນຕອນເຊົ້າວັນທີ 11 ມີນາ 2026. ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປອ ກູ້ຢ່າງ ສີສົມບຼົ່ງ…

ຄະນະລັດທິສັງຄົມນິຍົມວິທະຍາສາດ  ສຳເລັດຝຶກອົບຮົມວິຊາລັດທິສັງຄົມນິຍົມວິທະຍາສາດ ຢູ່ແຂວງອຸດົມໄຊ

ເພື່ອເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການທາງດ້ານການເມືອງ-ແນວຄິດ ໃນໄລຍະໃໝ່, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ສຳເລັດການຈັດຊຸດຝຶກອົບຮົມ ໃນຫົວຂໍ້: “ຍົກສູງຄຸນນະພາບການສິດສອນວິຊາລັດທິສັງຄົມນິຍົມວິທະຍາສາດໃນເງື່ອນໄຂໃໝ່ ໃຫ້ພະນັກງານ, ຄູ-ອາຈານ” ປີ 2026 ຢ່າງເປັນທາງການ ຢູ່ທີ່ແຂວງອຸດົມໄຊ. ຊຸດຝຶກອົບຮົມດັ່ງກ່າວ ແມ່ນໄດ້ດຳເນີນໃນລະຫວ່າງວັນທີ 2-6 ມີນາ 2026. ພິທີເປີດ ແລະ ປິດຊຸດຝຶກອົບຮົມຄັ້ງນີ້ ແມ່ນໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ ຄຳໃບ ມາລາສິງ ຄະນະປະຈຳພັກ ສມປຊ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ.…

ທີມງານລົງກໍ່ສ້າງຮາກຖານການເມືອງ ເຂົ້າຮ່ວມກອງປະຊຸມ ແລກປ່ຽນຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານ ຂອງບ້ານທ່າ, ເມືອງເຟືອງ, ແຂວງວຽງຈັນ

ໃນຕອນເຊົ້າ ຂອງວັນທີ 5 ມີນາ 2026 ເວລາ 9:00 ຫາ 11:00 ໂມງ ຢູ່ທີ່ຫ້ອງການບ້ານ ທ່າເຮືອ ໄດ້ມີກອງປະຊຸມແລກປ່ຽນຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານຂອງ ບ້ານທ່າ, ເມືອງເຟືອງ, ແຂວງວຽງຈັນ ໂດຍມີເລກຂາພັກບ້ານ, ຮອງນາຍບ້ານ, ປກຊ-ປກສ, ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ ຈຳນວນ 7 ທ່ານ, ຍິງ 3 ທ່ານ. ກອງປະຊຸມດັ່ງກ່າວ ແມ່ນໄດ້ສຸມໃສ່ ແລະລົງເລິກ…

ນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XXI ສືບຕໍ່ເຄື່ອນໄຫວກໍ່ສ້າງ ຮາກຖານການເມືອງ ຢູ່ບ້ານນາມົນ, ເມືອງເຟືອງ, ແຂວງວຽງຈັນ

ໃນລະຫວ່າງວັນທີ 27 ກຸມພາ ຫາ 10 ມີນາ 2026 ນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XXI (ຫ້ອງ ຂ, ໜ່ວຍທີ 4) ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ສືບຕໍ່ລົງເຄື່ອນໄຫວກໍ່ສ້າງຮາກຖານການເມືອງ ຢູ່ບ້ານນາມົນ, ເມືອງເຟືອງ, ແຂວງວຽງຈັນ; ໃນນັ້ນ, ໄດ້ພົບປະເຮັດວຽກກັບຄະນະພັກ-ອຳນາດການປົກຄອງບ້ານ ແລະ ໜ່ວຍງານຕ່າງໆຂອງບ້ານ ຊຶ່ງໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານຂອງແຕ່ລະໜ່ວຍງານ ຕາມ 4 ເນື້ອໃນ 4…

ຂ່າວອື່ນໆ