ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນກຳມະກອນ ຄົບຮອບ 138ປີ (1.5.1886-1.5.2024) ໃນຕອນເຊົ້າວັນທີ 29 ເມສາ2024 ເວລາ 6ໂມງ 00ນາທີ ຄະນະບໍລິຫານງານສະຫະພັນກຳມະບານ ສມປຊ ໄດ້ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເພື່ອສະເຫຼີມສະລອງວັນກຳມະກອນສາກົນ ຄົບຮອບ 138ປີ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ກຽດເປັນປະທານພ້ອມທັງນໍາພາຂະບວນການດັ່ງກ່າວໂດຍ: ທ່ານ ປອ ສາຍຄໍາ ມູນມະນີວົງ ກໍາມະການຄະນະພັກ ສມປຊ, ຫົວໜ້າຄະນະປັດຊະຍາ, ມີ ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ປະທານສະຫະພັນກຳມະບານ ສມປຊ, ມີຄະນະພັກ, ຄະນະນໍາ, ບັນດາພະນັກງານ, ຄູ-ອາຈານ, ນັກສຶກສາທຸກຮຸ່ນທຸກລະບົບກໍ່ເຂົ້າຮ່ວມກິດຈະກໍາດັ່ງກ່າວ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 70 ກວ່າທ່ານ.

          ໃນພິທີ ທ່ານ ປອ ກູຢ່າງ ສີສົມບົຼງ ຄະນະກຳມະບານ ສມປຊ ຮອງຫົວໜ້າຄະນະກໍ່ສ້າງພັກ ແລະປະຫວັດສາດພັກ ກໍ່ໄດ້ຂຶ້ນກ່າວຈຸດ ປະສົງ ແລະສະເໜີແຂກເຂົ້າຮ່ວມ. ນອກຈາກນັ້ນ, ກໍ່ໄດ້ຮັບຟັງປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນໂດຍ: ທ່ານ ປອ ສາຍຄໍາ ມູນມະນີວົງ ຫົວໜ້າຄະນະປັດຊະຍາ, ກໍາມະການພັກ ສມປຊ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ແລະການເຕີບການເຕີບໃຫຍ່ຂະຫາຍຕົວຂອງວັນດັ່ງກ່າວ.

          ການສ້າງຂະບວນການຍ່າງເພື່ອສຸຂະພາບໃນຄັ້ງນີ້, ເພື່ອເປັນການສະເຫຼີມສະຫຼອງ ວັນກຳມະກອນສາກົນ ຄົບຮອບ 138ປີ, ທັງເປັນການເຕົ້າໂຮມລະນຶກເຖິງມູນເຊື້ອການຕໍ່ສູ້ຂອງຊົນຊັ້ນກໍາມະກອນ ໃນການປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາຂອງຕົນ ທັງເປັນການປົກປັກຮັກສາສັນຕິພາບ ແລະເປັນຂີດໜາຍອັນສໍາຄັນໃນທົ່ວໂລກ ພ້ອມທັງເປັນການຮັກສາສຸຂະພາບໃຫ້ແຂງແຮງ ແລະມີຈິດໃຈເບີກບານມ່ວນຊື່ນ.

ຂ່າວ: ນ. ທິດດາວອນ ດວງປະເສີດ

ພາບ: ຄອນສະຫວັນ ແສນຍານຸພາບ
ບັນນາທິການ: ປທ ບຸນປັນ ສຸມຸນທອງ