ຄະນະບັນນາທິການວາລະສານທິດສະດີການເມືອງ ແລະ ການປົກຄອງ ແນະນຳທັກສະໃນການຂຽນບົດວາລະສານ
ວາລະສານທິດສະດີການເມືອງ-ການປົກຄອງແມ່ນວາລະສານໜຶ່ງທີ່ເຜີຍແຜ່ຜົນຂອງການຄົ້ນຄວ້າວິທະຍາສາດ, ສະຫຼຸບດ້ານທິດສະດີ ແລະພຶດຕິກຳຂອງສະຖາບັນປະກອບສ່ວນໂຄສະນາເຜີຍແຜ່, ສຶກສາອົບຮົມທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ແນວທາງແຜນນະໂຍບາຍຂອງພັກ, ກົດໝາຍ ແລະລະບຽບການຂອງລັດ; ແມ່ນບົດຄົ້ນຄວ້າປະເພດໜຶ່ງເຊິ່ງຂຽນອອກມາເພື່ອເຜີຍແຜ່ຄວາມຮັບຮູ້ກ່ຽວກັບບັນຫາໃດໜຶ່ງທີ່ຜູ້ຂຽນ, ນັກວິທະຍາສາດ, ນັກຄົ້ນຄວ້າເຫັນວ່າສັງຄົມຮຽກຮ້ອງໃຫ້ອະທິຍາຍດ້ວຍຄຳຕອບ ທີ່ມີພື້ນຖານທິດສະດີໃນລະດັບອັນແນ່ນອນ. ບົດຂ່າວລົງວາລະສານທິດສະດີການເມືອງ ແລະການປົກຄອງ ໂດຍລວມແລ້ວແບ່ງອອກເປັນ 3 ປະເພດຕົ້ນຕໍຄື: ບົດຄົ້ນຄ້ວາທິດສະດີ, ບົດຄົ້ນຄວ້າພຶດຕິກຳພາຍໃນປະເທດ ແລະບົດຄົ້ນຄວ້າເຫດການພຶດຕິກຳຕ່າງປະເທດ. ສະນັ້ນ, ໃນຕອນແລງວັນທີ 6 ມັງກອນ 2023 ຄະນະບັນນາທິການວາລະສານທິດສະດີການເມືອງ…