ຂ່າວຫຼ້າສຸດ

ກອງ​ປະ​ຊຸມກວດ​ກາ​ໜ່ວຍພັກ ໂຮງ​ຮຽນ​ການ​ເມືອງ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ ປະຈຳລາວ ຈັດຕັ້ງການສາຍ ຮູບເງົາ  “ຂ້ອຍ ແລະ ບ້ານເກີດຂອງຂ້ອຍ” ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນ VII ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໝ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະແຕ່ງຕັ້ງຫົວໜ້າຂະແໜງ ແລະຮອງຫົວໜ້າຂະແໜງ. ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ໃຫ້ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ V

ເພື່ອເປັນການສືບຕໍ່ແຜນການບຳລຸງ-ກໍ່ສ້າງ ສະມາຊິກພັກ ພະນັກງານໃຫ້ມີຄວາມຮູ້ທິດສະດີ ແລະສ້າງຄວາມຮັບຮູ້ເຂົ້າໃຈຢ່າງເປັນເອກະພາບ ກ່ຽວກັບທິດສະດີການເມືອງໃຫ້ແກ່ສະມາຊິພັກທີ່ເປັນພະນັກງານນໍາພາ-ຄຸ້ມຄອງຂັ້ນຕ່າງໆ ຂອງພັກ-ລັດ ແລະອົງການຈັດຕັ້ງມະຫາຊົນ ມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ມີທັດສະນະຫຼັກໝັ້ນການເມືອງ, ຖືເອົາທິດສະດີການເມືອງ ເປັນພື້ນຖານໃນການເສີມຂະຫຍາຍທັດສະນະປະຕິວັດໃຫ້ໜັກແໜ້ນຂຶ້ນຕື່ມ. ສະນັ້ນ, ຕອນເຊົ້າຂອງວັນທີ 14 ສິງຫາ 2025 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດຊຸດຮຽນທິດສະດີການເມືອງຂັ້ນກາງ ຮຸ່ນທີ V ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານ ຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປະກາດການຈັດຕັ້ງພະນັກງານ ອອກພັກການຮັບອຸດໜູນບຳນານ

ໃນວັນທີ 14 ສິງຫາ 2025 ​ຢູ່​ທີ່​ຫ້ອງປະຊຸມ (ຕຶກສູນຂໍ້ມູນຂ່າວສານ)​ ໄດ້ຈັດຕັ້ງພິທີປະກາດການຈັດຕັ້ງພະນັກງານອອກພັກການຮັບອຸດໜູນບໍານານ ໂດຍ​ການ​ເປັນ​ປະທານ ​ຂອງ​ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະພັກ-ຄະນະອໍານວຍການ ແລະພະນັກງານ-ລັດຖະກອນ ຂັ້ນກົມ, ຂັ້ນພະແນກ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ. ໃນ​ພິທີ​ ທ່ານ ປທ ນ. ພອນໄຊ ລາດຊະວົງ…

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີລາຍງານເພີ່ມ ໃນຫົວຂໍ້: “ພາລະບົດບາດ ຂອງທະນາຄານແຫ່ງ ສປປ ລາວ ແລະການຄຸ້ມຄອງທະນາຄານທຸລະກິດ ຢູ່ສາຂາພາກເໜືອ ແຂວງຊຽງຂວາງ”

ໃນຕອນແລງວັນທີ 6 ສິງຫາ 2025 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີລາຍງານເພີ່ມ ໃນຫົວຂໍ້: “ພາລະບົດບາດ ຂອງທະນາຄານແຫ່ງ ສປປລາວ ແລະການຄຸ້ມຄອງທະນາຄານທຸລະກິດ ຢູ່ສາຂາພາກເໜືອ ແຂວງຊຽງຂວາງ”.ພາຍໃຕ້ການເປັນປະທານ ຂອງທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ, ມີທ່ານ ສອນສະຫວັນ ສໍພາບມີໄຊ ຮອງຫົວໜ້າສາຂາທະນາຄານແຫ່ງ ສປປ…

ຊົມເຊີຍ ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າວັນທີ 8 ສິງຫາ 2025 ເປັນເວລາ 1 ວັນເຕັມ ທີ່ສະໂມສອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພາຍໃຕ້ຄໍາຂວັນ: “ຍົກສູງຄວາມສາມາດນໍາພາຮອບດ້ານ ຂອງອົງຄະນະພັກ, ສ້າງການຫັນປ່ຽນໃນວຽກງານບໍາລຸງ-ກໍ່ສ້າງພະນັກງານ, ຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ໃນທົ່ວລະບົບໂຮງຮຽນພັກ ຢ່າງແຂງແຮງ, ເລິກເຊິ່ງ,…

ຂ່າວອື່ນໆ