ໃນຕອນບ່າຍວັນທີ 30 ເມສາ 2024 ທີ່ສະໂມສອນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະບໍລິຫານງານຊາວໜຸມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດຈັດພິທີປາຖະກະຖາເຜີຍແຜ່ມູນເຊື້ອວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 69 ປີ(14 ເມສາ 1955-14 ເມສາ 2024) ແລະສະຫຼຸບຜົນງານປະຈໍາປີ 2023 ຂອງຄະນະບໍລິຫານງານຊາວໜຸມ ສມ ປຊ ພາຍໃຕ້ການເປັນປະທານໂດຍ: ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າ ສມປຊ, ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມ ປປລ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ສມປຊ, ມີຄະນະບໍລິຫານງານພັກ, ຄະນະນໍາ ສມປຊ, ສະມະຊິກຊາວໜຸ່ມພະນັກງານ, ຄູ-ອາຈານ ແລະນັກສຶກສາທຸກຮຸ່ນທຸກລະບົບກໍ່ໃຫ້ກຽດເຂົ້າຮ່ວມ. ລວມທັງໝົດ 168 ສະຫາຍ ຍິງ 59 ສະຫາຍ.

          ສະຫາຍ ປທ ສົມສີ ຈັນທະພົມ ຮອງເລຂາ, ປະທານກວດກາ ຄະນະບໍລິຫານງານຊາວໜຸ່ມ ສມປຊ, ຮອງຫົວໜ້າກົມກວດກາ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານຊາວໜຸ່ມ ປີ 2024 ແລະສະຫາຍ ຄໍາໜັ້ນ ພົມມະຈັນ ຫົວໜ້າພະແນກກວດກາພັກ, ກໍາມະການຄະນະບໍລິຫານງານຊາວໜຸ່ມ ສມປຊ ໄດ້ຂຶ້ນ ຜ່ານຂໍ້ຕົກລົງ ແລະມອບໃບຢັ້ງຢືນ 4 ບຸກ ໂດຍຕາງໜ້າຊາວໜຸ່ມແຕ່ລະຮາກຖານເປັນຕົ້ນແມ່ນຮາກຖານພະນັກງານ, ຄູ-ອາຈານ ຕະຫຼອດຮອດຊາວໜຸ່ມຮາກຖານນັກສຶກສາ ຂຶ້ນຮັບໃບຍ້ອງຍໍ. ພ້ອມກັນນັ້ນ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າ ສມປຊ, ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມ ປປລ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ສມປຊ ກໍ່ໄດ້ໃຫ້ກຽດຂຶ້້ນມອບໃບຢັ້ງຢືນ 4ບຸກ ແລະເຜີຍແຜ່ມູນເຊື້ອວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ແລະເຜີຍແຜ່ຜົນສໍາເລັດກອງປະຊຸມສາມັນຄົບຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຄັ້ງທີ 5 ສະໄໝທີ VIII.

ໃນຕອນທ້າຍພິທີທ່ານປະທານໄດ້ເນັ້ນຕື່ມບາງບັນຫາຄື:

  1. ສືບຕໍ່ເອົາໃຈໃສ່ປັບປຸງອົງການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ;
  2. ຄະນະບໍລິຫານງານຊາວໜຸ່ມ, ຮາກຖານ ແລະບັນດາໜ່ວຍຮາກຖານຊາວໜຸ່ມໃຫ້ສືບຕໍ່ປະຕິບັດວຽກງານການເມືອງແນວຄິດໃຫ້ມີຄວາມໜັກແໜ້ນ ແລະອຸ່ນອ່ຽນທຸ່ນທ່ຽງ;
  3. ສືບຕໍ່ເອົາໃຈໃສ່ສ້າງຂະບວນການເຊັ່ນ: ຂະບວນການຮຽນ-ການສອນ, ຂະບວນການຄົ້ນຄວ້າວິທະຍາ ສາດ ເຊິ່ງໃຫ້ຕິດພັນກັບຂະບວນການ 4 ບຸກ,
  4. ສໍາລັບ ຄູ-ອາຈານ ກໍ່ໃຫ້ກໍາແໜ້ນບັນດາແນວທາງ, ຫຼັກມູນ ແລະທິດສະດີມາກ-ເລນິນ ແລະນັກສຶກສາໃຫ້ສຶບຕໍ່ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນໃຫ້ເລິກເຊິ່ງ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ

ບັນນາທິການ: ປທ ບຸນປັນ ສຸມຸນທອງ