ຂ່າວຫຼ້າສຸດ

ກອງ​ປະ​ຊຸມກວດ​ກາ​ໜ່ວຍພັກ ໂຮງ​ຮຽນ​ການ​ເມືອງ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ ປະຈຳລາວ ຈັດຕັ້ງການສາຍ ຮູບເງົາ  “ຂ້ອຍ ແລະ ບ້ານເກີດຂອງຂ້ອຍ” ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນ VII ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໝ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະແຕ່ງຕັ້ງຫົວໜ້າຂະແໜງ ແລະຮອງຫົວໜ້າຂະແໜງ. ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ໃຫ້ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

ພິທີປິດ-ເປີດຊຸດຮຽນທິດສະດີການເມືອງ ​ຂັ້ນ​ຕົ້ນ ແລະຂັ້ນ​ກາງຂອງໂຮງ​ຮຽນ​ການ​ເມືອງ ​ແລະ ​ການ​ປົກ​ຄອງ​ ແຂວງໄຊ​ຍະ​ບູ​ລີ​

ໃນ​ຕອນ​ບ່າຍ​ຂອງວັນທີ 19 ສິງ​ຫາ 2025 ນີ້​ ຢູ່ທີ່ໂຮງ​ຮຽນ​ການ​ເມືອງ ​ແລະ ​ການ​ປົກ​ຄອງ​ ແຂວງໄຊ​ຍະ​ບູ​ລີ ໄດ້​ມີ​ພິ​ທີ​ຈັດມອບ​ຮັບໃບ​ຢັ້ງ​ຢືນທິດສະດີການເມືອງ ໃຫ້ແກ່ຊຸດ​ຮຽນ​ທິດ​ສະດີ​ການ​ເມືອງ​ຂັ້ນ​ຕົ້ນຮຸ່ນ​ທີ V ແລະ ຂັ້ນ​ກາງ​ຮຸ່ນ​ທີ III ຂື້ນ​ຢູ່ທີ​ຫ້ອງ​ປະ​ຊຸມ​ໃຫຍ່​ ຂອງ​ແຂວງໄຊ​ຍະ​ບູ​ລີ. ພ້ອມ​ດຽວ​ກັນ​ນີ້​ຍັງ​ໄດ້​ເປີດ​ຊຸດ​ຮຽນ​ທິດ​ສະ​ດີ​ການ​ເມືອງ​ຂັ້ນ​ຕົ້ນ​ຮຸ່ນ​ທີ VI ແລະ ຂັ້ນ​ກາງ​ຮຸ່ນ​ທີ IV, ໃນ​ພິ​ທີ​ປິດ-ເປີດຊຸດ​ຮຽນຄັ້ງ​ນີ້ ໄດ້​ຮັບ​ກຽດ​ເປັນ​ປະ​ທານ ໂດຍ​ທ່ານ ປອ ດາວສະຫວັນ​ ເຄືອ​ມີ​ໄຊ ຮອງ​ເລ​ຂາຄະ​ນະ​ບໍ​ລິ​ຫານ​ງານ​ພັກ, ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​ການ​ເມືອງ…

ຄະນະພັກ-ຄະນະນໍາສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດອວຍພອນ ເນື່ອງໃນໂອກາດລະນຶກ ຄົບຮອບ 80 ປີ ວັນໄຊຊະນະການປະຕິວັດ ເດືອນສິງຫາ (19/8/1945 – 19/8/2025) ແລະ ວັນສະຖາປະນາ ສສ ຫວຽດນາມ (2/9/1945 – 2/9/2025).

ໃນຕອນແລງຂອງວັນທີ 20 ສິງຫາ 2025, ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ນຳພາຄະນະ ໄປອວຍພອນ ທ່ານ ຫງວຽນ ມິງ ເຕີມ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດລະນຶກ ຄົບຮອບ 80 ປີ…

ກອງປະຊຸມສໍາມະນາວິຊາການສາກົນກ່ຽວກັບ “ບົດຮຽນການກໍາອໍານາດ ຂອງພັກການເມືອງມາກຊິດ-ເລນິນນິດ” ຄັ້ງທີ VI

ກອງປະຊຸມສຳມະນາສາກົນ ຮ່ວມລະຫວ່າງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ນຳໂດຍ ທ່ານ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມະຫາວິທະຍາໄລແຫ່ງຊາດ (ມຊ) ນຳໂດຍ ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ເລຂາພັກ ແລະ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດລາວ ແລະສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ…

ພິທີ​ເປີດ​ຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ຊຸດທີ XXIII ໃຫ້ເລຂາພັກບ້ານ, ອົງການປົກຄອງບ້ານ ຢູ່ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ

ໃນຕອນເຊົ້າ ຂອງວັນ​ທີ 12 ສິງຫາ 2025 ທີ່ຫ້ອງປະຊຸມ ຂອງໂຮງຮຽນການເມືອງ ແລະການປົກຄອງ ແຂວງຫຼວງນໍ້າທາ ໄດ້​ຈັດ​ພິທີ​ເປີດ​ຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ຊຸດທີ XXIII ໃຫ້ເລຂາພັກບ້ານ, ອົງການປົກຄອງບ້ານ ຢູ່ເມືອງຫຼວງນ້ຳທາ ແຂວງຫຼວງນໍ້າທາ. ໂດຍ​ເປັນ​ປະທານ ຂອງ​ທ່ານ ປທ ຄຳສີ ດັງສະໄຫວ​ ​ເລຂາ​ໜ່ວຍ​ພັກ, ຫົວໜ້າ​ໂຮງຮຽນ​ການ​ເມືອງ ​ແລະ​ການ​ປົກຄອງ​ແຂວງ. ​ເປັນ​ກຽດ​ເຂົ້າ​ຮ່ວມ ຂອງ​ທ່ານ ວຽງສະຫວັດ…

ຂ່າວອື່ນໆ