ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຕ້ອນຮັບຄະນະຜູ້ແທນ ຈາກສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ສສ ຫວຽດນາມ ລົງຢ້ຽມຢາມ ແລະເຮັດວຽກ ຢູ່ ສປປ ລາວ
ໃນຕອນແລງວັນທີ 27 ສິງຫາ 2025 ທີ່ຫ້ອງຮັບແຂກຊັ້ນ 5 ຕຶກ 5 ຊັ້ນ, ພາຍຫຼັງຄະນະຜູ້ແທນຈາກ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ສສ ຫວຽດນາມ ໄດ້ເຂົ້າຢ້ຽມຢາມ ແລະຂໍານັບ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ຢູ່ທີ່ຊັ້ນ 4 ຫ້ອງປະຊຸມອອນລາຍທາງໄກຢູ່ທີ່ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງໄດ້ຈັດ ກອງປະຊຸມພົບປະສອງຝ່າຍກັບຄະນະຮັບຜິດຊອບໂຄງການຝ່າຍລາວ…
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມຮັບຟັງການບັນຍາຍທາງດ້ານວິຊາການ ເພື່ອສົ່ງເສີມຄວາມຮູ້, ຄວາມເຂົ້າໃຈກ່ຽວກັບກົດໝາຍການປົກຄອງ
ໃນວັນທີ 26 ສິງຫາ 2025 ທີ່ຜ່ານມາ ເອກອັກຄະລັດຖະທູດແຫ່ງຣາຊະອານາຈັກໄທ ປະຈຳສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນກຽດຮັບເຊີນເຂົ້າຮ່ວມຮັບຟັງການບັນຍາຍທາງວິ ຊາການເພື່ອສົ່ງເສີມຄວາມຮູ້, ຄວາມເຂົ້າໃຈກ່ຽວກັບຫຼັກກົດໝາຍການປົກຄອງ ຜ່ານທາງລະບົບອອນໄລ ເພື່ອສົ່ງເສີມຄວາມຮູ້, ຄວາມເຂົ້າໃຈກ່ຽວກັບຫຼັກກົດໝາຍການປົກຄອງ ໃຫ້ແກ່ບຸກຄະລາກອນ ຂອງສານປະຊາຊົນສູງສຸດ ໂດຍຜ່ານທາງລະບົບອອນໄລ ຢູ່ທີ່ ຫ້ອງປະຊຸມທາງໄກ ຕຶກສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ ເຊິ່ງມີຫຼາຍພາກສ່ວນທີ່ເຂົ້າຮ່ວມຄື: ອົງການໄອຍະການປະຊາຊົນສູງສຸດ, ກຳມາທິການຍຸຕິທໍາຂອງສະພາແຫ່ງຊາດ, ກະຊວງຍຸຕິທຳ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ແລະຄະນະນິຕິສາດ-ລັດຖະສາດ,…
ໂຮງຮຽນການເມືອງ-ການປົກຄອງ ແຂວງຫຼວງນໍ້າທາ ຈັດພິທີປິດຝືກອົບຮົມທິດສະດີການເມືອງ-ການປົກຄອງ ໃຫ້ເລຂາຄະນະພັກບ້ານ, ນາຍບ້ານ ໄລຍະ 10 ວັນ ຊຸດທີ XXIII
ໃນວັນທີ 22 ສິງຫາ 2025 ຢູ່ທີ່ໂຮງຮຽນການເມືອງ-ການປົກຄອງ ແຂວງຫຼວງນໍ້າທາ ໄດ້ຈັດພິທີປິດຝືກອົບຮົມທິດສະດີການເມືອງ-ການປົກຄອງ ໃຫ້ເລຂາຄະນະພັກບ້ານ, ນາຍບ້ານ ໄລຍະ 10 ວັນ ຊຸດທີ XXIII ໂດຍການເປັນປະທານ ຂອງ ທ່ານ ຄໍາສີ ດັງສະໄຫວ ຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງຫຼວງນໍ້າທາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫຼວງນໍ້າທາ, ທ່ານ ບູນໂຄງ ພິມມະສອນ…
ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ ເຂົ້າຢ້ຽມຢາມຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ
ໃນຕອນແລງວັນທີ 21 ສິງຫາ 2025, ເວລາ 3:00 ທີ່ຫ້ອງຮັບແຂກ ຊັ້ນ 5 ຕຶກ 5 ຊັ້ນ ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະເຂົ້າຢຽມຢາມຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ກຽດຕ້ອນຮັບໂດຍ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ,…

