1). ວັນທີ 12 ມັງກອນ 2022 ຢູ່ຫ້ອງປະຊຸມຊັ້ນ 1 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ເປີດກອງປະຊຸມສຳມະນາວິທະຍາສາດຫົວຂໍ້: “ວັດທະນະທຳ ກັບການພັດທະນາແບບຍືນຍົງ” ເປັນຫົວຂໍ້ໜຶ່ງທີ່ສຳຄັນຢ່າງຍິ່ງ ນອກຈາກຈະໄດ້ຮັບຮູ້ບົດຮຽນທາງດ້ານທິດສະດີ ແລະພຶດຕິກຳ ກ່ຽວກັບວັດທະນະທຳກັບການພັດທະນາແບບຍືນຍົງ ຍັງເປັນໂອກາດໃນການແລກປ່ຽນບົດຮຽນຕົວຈິງ ປະກອບສ່ວນເສີມສ້າງ ແລະພັດທະນາຄວາມຮູ້ຂອງພະນັກງານ, ຄູ-ອາຈານ ໃຫ້ມີຄວາມຮູ້ເປັນລະບົບ ແລະອຸດົມສົມບູນຍິ່ງຂຶ້ນ. ໃນກອງປະຊຸມ ມີບັນດານັກວິທະຍາສາດ ໄດ້ຜ່ານບົດວິທະຍາສາດກ່ຽວກັບຫົວຂໍ້ດັ່ງກ່າວ, ຊຶ່ງເນື້ອໃນປະກອບດ້ວຍທິດສະດີ ແລະພຶດຕິກຳໃນການຈັດຕັ້ງປະຕິບັດກ່ຽວກັບວັດທະນະທຳກັບການພັດທະນາແບບຍືນຍົງທີ່ສາມາດປະເມີນໄດ້ຜົນສຳເລັດ.

2). ວັນທີ 18 ມັງກອນ 2022. ຊຸດເຝິກອົບຮົມພາສາຈີນແມ່ນໂຄງການໜຶ່ງທີ່ນອນໃນວຽກງານ ຂອງຫ້ອງຮຽນຂົງຈືສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພາຍໃຕ້ຄວາມຮັບຜິດຊອບ ຂອງຫ້ອງການ ສມປຊ, ກົມຈັດຕັ້ງ-ພະນັກງານ ແລະສະຖາບັນຂົງຈື, ມະຫາວິທະຍາໄລແຫ່ງຊາດ. ໂດຍໄດ້ຄັດເລືອກເອົາພະນັກງານ, ຄູ-ອາຈານ ພາຍໃນ ສມປຊ ເປັນຕົ້ນແມ່ນ: ຄະນະວິຊາ, ສູນ, ຫ້ອງການ ພາຍໃນ ສມປຊ ລວມທັງໝົດ 22 ທ່ານ, ຍິງ 8 ທ່ານ. ເລີ່ມຈັດຕັ້ງການຮຽນ-ການສອນ ຕັ້ງແຕ່ວັນທີ 10 ມີນາ 2021 ຈົນມາເຖິງເດືອນທັນວາ 2021. ຄູ-ອາຈານ ທີ່ຮັບຜິດຊອບໃນການຂຶ້ນຫ້ອງຝຶກອົບຮົມມີທັງໝົດ 03 ທ່ານ, ຍິງ 03 ທ່ານ; ໃນນັ້ນ, ມີອາຈານຊ່ຽວຊານຈາກ ສະຖາບັນຂົງຈື, ມະຫາວິທະຍາໄລແຫ່ງຊາດ 01 ທ່ານ, ຍິງ 01 ທ່ານ.

3). ວັນທີ 25 ມັງກອນ 2022. ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຫຼຸບຖອດຖອນບົດຮຽນວຽກງານການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ປະຈໍາປີ 2021, ກອງປະຊຸມໃນຄັ້ງນີ້ ກໍແມ່ນເພື່ອສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ປະຈໍາປີ 2021 ວາງທິດທາງແຜນການປະຈໍາປີ 2022. ກອງປະຊຸມໄດ້ຕີລາຄາສູງຕໍ່ກັບຜົນສຳເລັດຂອງວຽກງານການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຕະຫຼອດ ໄລຍະ 3 ປີ ຜ່ານມາ, ເປັນຕົ້ນແມ່ນການຄົ້ນຄວ້າສຳເລັດຫົວຂໍ້ລົງເລິກຈໍານວນ 5 ຫົວຂໍ້ ທີ່ປີ່ນອ້ອມຫົວຂໍ້ແນວຄິດໄກສອນ ພົມວິຫານ ກ່ຽວກັບພາລະກິດປ່ຽນແປງໃໝ່ຢູ່ປະເທດເຮົາ, ເຊິ່ງປັດຈຸບັນຍັງ ຢູ່ໃນຂັ້ນຕອນການຮັບຮອງຈາກສະພາທິດສະດີສູນກາງພັກ ກະກຽມຈັດພິມເພື່ອຮັບໃຊ້ສັງຄົມ, ນອກຈາກນີ້ໃນສົກປີ 2021 ໄດ້ຈັດຕັ້ງການຄົ້ນຄວ້າບົດວິທະສາດ 4 ຫົວຂໍ້ໃຫຍ່ຄື: ໜຶ່ງ “ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການປະຕິວັດຊາດ ປະຊາທິປະໄຕ ຢູ່ປະເທດເຮົາ”, ສອງ “ຊີວິດ ແລະພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໃນໄລຍະກ່ອນປີ 1955”, ສາມ “ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານຊາວໜຸ່ມ”, ສີ່ “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງ”.

4). ວັນທີ 28 ມັງກອນ 2022 ສະ​ຫະພັນກຳມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ບໍລິຈາກເລືອດ ເນື່ອງໃນວັນສ້າງຕັ້ງສະຫະພັນ ກຳມະບານລາວ ຄົບຮອບ 66 ປີ (1/2/1956-1/2/2022) ການບໍລິຈາກເລືອດຄັ້ງນີ້ ກໍ່ຢູ່ໃນທ່າມກາງທີ່ທົ່ວທັງໂລກ ພວມຢູ່ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະມີສະມາຊິກກໍາມະບານພະ​ນັກ​ງານ, ຄູ-ອາຈານ ແລະນັກ​ສຶກ​ສາຮ່ວມບໍລິຈາກເລືອດທັງໝົດ 7 ສະຫາຍ ຊຶ່ງເປັນການບໍລິຈາກທີ່ບໍລິສຸດ, ໂດຍບໍ່ໄດ້ຫວັງຜົນຕອບແທນແຕ່ຢ່າງໃດ ທັງນີ້ກໍ່ເປັນການບໍລິຈາກເລືອດ ແລະຜະລິດຕະພັນເລືອດທີ່ປອດໄພ ເພື່ອເປັນການຊ່ວຍຊີວິດຂອງຄົນເຈັບໃຫ້ປອດໄພ ແລະເປັນການປູກຈິດສໍານຶກໃຫ້ແກ່ສັງຄົມ ໃນການປະກອບສ່ວນຢ່າງຕັ້ງໜ້າ ໃນການບໍລິຈາກເລືອດຫຼາຍຂຶ້ນເຮັດໃຫ້ສັງຄົມມີຄວາມສະຫງົບ ເປັນສັງຄົມທີ່ມີຈິດໃຈເອື້ອເຟື້ອເພື່ອແຜ່, ມີຄວາມສາມັກຄີ ແລະມີສຸຂະພາບທີ່ແຂງແຮງດີ.

5). ວັນທີ 4 ມີນາ 2022 ກອງປະຊຸມສຳມະນາວິທະຍາສາດພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງ “ທີ່ສະຖາບັນຝຶກອົບຮົມສູນກາງສະຫະພັນແມ່ຍິງ”. ພາຍໃຕ້ການເປັນປະທານທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາ ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ທ່ານ ຮສ. ພູວົງ ອຸ່ນຄຳແສນ. ຊຶ່ງເນື້ອໃນໄດ້ຍົກໃຫ້ເຫັນວ່າ: “ແມ່ຍິງກວມຈຳນວນ ກວ່າເຄິ່ງໜຶ່ງ ຂອງພົນລະເມືອງໃນທົ່ວປະເທດ, ເປັນກຳລັງແຮງອັນຍິ່ງໃຫຍ່ໃນທຸກຂົງເຂດວຽກງານ”. ຕະຫຼອດໄລຍະຜ່ານມາ, ແມ່ຍິງລາວບັນດາເຜົ່າ ໄດ້ຄຽງຢ່າຄຽງໄລ່ກັບເພດຊາຍໃນການອຸທິດເລືອດເນື້ອ, ເຫື່ອແຮງ, ສະຕິບັນຍາ, ວັດຖຸປັດໄຈ ເພື່ອປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ກໍ່ຄືພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ.

6). ວັນທີ 7 ມີນາ 2022 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີມອບ-ຮັບທຸງໄຊ, ຮັບຟັງປາຖະກະຖາເລົ່າມູນເຊື້ອ ແລະສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 112 ປີ(8.3.1910-8.3.2022), ໃນພິທີໄດ້ຮັບຟັງການເລົ່າມູນເຊື້ອຂອງວັນແມ່ຍິງຈາກ ທ່ານ ນ. ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຊຶ່ງທ່ານໄດ້ໃຫ້ຮູ້ວ່າ: “ວັນແມ່ຍິງສາກົນ” ແມ່ນວັນທີ່ການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາ ໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະທວງໃຫ້ມີສິດສະເໝີພາບ…

7). ວັນທີ 14 ມີນາ 2022, ກອງປະຊຸມສຳມະນາລະດັບຊາດ ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບການປະຕິວັດຊາດ ປະຊາທິປະໄຕ ຕາມທິດສັງຄົມນິຍົມ ຢູ່ປະເທດເຮົາ” ທີ່ຫ້ອງປະຊຸມໃຫຍ່ ຂອງຄະນະໂຄສະນາອົບຮົມສູນກາງພັກ, ການຈັດກອງປະຊຸມໃນຄັ້ງນີ້ ກໍແມ່ນເພື່ອສືບຕໍ່ຜັນຂະຫຍາຍມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ 058/ກມສພ ລົງວັນທີ 13 ທັນວາ 2018 ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ແລະເປັນການສ້າງຂະບວນການສະເຫຼີມສະຫຼອງ ວັນເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ເເລະວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ, ຂ່ຳນັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ແລະ ເປັນການຜັນຂະຫຍາຍເນື້ອໃນຈິດໃຈ ຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃຫ້ປະກົດຜົນເປັນຈິງ. ໃນກອງປະຊຸມອັນມີຄວາມໝາຍສໍາຄັນນີ້ ສະຫາຍ ປອ. ຄຳພັນ ເຜີຍຍະວົງ ໄດ້ມີຄຳເຫັນກ່າວເປີດ ກອງປະຊຸມສຳມະນາຂຶ້ນຢ່າງເປັນທາງການ ແລະໄດ້ເນັ້ນໜັກວ່າແນວຄິດໄກສອນ ພົມວິຫານ ກ່ຽວກັບການປະຕິວັດຊາດ ປະຊາທິປະໄຕ ໄດ້ຢືນຢັນໃຫ້ເຫັນເຖິງຄຸນລັກສະນະທາດແທ້, ຈຸດໝາຍບາດກ້າວເດີນ ຂອງການປະຕິວັດຊາດ ປະຊາທິປະໄຕ ຢູ່ປະເທດເຮົາ, ຊີ້ໃຫ້ເຫັນວ່າ ຈຸດໝາຍການປະຕິວັດຊາດ ປະຊາທິປະໄຕ ແມ່ນການສະແດງອອກເຖິງການເຊີດຊູຄັນທຸງຊາດ, ປະຊາທິປະໄຕ ພາຍໃຕ້ການນຳພາ ຂອງພັກຊົນຊັ້ນກຳມະກອນ, ຕາມທິດກ້າວຂຶ້ນສັງຄົມນິຍົມ.

8). ວັນທີ 28 ມີນາ 2022 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບສະຖາບັນດິດ ວິທະຍາສາດສັງຄົມ ຫວຽດນາມໄດ້ມາເຕົ້າໂຮມກັນລົງນາມໃນບົດບັນທຶກການຮ່ວມມືໄລຍະ 2022-2026 (ໃນຮູບແບບອອນໄລ) ພິທີເຊັນສັນຍາການຮ່ວມມືດັ່ງນີ້ແມ່ນຂີດໝາຍປະຫວັດສາດ ຂອງສອງສະຖາບັນ ເພື່ອປະຕິບັດບັນດາແຜນການ ແລະໂຄງການຄົ້ນຄວ້າຮ່ວມກັນ, ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດ; ໃຫ້ຄຳປຶກສາດ້ານນະໂຍບາຍລວມໃຫ້ແກ່ພັກ ແລະລັດ ຂອງແຕ່ລະຝ່າຍໃນການກໍ່ສ້າງ ແລະເພີ່ມທະວີການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະແລກປ່ຽນບົດຮຽນການກໍ່ສ້າງລະດັບປະລິນຍາເອກ ແລະປະລິນຍາໂທ ໃນສາຂາວິທະຍາສາດສັງຄົມ…

9). ວັນທີ 5-9 ເມສາ 2022 ທີ່່ຜ່ານມາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຕ້ອນຮັບຄະນະຜູ້ແທນ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ສສ ຫວຽດນາມ ເນື່ອງໃນການພົບປະຢ້ຽມຢາມ ແລະການກະກຽມໂຄງການກໍ່ສ້າງສະຖາບັນພາກໃຕ້, ໂດຍການນຳພາ ຄະນະຂອງ ທ່ານ ຮວ່າງ ແອັງ ຮວ່າງ, ຫົວໜ້າຄະນະຜູ້ແທນ, ຫົວໜ້າກົມແຜນການ ແລະການເງິນ ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ສສ ຫວຽດນາມ ພ້ອມດ້ວຍຄະນະ 5 ທ່ານ ແລະໃຫ້ກຽດຕ້ອນຮັບຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະ ຕາງໜ້າຂັ້ນກົມ ຫຼື ທຽບເທົ່າເຂົ້າຮ່ວມ. ໃນລະຫວ່າງການພົບປະທັງສອງຝ່າຍ ຕ່າງກໍ່ລາຍງານສະພາບວຽກງານອັນພົ້ນເດັ່ນເຊິ່ງກັນ ແລະກັນຮັບຊາບ ພ້ອມທັງລາຍງານກ່ຽວກັບ ຈຸດປະສົງຂອງການມາເຄື່ອນໄຫວວຽກງານການກະກຽມໂຄງການກໍ່ສ້າງສະຖາບັນພາກໃຕ້ ຢູ່ແຂວງຈຳປາສັກ. ຫຼັງຈາກນັ້ນ ຄະນະຄຸ້ມຄອງໂຄງການສະ​ຖາ​ບັນ​ການ​ເມືອງ ແລະ ການ​ປົກ​ຄອງ​ແຫ່ງ​ຊາດ ໄດ້ເປີດກອງປະຊຸມປຶກສາຫາລືຕໍ່ກັບການກະກຽມໂຄງການ ເຊິ່ງນຳພາໂດຍ ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ, ຫົວໜ້າຫ້ອງການ ສມປຊ, ຮອງຫົວໜ້າຄະນະຮັບຜິດຊອບກະກຽມໂຄງການ ພ້ອມດ້ວຍຄະນະຄຸ້ມຄອງໂຄງການ 9 ທ່ານ ແລະ ຄະນະຄຸ້ມຄອງໂຄງການຈາກສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຊຶ່ງນຳໂດຍ ທ່ານ ຮວ່າງ ແອັງ ຮວ່າງ ພ້ອມດ້ວຍຄະນະ 5 ທ່ານ.

10).​ ວັນທີ 21 ເມສາ 2022, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດພິທີປະກາດການຈັດຕັ້ງ ຂັ້ນກົມ ຫຼື ທຽບເທົ່າຂັ້ນກົມ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ ແລະການໂຍ້ກຍ້າຍບ່ອນປະຈຳການ ໂດຍພິທີດັ່ງກ່າວ ທ່ານ ປທ ນ. ພອນໄຊ ລາດຊະວົງ ຮອງຫົວໜ້າຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານ 4 ເອກະສານ ຄື:

1). ມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກເລກທີ 78/ຄລສພ, ລົງວັນທີ 22/03/2022 ວ່າດ້ວຍການແຕ່ງຕັ້ງ ທ່ານ ປອ ສາຍຄໍາ ມູນມະນີວົງ  ເປັນຫົວໜ້າຄະນະປັດຊະຍາ,

2). ຂໍ້ຕົກລົງຂອງຫົວໜ້າ ສມປຊ ເລກທີ 525/ສມປຊ, ວັນທີ 11/04/2022 ວ່າດ້ວຍການແຕ່ງຕັ້ງພະນັກງານເຂົ້້າໃສ່ຕໍາແໜ່ງບໍລິຫານຂັ້ນຫົວໜ້າພະແນກ ຫຼື ທຽບເທົ່າ ຈໍານວນ 5 ທ່ານ, ຍິງ 2 ທ່ານ ປະກອບມີ:

1. ທ່ານ ປອ ນ. ພອນມະນີ ບຸນຄໍ້າ  ຮອງຫົວໜ້າພາກວິຊາວິທະຍາສາດການປົກຄອງຂື້ນເປັນຫົວໜ້າພາກວິຊາວິທະຍາສາດການປົກຄອງ ຂື້ນກັບຄະນະບໍລິຫານສາດ,

2. ທ່ານ ປທ ນ. ສຸກສະຫວັນ ປັດໃຈ  ຮອງຫົວໜ້າພາກວິຊາປະຫວັດປັດຊະຍາກ່ອນມາກ-ເລນິນ ຂຶ້ນເປັນຫົວໜ້າພາກວິຊາປະຫວັດປັດຊະຍາກ່ອນມາກ-ເລນິນ ຂື້ນກັບຄະນະປັດຊະຍາ,

3. ທ່ານ ປທ ຄໍາໝັ້ນ ພົມມະຈັນ ຮອງຫົວໜ້າພະແນກກວດກາພັກ ຂື້ນເປັນຫົວໜ້າພະແນກກວດກາພັກ ຂຶ້ນກັບກົມກວດກາ,

4. ທ່ານ ປທ ຄໍາຫຼ້າ ວັນນາຮັກ ຮອງຫົວໜ້າພະແນກຄົ້ນຄວ້າສັງລວມ ຂຶ້ນເປັນຫົວໜ້າພະແນກຄົ້ນຄວ້າສັງລວມ ຂຶ້ນກັບຫ້ອງການ,

5. ທ່ານ ວິໄລສິດ ພົມພັກດີ ຮອງຫົວໜ້າພະແນກພັກ ແລະ ປ້ອງກັນພັກ ຂື້ນເປັນຫົວໜ້າພະແນກພັກ ແລະ ປ້ອງກັນພັກ ຂຶ້ນກັບກົມຈັດຕັ້ງພະນັກງານ,

3). ຂໍ້ຕົກລົງ ຂອງຫົວໜ້າ ສມປຊ ເລກທີ 526/ສມປຊ, ວັນທີ 11/04/2022  ວ່າດ້ວຍການແຕ່ງຕັ້ງ ພະນັກງານເຂົ້າໃສ່ຕໍາແໜ່ງບໍລິຫານ ຂັ້ນຮອງຫົວໜ້າພະແນກ ຫຼືທຽບເທົ່າ ຈໍານວນ 2 ທ່ານ ປະກອບມີ:

1. ທ່ານ ປທ ພອນແກ້ວ ແສງມະນີ ພະນັກງານວິຊາການ ສັງກັດຢູ່ພາກວິຊາວິທະຍາສາດການປົກຄອງ ຂຶ້ນເປັນຮອງຫົວໜ້າ ພະແນກພັກ ແລະປ້ອງກັນພັກ ຂຶ້ນກັບກົມຈັດຕັ້ງ – ພະນັກງານ,

2. ທ່ານ ປທ ໄມຕີ ອິນທະວີຈິດ ພະນັກງານວິຊາການ ພະແນກຄົ້ນຄວ້າວິໄຈຂ່າວ ຂຶ້ນເປັນຮອງຫົວໜ້າພະແນກຄົ້ນຄວ້າວິໄຈຂ່າວ.

11). ວັນທີ 28 ເມສາ 2022 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 136 ປີ ທີ່ສະໂມສອນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໃນພິທີ ທ່ານ ປອ ສາຍຄໍາ ມູນມະນີວົງ ໄດ້ຍົກໃຫ້ເຫັນສະພາບຄວາມເປັນມາຂອງວັນກໍາມະກອນສາກົນ, ຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງກໍາມະກອນສາກົນ​ ທີ່ນັບມື້ເຕີບໃຫຍ່ເຂັ້ມແຂງແລະໄດ້ອອກລະບຽບຫຼັກການກ່ຽວກັບການປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາ ຂອງຊົນຊັ້ນກໍາມະກອນ ແລະຊາວຜູ້ອອກແຮງງານຢ່າງເປັນລະບົບຄົບຊຸດ ແລະຮັດກຸມຂຶ້ນກວ່າເກົ່າ.

12). ວັນທີ 3 ພຶດສະພາ 2022 ທີ່ຫ້ອງວ່າການປົກຄອງ ເມືອງທຸລະຄົມ ແຂວງວຽງຈັນ. ຈຸດປະສົງໃນການລົງກໍ່ສ້າງຮາກຖານໃນຄັ້ງນີ້ ເພື່ອໃຫ້ໄປຕາມໂຄງການຫຼັກສູດ ປະຈໍາສົກຮຽນ 2021-2022 ແລະຍັງເປັນການເສີມຂະຫຍາຍໝູນໃຊ້ຄວາມຮູ້ທາງດ້ານຫຼັກມູນທິດສະດີການເມືອງ-ການປົກຄອງ, ແນວທາງນະໂຍບາຍຂອງພັກ ແລະລະບຽບກົດໝາຍຂອງລັດ ທີ່ໄດ້ສຶກສາຄົ້ນຄວ້າໃນໄລຍະຜ່ານມາ ຢ່າງປະດິດສ້າງ ໃນພຶດຕິກຳຕົວຈິງ.

13). ວັນທີ  27 ພຶດສະພາ 2022 ພິທີ ປະກາດການຈັດຕັ້ງ ຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ຫ້ອງປະຊຸມ ຊັ້ນ 1 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ໃນພິທີ ສະຫາຍ ດວງຕາ ຈູມພາວັນ  ຫົວໜ້າກົມຄຸ້ມຄອງ-ພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 114/ຄລສພ, ລົງວັນທີ 18 ພຶດສະພາ 2022 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຂຶ້ນເປັນຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ສະບັບເລກທີ 115/ຄລສພ, ລົງວັນທີ 18 ພຶດສະພາ 2022 ດ້ວຍການແຕ່ງຕັ້ງ ສະຫາຍ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ຂຶ້ນເປັນຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

14).​ ໃນວັນທີ 9 ມິຖຸນາ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຂ່ຳນັບຮັບຕ້ອນ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍການຕ້ອນຮັບຢ່າງອົບອຸ່ນຈາກສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະພັກ, ຄະນະນຳ, ພະນັກງານ-ຄູອາຈານ ແລະ ນັກສຶກສາ. ໃນການລົງຢ້ຽມຢາມ ແລະ ໂອ້ລົມ ຂອງ ສະຫາຍ ເລຂາທິການໃຫຍ່ ແມ່ນໄດ້ຮັບຟັງ ການລາຍງານຫຍໍ້ ກ່ຽວກັບຜົນງານການເຄື່ອນໄຫວ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ສະຖາບັນ ໄລຍະກາງສະໄໝ ເຊິ່ງໄດ້ມີຜົນສຳເລັດຫຼາຍດ້ານ.

15). ວັນທີ 14 ມິຖຸນາ 2022 ກອງປະຊຸມສໍາມະນາວິທະຍາສາດ ຫົວຂໍ້ “ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານຊາວໜຸ່ມ”.ທີ່ຫ້ອງປະຊຸມ ຊັ້ນ 3 ສູນກາງຊາວໜຸ່ມປະຊາຊົນປິຕິວັດລາວ, ການຈັດກອງປະຊຸມໃນຄັ້ງນີ້ ກໍແມ່ນເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍ ມະຕິຂອງກົມການເມືອງສູນກາງພັກເລກທີ 058/ກມສພ, ລົງວັນທີ 13/12/ 2018 ວ່າດ້ວຍການຄົ້ນຄ້ວາແນວ​ຄິດ​ໄກສອນ ພົມວິຫານ, ທັງເປັນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ ເປັນຕົ້ນແມ່ນ: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ, ວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ, ວັນເດັກນ້ອຍສາກົນຄົບຮອບ 98 ປີ, ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ ແລະພ້ອມທັງເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ປະຊາຊົນ ປະຕິວັດລາວ ທົ່ວປະເທດ ຄັ້ງທີ VIII. ໃນຄໍາເຫັນກ່າວເປີດກອງປະຊຸມສໍາມະນາ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ໄດ້ເນັ້ນໜັກວ່າ “ພັກເຮົາຖືວ່າຊາວໜຸ່ມ ເປັນແຂນຂົວຂອງພັກ, ເປັນກະດູກສັນຫຼັງຂອງຊາດ, ເປັນນົກອິນຊີບໍ່ຫວັ່ນໄຫວຕໍ່ຜະຍຸລົມແດງ ເປັນສິນໄຊຂອງຍຸກສະໄໝ່”.ໃນຕະຫຼອດໄລຍະຜ່ານມາຊາວໜຸ່ມລາວບັນດາເຜົ່າ ໄດ້ມີຄວາມເສຍສະຫຼະ, ອຸທິດເລືອດເນື້ອເຫື່ອແຮງ, ສະຕິປັນຍາ ເພື່ອປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ກໍຄືພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ.

16). ວັນທີ 1 ກໍລະກົດ 2022 ຢູ່ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໄດ້ຈັດພິທີ ເຜີຍແຜ່, ແນະນຳການນຳໃຊ້ ນິພົນໂຮ່ຈີມິນ ຄົບຊຸດ ເຂົ້າໃນການຮຽນ-ການສອນ, ໂດຍພາຍໃຕ້ການເປັນປະທານ ແລະເຜີຍແຜ່, ແນະນໍາ ຂອງ ທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາຄະນະບໍລິຫານງານພັກ, ຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

17). ວັນທີ 6 ກໍລະກົດ 2022 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະສະຖາບັນດິດວິທະຍາສາດສັງຄົມຫວຽດນາມ ໄດ້ຜັນຂະຫຍາຍບົດບັນທຶກການຮ່ວມມື ລະຫວ່າງ ສອງສະຖາບັນພວກເຮົາໄລຍະ 2022-2026, ທີ່ໄດ້ເຊັນສັນຍາການຮ່ວມມືໃນວັນທີ 24/03/2022 ທີ່ຜ່ານມາເພື່ອກະກຽມການຈັດຕັ້ງປະຕິບັດຕົວຈິງ, ທັງສອງຝ່າຍຈຶ່ງໄດ້ຈັດກອງປະຊຸມປຶກສາຫາລື ແຜນການຮ່ວມມືຂຶ້ນ ເພື່ອປຶກສາຫາລືກ່ຽວກັບບັນດາແຜນການ ແລະກິດຈະກຳການຮ່ວມມືຂອງສອງຝ່າຍໃນປີ 2022, ໂດຍຕາງໜ້າໃຫ້ແກ່ຄະນະຜູ້ແທນຝ່າຍລາວໂດຍ: ທ່ານ ປອ ຄຳມອນ ຈັນທະຈິດ ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ພ້ອມດ້ວຍຄະນະໄດ້ກ່າວຕ້ອນຮັບ ທ່ານ ປທ ຫງວຽນ ແທງຮ່າ ຫົວໜ້າກົມຮ່ວມມືສາກົນ ສະຖາບັນດິດວິທະຍາສາດສັງຄົມ, ຫົວໜ້າຄະນະຝ່າຍຫວຽດນາມພ້ອມດ້ວຍຄະນະ.

18). ວັນທີ 22 ກໍລະກົດ 2022ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ປະຈຳສົກຮຽນ 2021-2022, ເພື່ອສະຫຼຸບຕີລາຄາຜົນການຮຽນ-ການສອນ ໃນວັນທີ 22 ກໍລະກົດ 2022 ທີ່ຜ່ານມາ.

19).​ ວັນທີ 28 ກໍລະກົດ 2022. ຄະນະຈັດຕັ້ງສູນກາງພັກມອບອາຄານ ແລະຫໍພັກ ໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ພູໂຂງ ພິລາເພັດ ຫົວໜ້າຫ້ອງການຄະນະຈັດຕັ້ງສູນກາງພັກໄດ້ກ່າວເຖິງສະພາບ ແລະຈຸດພິເສດຂອງອາຄານ ແລະ ຫໍພັກວ່າ: ໃນເມື່ອກ່ອນແມ່ນຄະນະຈັດຕັ້ງສູນກາງພັກນຳໃຊ້ເຂົ້າໃນວຽກງານຝຶກອົບຮົມຈັດຕັ້ງຫຼາຍໆຊຸດ ແລະວຽກງານອື່ນໆ ຢ່າງຕໍ່ເນື່ອງແຕ່ມາຮອດປັດຈຸບັນອີງຕາມສະພາບ ແລະເງື່ອນໄຂວຽກງານແມ່ນມີການປັບປຸງ ແລະປ່ຽນແປງ, ການເຝິກອົບຮົມແມ່ນບໍ່ທັນເປັນລະບົບ ແລະຕໍ່ເນື່ອງ. ສະນັ້ນ, ເພື່ອຄວາມສະດວກໃນການຄຸ້ມຄອງ-ນໍາໃຊ້ ແລະປົກປັກຮັກສາອາຄານສະຖານທີ່ໃຫ້ມີຄວາມຕໍ່ເນື່ອງ ແລະເໝາະສົມກັບສະພາບການເຕີບໃຫຍ່ຂະຫຍາຍຕົວຂອງ ສມປຊ ໃນປັດຈຸບັນຈຶ່ງໄດ້ມອບອາຄານ ແລະຫໍພັກໃຫ້ ສມປຊ ເປັນຜູ້ນຳໃຊ້ເຂົ້າໃນວຽກງານການຮຽນ-ການສອນ ແລະວຽກງານອື່ນໆທີ່ປີ່ນອ້ອມ.
ອາຄານ 1 ຫຼັງ ມີ 04 ຊັ້ນ, ມີ 45 ຫ້ອງ, ຫໍພັກ 1 ຫຼັງ ມີ 04 ຊັ້ນ, ມີຫ້ອງນອນ 96 ຫ້ອງ ແລະມີຫ້ອງນໍ້າ 96 ຫ້ອງ, ເພື່ອເປັນການຢັ້ງຢືນຕໍ່ກັບການມອບ-ຮັບ ທ່ານ ປທ ຄົມວິກິດ ສິມມະລິວົງ ຮອງຫົວໜ້າຫ້ອງການ ສມປຊ ແລະທ່ານ ພູໂຂງ ພິລາເພັດ ຫົວໜ້າຫ້ອງການຄະນະຈັດຕັ້ງສູນກາງພັກ ທັງສອງຝ່າຍໄດ້ເຊັນການມອບ-ຮັບດັ່ງກ່າວເພື່ອເປັນເອກະສານຢັ້ງຢືນຕໍ່ຂັ້ນເທິງ ແລະພາກສ່ວນທີ່ກ່ຽວຂ້ອງ, ພ້ອມທັງຢ້ຽມຊົມສະຖານທີ່ອາຄານ ແລະຫໍພັກດັ່ງກ່າວ.

20). ວັນທີ 22-26 ສິງຫາ 2022 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດກອງປະຊຸມ ສະຫຼຸບຖອດຖອນບົດຮຽນ ຜູ້ບໍລິຫານ-ຄຸ້ມຄອງ ໂຮງຮຽນການເມືອງ-ການປົກຄອງແຂວງ, ນະຄອນຫຼວງ ທີ່ແຂວງຊຽງຂວາງ, ເພື່ອສະຫຼຸບຕີລາຄາການຈັດຕັ້ງການເຄື່ອນໄຫວປະຕິບັດຫຼັກສູດການຮຽນ-ການສອນ ຢູ່ໂຮງຮຽນການເມືອງ ແລະການປົກຄອງແຂວງ, ນະຄອນຫຼວງ ໃນໄລຍະ 1 ປີຜ່ານມາ, ຕີລາຄາຢ່າງພາວະວິໄສຜົນສຳເລັດໃນແຕ່ລະດ້ານ, ຖອດໄດ້ບັນຫາທີ່ຍັງຄົງຄ້າງ, ສາເຫດ ແລະບົດຮຽນໃນການນຳພາ-ຊີ້ນຳ ໃນປີຕໍ່ໜ້າ, ກອງປະຊຸມຈະໄດ້ສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດຂໍ້ກຳນົດວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວ ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ  ແລະຈະໄດ້ພ້ອມກັນດຳເນີນກອງປະຊຸມວິທະຍາສາດພາຍໃຕ້ຫົວຂໍ້: “ຄຸນຄ່າທິດສະດີ ແລະພຶດຕິກຳໃໝ່ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢູ່ທ້ອງຖິ່ນ” ເຊິ່ງມີບົດປະກອບຄໍາເຫັນທັງໝົດ 18 ບົດ ຈາກ 18 ໂຮງຮຽນໃນຂອບເຂດທົ່ວປະເທດ.

21). ໃນວັນທີ 5-9 ກັນຍາ 2022 ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ຮ່ວມມືກັບສະຖາບັນດິດວິທະຍາສາດສັງຄົມຫຽດນາມ ໃນການຮ່ວມມືການຄົ້ນຄວ້າວິທະຍາສາດສະຖາບັນ ເພື່ອໃຫ້ມີຖັນແຖວນັກວິທະຍາສາດ ທີ່ພຽງພໍນັບທັງດ້ານປະລິມານ ແລະຄຸນນະພາບ, ມີວິທີວິທະຍາໃນການຄົ້ນຄວ້າທີ່ເໝາະສົມ ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຕົວຈິງນັບມື້ນັບສູງຂຶ້ນ, ໃນທິໃຫ້ກຽດເປັນປະທານໃນການເຝິກອົບຮົມໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະໃຫ້ກຽດເປັນວິທະຍາກອນບັນຍາຍຈາກຊ່ຽວຊານ ສະຖາບັນດິດວິທະຍາສາດ ສັງຄົມຫຽດນາມ ທ່ານ ຮສ ປອ ເລແທັ່ງຊ່າງ ແລະ ປທ ນ. ຫງວຽນທິມິງເຈົາ, ສຳມະນາກອນເຂົ້າຮ່ວມທັງໝົດມີ 30 ກວ່າທ່ານ ທີ່ໄດ້ເຂົ້າຮ່ວມເຝິກອົບຮົມ, ຮັບຟັງການແນະນໍາ, ຖ່າຍທອດບົດຮຽນ ກ່ຽວກັບວິທວິທະຍາໃນການຄົ້ນຄວ້າວິທະຍາສາດ ໃນຮູບແບບວິເຄາະເຊີງປະລິມານ ແລະຄຸນນະພາບ, ວິທີການຂຽນບົດວິທະຍາສາດສາກົນ ຈາກຊ່ຽວຊານ, ພ້ອມນີ້ ຍັງຈະໄດ້ລົງເລິກເຮັດທົດລອງການສຳຫຼວດ ແລະວິທີນຳໃຊ້ຜົນສຳຫຼວດເຂົ້າໃນການກຳນົດນະໂຍບາຍ, ໃຫ້ຄຳປຶກສາດ້ານນະໂຍບາຍແກ່ພັກ, ລັດ ແລະອົງການຈັດຕັ້ງ. ເນື້ອໃນການເຝິກອົບຮົມນີ້ເປັນບົດຮຽນທີ່ສຳຄັນ ແລະເປັນບັນຫາພື້ນຖານທີ່ນັກວິທະຍາສາດຕ້ອງໄດ້ຮັບຮູ້ ແລະເຂົ້າໃຈຢ່າງເລິກເຊິ່ງເຖິງຖອງ.

23). ວັນທີ 11-16 ກັນຍາ 2022, ຄະນະຜູ້ເເທນ ຂອງສະຖາບັນການເມືອງ ເເລະ ການປົກຄອງເເຫ່ງຊາດ ນໍາໂດຍສະຫາຍ ປອ. ດາວສະຫວັນ ເຄືອມີໄຊ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ເເລະ ການປົກຄອງເເຫ່ງຊາດລາວ ພ້ອມດ້ວຍຄະນະ 9 ທ່ານ ໄດ້ເຂົ້າພົບປະຢ້ຽມຢາມ ເເລະເຮັດວຽກ ຢູ່ສະຖາບັນການເມືອງເເຫ່ງຊາດໂຮ່ຈີມິນ, ຄະນະຜູ້ເເທນທັງສອງຝ່າຍ ໄດ້ປຶກສາ​ຫາລື​ກ່ຽວກັບຫຼາຍບັນຫາ ເຊິ່ງສາມາດສະຫຼຸບໄດ້ບາງບັນຫາທີ່ສໍາຄັນດັ່ງນີ້: 1). ເເລກປ່ຽນບົດຮຽນກ່ຽວກັບການສ້າງຫຼັກສູດຝຶກອົບຮົມທິດສະດີການເມືອງຂັ້ນສູງລະຫວ່າງ ຫວຽດນາມ-ລາວ. 2). ເເລກປ່ຽນບົດຮຽນກ່ຽວກັບເເຜນການຮ່ວມມືລະຫວ່າງສອງສະຖາບັນ. 3). ເເລກປ່ຽນບົດຮຽນກ່ຽວກັບການກະກຽມໂຄງການການເມືອງຂອງພັກ. 4). ເເລກປ່ຽນບົດຮຽນກ່ຽວກັບການຂຸດຄົ້ນ ເເລະ ສໍາເນົາເອກະສານ, ເກັບກໍາຂໍ້ມູນກ່ຽວກັບປະທານ ໄກສອນ ພົມວິຫານ. 5). ເເລກປ່ຽນບົດຮຽນກ່ຽວກັບການກະກຽມສ້າງນິພົນຄົບຊຸດ.

24). ວັນທີ 1 ພະຈິກ 2022 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ກົມຄຸ້ມຄອງຊັບສິນແຫ່ງລັດ, ກະຊວງການເງິນຕິດແຜ່ນກາໝາຍການນໍາໃຊ້ລົດຂອງລັດ ເພື່ອເປັນການເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021.

25). ວັນທີ 4 ພະຈິກ ພິທີປິດເຝິກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ໃຫ້ແກ່ເລຂາພັກເມືອງ ແລະຄະນະປະຈໍາພັກເມືອງ ໃນຂອບເຂດທົ່ວປະເທດ ຊຸດທີ V.

26). ວັນທີ 11 ພະຈິກ 2022 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມອບໃບຢັ້ງຢືນ ທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ I ທີ່ໄດ້ສຳເລັດການສຶກສາຮ່ຳຮຽນເປັນໄລະຍະເວລາ 3 ເດືອນ ( 15 ສິງຫາ-15 ພະຈິກ), ຫຼັກສູດທິດສະດີການເມືອງຂັ້ນຕົ້ນເປັນຫຼັກສູດ ທີ່ຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານທິດສະດີການເມືອງ, ແນວຄິດ ໄກສອນ ພົມວິຫານ, ແນວທາງນະໂຍບາຍຂອງພັກ, ການຄຸ້ມຄອງຂອງລັດ, ເຮັດໃຫ້ເປົ້າ​ໝາຍ​ຜູ້​ເຂົ້າ​ຮຽນມີແນວຄິດທັດສະນະຫຼັກໝັ້ນຊົນຊັ້ນກໍາມະກອນ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຊື່ອໝັ້ນຕໍ່ອຸດົມການກໍຄືພາລະກິດປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ, ມີ​ຄຸນ​ສົມ​ບັດ​ສິນ​ທຳ​ປະ​ຕິ​ວັດ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດຕໍ່​ປະ​ຊາ​ຊົນ, ມີຄວາມຫ້າວຫັນເປັນແບບຢ່າງໃນທຸກໆ ວຽກງານທີ່ຕົນຮັບຜິດຊອບ, ເຮັດໃຫ້ການປະຕິບັດໜ້າທີ່ວຽກງານຂອງຕົນນັບມື້ນັບມີຄຸນນະພາບສູງຂຶ້ນ.

27). ວັນທີ 14 ພະຈິກ 2022 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປະດັບຫຼຽນໄຊ ແລະຫຼຽນກາ ໃຫ້ແກ່ການນໍາ, ພະນັກງານ, ຄູ-ອາຈານ ແລະກົມກອງລວມໝູ່ ຂອງສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ສສ ຫວຽດນາມ ໃນໂອກາດສະເຫຼີມສະຫຼອງສອງວັນປະຫວັດສາດແຫ່ງ ການພົວພັນລາວ-ຫວຽດນາມ ຄົບຮອບ 60 ປີ (5 ກັນຍາ 1962 – 5 ກັນຍາ 2022) ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ແລະຄົບຮອບ 45 ປີ (18 ກໍລະກົດ 1977 – 18 ກໍລະກົດ 2022) ຂອງການເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລາວ-ຫວຽດນາມ ຢ່າງເປັນຂະບວນຟົດຟື້ນ.

28). ວັນທີ 30 ພະຈິກ 2022 ພິທີເປີດຊຸດຮຽນ ທິດສະດີການເມືອງຂັ້ນສູງ ຮຸ່ນທີ I ເພື່ອເຮັດໃຫ້ແຜນການຮຽນ-ການສອນທິດສະການເມືອງຂັ້ນສູງ 9 ເດືອນ ຮຸ່ນທີ I ເຊິ່ງເປັນຊຸດປະຖົມມະລືກ ແລະທັງຕອບສະໜອງໄດ້ທາງດ້ານເນຶ້ອໃນ, ຄູ-ອາຈານ ແລະການບໍລິຫານຄຸ້ມຄອງແກ່ຊຸດຮຽນ, ຮັບປະກັນໄດ້ທາງດ້ານປະລິມານ, ຄຸນນະພາບ, ເວລາ ແລະມີຜົນສໍາເລັດທີ່ໄດ້ກຳນົດໄວ້ໃນແຜນການຮຽນ-ການສອນທຸກປະການ. ສະນັ້ນ, ອີງຕາມມະ​ຕິຕົກລົງຂອງ ​ເລ​ຂາ​ຄະນະສູນ​ກາງ​ພັກສະ​ບັບ​ເລກ​ທີ 244/ຄ​ລ​ສ​ພ, ລົງ​ວັນ​ທີ 24 ພະ​ຈິກ 2022 ວ່າ​ດ້ວຍ​ການ​ອະ​ນຸ​ມັດ​ພະ​ນັກ​ງານ​ນຳ​ພາ​-ຄຸ້ມ​ຄອງ​ໄປ​ບຳ​ລຸງ​ທິດ​ສະ​ດີ​ການ​ເມືອງລະ​ບົບ 9 ເດືອນ ຮຸ່ນທີ I ຢູ່ສະ​ຖາ​ບັນ​ການ​ເມືອງ ​ແລະການ​ປົກຄອງ​ແຫ່ງ​ຊາດປະຈຳສົກປີ 2022-2023, ໃນພິທີໄດ້ຮັບຟັງແຜນການເຄື່ອນໄຫວການຮຽນ-ການສອນ ຕະຫຼອດໄລຍະ 9 ເດືອນ ຈາກທ່ານ ປທ ແສງແກ້ວ ວົງລໍາພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນເປັນຕົ້ນແມ່ນ:  ຈຸດພິເສດການສ້າງເນື້ອໃນຫຼັກສູດນີ້ ​ແມ່ນໄດ້​ຮັບ​ການ​ກຳນົດ​ຢ່າງ​​ເປັນ​ລະບົບ, ຜ່ານ​ການ​ໄປເກັບກໍາຂໍ້​ມູນທັງພາຍໃນ ແລະຕ່າງປະເທດ, ມີການປຶກສາຫາລືຫຼາຍຝ່າຍ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ຄວາມຈໍາເປັນທີ່ຈະຕ້ອງໄດ້ຮຽນຮູ້ ແລະເຂົ້າໃຈຢ່າງເລິກເຊິ່ງ ສໍາລັບສະມາຊິກພັກທັງຢູ່ສູນກາງ ແລະທ້ອງຖິ່ນ.

30). ວັນທີ 5 ທັນວາ 202 2 ພັກ-ລັດຖະບານ ສສ ຫວຽດນາມ ປະດັບຫຼຽນໄຊ ແລະຫຼຽນກາ ໃຫ້ແກ່ການນໍາ, ພະນັກງານ, ຄູ-ອາຈານ ແລະກົມກອງລວມໝູ່ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໃນນີ້ໄດ້ມອບຫຼຽນໄຊເອກະລາດຊັ້ນ II 1 ທ່ານ, ຫຼຽນໄຊແຮງງານຊັ້ນ I 1 ທ່ານ, ຫຼຽນໄຊແຮງງານຊັ້ນ II 2 ກົມກອງ ແລະ 2 ທ່ານ, ຫຼຽນໄຊແຮງງານຊັ້ນ III 1 ກົມກອງ ແລະ 1 ທ່ານ, ຫຼຽນໄຊມິດຕະພາບ 15 ທ່ານ, ຫຼຽນກາມິດຕະພາບ 10 ທ່ານ, ຫຼຽນກາທີ່ລະນຶກ 10 ທ່ານ.

31). ວັນທີ 22 ທັນວາ 2022 ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ປະກາດຜະລິດຕະພັນການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ຢູ່ປະເທດເຮົາ

ສັງລວມຂ່າວສານ: ຕາອັອດ ແສນທະວີສຸກ
ກວດແກ້: ປທ ບຸນປັນ ສຸມຸນທອງ