Month: June 2022

ຊົມເຊີຍຜົນສຳເລັດການເຂົ້າຮ່ວມຝຶກອົບຮົມຫົວຂໍ້: “ການນຳພາທີ່ມີປະສິດທິຜົນ”

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ນຳສົ່ງພະນັກງານ, ຄູ-ອາຈານ ຈຳນວນ 6 ທ່ານ, ຍິງ 2. ທ່ານເຂົ້າຮ່ວມຝຶກອົບຮົມຫົວຂໍ້: “ການນຳພາທີ່ມີປະສິດທິຜົນ”ຊຶ່ງໄດ້ຈັດຂຶ້ນທີ່ເມືອງວັງວຽງ ແຂວງວຽງຈັນ, ເປັນຊຸດຝຶກອົບຮົມທີ່ຈັດຂຶ້ນໂດຍ ສະຖາບັນລາວ-ອົດສຕາລີ ເພື່ອໄປແລກປ່ຽນບົດຮຽນດ້ານທິດສະດີ ແລະພຶດຕິກໍາ ເພື່ອນໍາມາເປັນບົດຮຽນເຂົ້າໃນການຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງ ຢູ່ສມປຊ. ຊຸດຝຶກອົບຮົມດັ່ງກ່າວ, ໄດ້ແບ່ງເປັນ 2 ຊຸດໃນການຝຶກອົບຮົມຄື: ຊຸດທີ 1 ເລີ່ມວັນທີ 23-24 ພຶດສະພາ ມີສຳມະນາກອນ ຈາກຄະນະພົວພັນຕ່າງປະເທດສູນກາງພັກ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ (1.6.1980-1.6.2022)

ໃນຕອນແລງວັນທີ 31 ພຶດສະພາ 2022, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປູກຕົ້ນໄມ້ເນື່ອງໃນໂອກາດສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນ, ໂດຍເປັນເຂົ້າຮ່ວມມີ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ພ້ອມດ້ວຍຄະນະພັກ, ຄະນະນຳ ສມປຊ, ຜູ້ເຂົ້າຮ່ວມມີບັນດາ ພະນັກງານ, ຄູ-ອາຈານ ແລະນັກສຶກສາ. ພິເສດໃນປີນີ້ ສມປຊ ໄດ້ຕ້ອນຮັບຫຼານນ້ອຍ ໂຮງຮຽນປະຖົມ ພັນທະມິດ…