ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ນຳສົ່ງພະນັກງານ, ຄູ-ອາຈານ ຈຳນວນ 6 ທ່ານ, ຍິງ 2. ທ່ານເຂົ້າຮ່ວມຝຶກອົບຮົມຫົວຂໍ້: “ການນຳພາທີ່ມີປະສິດທິຜົນ”ຊຶ່ງໄດ້ຈັດຂຶ້ນທີ່ເມືອງວັງວຽງ ແຂວງວຽງຈັນ, ເປັນຊຸດຝຶກອົບຮົມທີ່ຈັດຂຶ້ນໂດຍ ສະຖາບັນລາວ-ອົດສຕາລີ ເພື່ອໄປແລກປ່ຽນບົດຮຽນດ້ານທິດສະດີ ແລະພຶດຕິກໍາ ເພື່ອນໍາມາເປັນບົດຮຽນເຂົ້າໃນການຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງ ຢູ່ສມປຊ.

ຊຸດຝຶກອົບຮົມດັ່ງກ່າວ, ໄດ້ແບ່ງເປັນ 2 ຊຸດໃນການຝຶກອົບຮົມຄື: ຊຸດທີ 1 ເລີ່ມວັນທີ 23-24 ພຶດສະພາ ມີສຳມະນາກອນ ຈາກຄະນະພົວພັນຕ່າງປະເທດສູນກາງພັກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມທັງໝົດ 21 ທ່ານ, ຍິງ 7 ທ່ານ. ໃນນັ້ນມີພະນັກງານ ຂອງ ສມປຊ ເຂົ້າຮ່ວມ 5 ທ່ານ, ຍິງ 2 ທ່ານຄືຶ: ທ່ານ ປອ ໂພທອງ ໄຊທິບວົງສາ, ທ່ານ ນ. ສົມເພັດ ມະນີວົງ, ທ່ານ ປທ ນ. ອາໄລ ພາລີໃບ, ທ່ານ ສີວັນໄຊ ດວງບຸດດີ ແລະທ່ານ ສຸກສະຫວັດ ເພັດພູທອນ ແລະຊຸດທີ 2 ເລີ່ມວັນທີ 26-27 ພຶດສະພາ ມີສຳມະນາກອນຈາກ ສຳນັກງານໜັງສືພິມວຽງຈັນທາມ ໃນນັ້ນມີພະນັກງານຂອງ ສມປຊ ເຂົ້າຮ່ວມ 1 ທ່ານໆ ຕາອັອດ ແສນທະວີສຸກ.

ໃນພິທີໄດ້ຮຽນເຊີນ ທ່ານ ອຽນ ຄາລແມນ ທີ່ປຶກສາດ້ານການ ພັດທະນາຊັບພະຍາກອນມະນຸດ ຢູ່ສະຖາບັນລາວ- ອົດສະຕຣາລີ ເປັນວິທະຍາກອນ ຖ່າຍທອດຄວາມຮູ້ ແລະແລກປ່ຽນບົດຮຽນປະສົບການກ່ຽວກັບຫົວຂໍ້ດັ່ງກ່າວ ຊຶ່ງແມ່ນໂຄງການຫຼັກສູດໜຶ່ງທີ່ໄດ້ຮັບການຊ່ວຍເຫຼືອຈາກສະຖານທູດອົດສະຕາລີປະຈຳລາວ ແລະສະຖາບັນລາວ-ອົດສະຕາລີເພື່ອສ້າງຄວາມເຂັ້ມແຂງທາງດ້ານການນຳພາໃນຂົງເຂດ ຂອງອົງການຈັດຕັ້ງພັກໂດຍຜ່ານຄະນະພົວພັນຕ່າງປະເທດສູນກາງພັກ, ໂຄງການຫຼັກສູດນີ້ເປັນໂຄງການໄລຍະສັ້ນຊຶ່ງເນື້ອໃນຕົ້ນຕໍກໍໄດ້ສະແດງໃຫ້ເຫັນຫຼາຍບັນຫາທີ່ພົວພັນກັບຫຼັກວິຊາການແລະຄວາມຮູ້ວິທະຍາສາດໃນການນຳພາ-ຊີ້ນຳ ຄຽງຄູ່ກັບການປະກອບສ່ວນກິດຈະກຳຕ່າງໆ ທີ່ສາມາດສ່ອງແສງໃຫ້ເຫັນເຖິງບົດຮຽນທີ່ດີຂອງການນຳພາ ແລະຄວາມເປັນຜູ້ນຳເປັນຕົ້ນ:

  • ຄວາມແຕກຕ່າງ ລະຫວ່າງ ການນຳພາ ແລະການບໍລິຫານ:
  • ຄວາມສະຫຼາດທາງອາລົມ ແລະທາງສັງຄົມ,
  • ຄວາມເຊື່ອໝັ້ນ, ການມອບໝາຍວຽກ ແລະການສື່ສານ
  • ຄວາມສຳຄັນຂອງຄວາມສາມາດ ແລະຄວາມອາດສາມາດຂອງບຸກຄົນ
  • ຄວາມສະຫຼັບສັບຊ້ອນຂອງແຮງຈູງໃຈ ແລະຄວາມຫຼາກຫຼາຍຄວາມສໍາຄັນຂອງເປົ້າໝາຍ ນອກນັ້ນ, ຍັງຍົກໃຫ້ເຫັນພາລະບົດການນຳພາທີ່ມີປະສິດທິຜົນ ນັ້ນກໍຄືການໃກ້ສິດຊະນິດແໜ້ນກັບສະມາຊິກໃນທີມງານ ປ່ຽບເໝືອນກັບຄອບຄົວດຽວກັນ ແລະມີຄວາມຈໍາເປັນຕ້ອງໄດ້ຮຽນຮູ້ວິທີການເຮັດວຽກເປັນທີມຢ່າງມີປະສິດທິພາບ. ຜູ້ເຂົ້າຮ່ວມໄດ້ມີການແລກປ່ຽນຢ່າງກົງໄປກົງມາ, ມີການຕັ້ງຫົວຂໍ້ຕົວຢ່າງໃນການນຳພາທີ່ມີປະສິດຜົນ ແລະຈຳລອງເຫດການຂອງການເປັນຜູ້ນຳພາ ເພື່ອໃຫ້ສຳມະນາກອນໄດ້ສຳພັດ ແລະຮຽນຮູ້ເຕັກນິກຕ່າງໆ, ເງື່ອນໄຂຕ່າງໆທີ່ເໝາະສົມຂອງການເປັນຜູ້ນຳພາ.
ທ່ານ ຕາອັອດ ແສນທະວີສຸກ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ມະໄລທອງ ພອນທິບພາສາ (ສະຖາບັນລາວ-ອົດສຕາລີ)
ບັນນາທິການ: ປທ ບຸນປັນ ສຸມຸນທອງ