ວາລະສານທິດສະດີການເມືອງ-ການປົກຄອງແມ່ນວາລະສານໜຶ່ງທີ່ເຜີຍແຜ່ຜົນຂອງການຄົ້ນຄວ້າວິທະຍາສາດ, ສະຫຼຸບດ້ານທິດສະດີ ແລະພຶດຕິກຳຂອງສະຖາບັນປະກອບສ່ວນໂຄສະນາເຜີຍແຜ່, ສຶກສາອົບຮົມທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ແນວທາງແຜນນະໂຍບາຍຂອງພັກ, ກົດໝາຍ ແລະລະບຽບການຂອງລັດ; ແມ່ນບົດຄົ້ນຄວ້າປະເພດໜຶ່ງເຊິ່ງຂຽນອອກມາເພື່ອເຜີຍແຜ່ຄວາມຮັບຮູ້ກ່ຽວກັບບັນຫາໃດໜຶ່ງທີ່ຜູ້ຂຽນ, ນັກວິທະຍາສາດ, ນັກຄົ້ນຄວ້າເຫັນວ່າສັງຄົມຮຽກຮ້ອງໃຫ້ອະທິຍາຍດ້ວຍຄຳຕອບ ທີ່ມີພື້ນຖານທິດສະດີໃນລະດັບອັນແນ່ນອນ. ບົດຂ່າວລົງວາລະສານທິດສະດີການເມືອງ ແລະການປົກຄອງ ໂດຍລວມແລ້ວແບ່ງອອກເປັນ 3 ປະເພດຕົ້ນຕໍຄື: ບົດຄົ້ນຄ້ວາທິດສະດີ, ບົດຄົ້ນຄວ້າພຶດຕິກຳພາຍໃນປະເທດ ແລະບົດຄົ້ນຄວ້າເຫດການພຶດຕິກຳຕ່າງປະເທດ.

         ສະນັ້ນ, ໃນຕອນແລງວັນທີ 6 ມັງກອນ 2023 ຄະນະບັນນາທິການວາລະສານທິດສະດີການເມືອງ ແລະ ການປົກຄອງ ໄດ້ແນະນຳທັກສະໃນການຂຽນບົດວາລະສານວາລະສານ ໃຫ້ນັກສຶກສາປະລິນຍາໂທ ຮຸ່ນທີ XVIII ຢູ່ ທີ່ສະໂມສອນ ສມປຊ, ພາຍໃຕ້ການເປັນປະທານ ແລະແນະນຳໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ, ຫົວໜ້າບັນນາທິການວາລະສານທິດສະດີການເມືອງ ແລະການປົກຄອງ.

ວາລະສານທິດສະດີການເມືອງ ແລະ ການປົກຄອງ

         ຈຸດປະສົງໃນການແນະນຳຄັ້ງນີ້ແມ່ນເພື່ອສ້າງຄວາມເປັນເອກະພາບ ໃນການຂຽນບົດວາລະສານທີ່ຖືກຕ້ອງທາງດ້ານເນື້ອໃນ, ການເລືອກຫົວຂໍ້ບົດວາລະສານ, ຫົວຂໍ້ບົດວາລະສານຕ້ອງສັ້ນ, ກະທັດຮັດ, ສ່ອງແສງເຖິງເນື້ອໃນຕົ້ນຕໍຂອງບົດຂຽນ, ຫົວຂໍ້ຖືກມອບໝາຍ ຫຼື ຫົວຂໍ້ທີ່ຕົນເອງເລືອກຕ້ອງເປັນຫົວຂໍ້ທີ່ຜູ້ຂຽນເຂົ້າໃຈເລິກ, ຢາກຄົ້ນຄວ້າ ແລະເນື້ອໃນຕົ້ນຕໍຂອງວາລະສານແມ່ນຈະປະກອບມີ: ເປີດຫົວເລື່ອງ, ເນື້ອໃນ ແລະສະຫຼຸບ…

         ພ້ອມກັນນັ້ນ, ທ່ານ ປທ ສະນຸກສິນ ໂກສີພັນ ຮອງຫົວໜ້າພະແນກວາລະສານ, ຫົວໜ້າກອງບັນນາທິການ, ຮັບຜິດຊອບການສ້າງແຜນຊຸກຍູ້, ກວດກາ ແລະປະເມີນຜົນການຈັດຕັ້ງເຄື່ອນໄຫວວຽກງານວາລະສານ…ໄດ້ລາຍງານສະພາບລວມຂອງຂັ້ນຕອນການຮັບບົດ-ສົ່ງບົດ, ຂັ້ນຕອນການບັນນາທິການແຕ່ລະຂັ້ນ ຈົນໄປເຖິງບົດເຂົ້າຈັດພິມ…ເພື່ອໃຫ້ນັກສຶກສາເຂົ້າໃຈ ແລະອຳນວຍຄວາມສະດວກແກ່ຜູ້ຂຽນບົດລົງວາລະສານ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ທ່ານ ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ