ໃນຕອນແລງວັນທີ 31 ພຶດສະພາ 2022, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປູກຕົ້ນໄມ້ເນື່ອງໃນໂອກາດສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນ, ໂດຍເປັນເຂົ້າຮ່ວມມີ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ພ້ອມດ້ວຍຄະນະພັກ, ຄະນະນຳ ສມປຊ, ຜູ້ເຂົ້າຮ່ວມມີບັນດາ ພະນັກງານ, ຄູ-ອາຈານ ແລະນັກສຶກສາ. ພິເສດໃນປີນີ້ ສມປຊ ໄດ້ຕ້ອນຮັບຫຼານນ້ອຍ ໂຮງຮຽນປະຖົມ ພັນທະມິດ ຈໍານວນ 20 ຄົນ ເຂົ້າຮ່ວມໃນວັນສຳຄັນດັ່ງກ່າວ.

ໃນພິທີ ທ່ານ ປທ ນ. ຄຳຫຼ້າແກ້ວອຸ່ນຄຳ ກຳມະການຄະນະພັກ, ຮອງຫົວໜ້າ ສມປຊ ໄດ້ເປັນກຽດໂອ້ລົມ ແລະກ່າວຄວາມໝາຍຄວາມສຳຄັນຂອງວັນປູກຕົ້ນໄມ້ແຫ່ງຊາດ ແລະວັນເດັກນ້ອຍ. ຕົ້ນໄມ້ທີ່ນຳມາປູກໃນປີນີ້ມີຕົ້ນໄມ້ໃຫ້ໝາກ ເປັນຕົ້ນແມ່ນ: ຕົ້ນໝາກມ່ວງ, ຕົ້ນໝາກມີ້, ຕົ້ນລຳໄຍ…ຊຶ່ງລວມທັງໝົດທີ່ນຳມາປູກມີທັງໝົດ 50 ກວ່າຕົ້ນ ຊຶ່ງໃນການປູກມີຄະນະພັກ, ຄະນະນຳ ສມປຊ, ພະນັກງານ, ຄູ-ອາຈານ ແລະນັກສຶກສາຮ່ວມກັບຫຼານນ້ອຍເຍົາວະຊົນດ້ວຍຮອຍຍິ້ມທີ່ເບີກບານມ່ວນຊື່ນກັບການມີສ່ວນຮ່ວມໃນການເຄື່ອນໄຫວກິດຈະກຳ ແລະໄດ້ນໍາພາຢ້ຽມຊົມຫໍສະໝຸດ ສມປຊ ຊື່ງເປັນສູນລວມຂໍ້ມູນຂ່າວສານຮັບໃຊ້ການຮຽນ-ການສອນ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ