ໃນວັນທີ 26 ສິງຫາ 2025 ທີ່ຜ່ານມາ ເອກອັກຄະລັດຖະທູດແຫ່ງຣາຊະອານາຈັກໄທ ປະຈຳສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນກຽດຮັບເຊີນເຂົ້າຮ່ວມຮັບຟັງການບັນຍາຍທາງວິ ຊາການເພື່ອສົ່ງເສີມຄວາມຮູ້, ຄວາມເຂົ້າໃຈກ່ຽວກັບຫຼັກກົດໝາຍການປົກຄອງ ຜ່ານທາງລະບົບອອນໄລ ເພື່ອສົ່ງເສີມຄວາມຮູ້, ຄວາມເຂົ້າໃຈກ່ຽວກັບຫຼັກກົດໝາຍການປົກຄອງ ໃຫ້ແກ່ບຸກຄະລາກອນ ຂອງສານປະຊາຊົນສູງສຸດ ໂດຍຜ່ານທາງລະບົບອອນໄລ ຢູ່ທີ່ ຫ້ອງປະຊຸມທາງໄກ ຕຶກສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ ເຊິ່ງມີຫຼາຍພາກສ່ວນທີ່ເຂົ້າຮ່ວມຄື: ອົງການໄອຍະການປະຊາຊົນສູງສຸດ, ກຳມາທິການຍຸຕິທໍາຂອງສະພາແຫ່ງຊາດ, ກະຊວງຍຸຕິທຳ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ແລະຄະນະນິຕິສາດ-ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ.

         ໃນກອງປະຊຸມດັ່ງກ່າວ, ຕາງໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແມ່ນຄະນະບໍລິຫານສາດ ນຳໂດຍ: ທ່ານ ປທ ນ. ອານົງ ຂັນທະຍົງ ຮອງຫົວໜ້າຄະນະບໍລິຫານສາດ ພ້ອມດ້ວຍ ຄູ-ອາຈານໃນຄະນະ 4 ທ່ານ ເຂົ້າຮ່ວມຮັບຟັງການບັນຍາຍຂອງ ທ່ານ ສຸຊາດ ມົງຄົນເລີດລົບ, ຮອງປະທານສານປົກຄອງສູງສຸດ ໃນຫົວຂໍ້: “ກໍລະນີສຶກສາຄະດີສິ່ງແວດລ້ອມຂອງສານປົກຄອງໄທ” ແລະ ທ່ານ ອານຸຊາ ຮຸນສະຫວັດດິກຸນ, ຕຸລາການສານປົກຄອງສູງສຸດ ໃນຫົວຂໍ້: “ການບັງຄັບ ໃຫ້ປະຕິບັດຕາມຄໍາພິພາກສາຂອງສານປົກຄອງ”.

ເຊິ່ງທັງ 2 ຫົວຂໍ້ດັ່ງກ່າວ, ມີຄວາມສໍາຄັນຂອງສານປົກຄອງ ໃນລະບົບກົດໝາຍ ແມ່ນ​ກົນ​ໄກ​ຫຼັກ​ໃນ​ການກວດກາ​ການ​ໃຊ້​ອຳນາດ​ລັດ​ຕາມ​ກົດໝາຍ, ລະບຽບ​ກົດໝາຍ, ການປົກປ້ອງສິດ ແລະເສລີພາບຂອງພົນລະເມືອງ ເມື່ອຖືກລະເມີດໂດຍການໃຊ້ອຳນາດບໍລິຫານທີ່ຜິດກົດໝາຍ, ສິດທິເອກະຊົນເພື່ອຮັບປະກັນຄວາມໂປ່ງໃສ ແລະຍຸຕິທໍາໃນລະບົບການປົກຄອງ. ນອກນັ້ນ, ຍັງມີບົດບາດການບັງຄັບໃຊ້ຄຳພິພາກສາໃນການປົກປ້ອງສິດຂອງພົນລະເມືອງ, ການບັງຄັບໃຊ້ຄໍາຕັດສິນແມ່ນ “ຂັ້ນຕອນສຸດທ້າຍ” ທີ່ຮັບປະກັນສິດທິຂອງພົນລະເມືອງ ທີ່ໄດ້ຮັບໂດຍການຕັດສິນໄດ້ຖືກຮັບຮູ້ໃນການປະ ຕິບັດ.

ຕໍ່ກັບການເຂົ້າຮ່ວມຂອງຄະນະບໍລິຫານສາດ ທີ່ໄດ້ຕາງໜ້າໃຫ້ ສມປຊ ໃນຄັ້ງນີ້ ແມ່ນໄດ້ບົດຮຽນ, ປະສົບການ ແລະຂໍ້ມູນຂ່າວສານ ເພື່ອເປັນການແລກປ່ຽນຂອງຂໍ້ມູນສານປົກຄອງໄທ ຕໍ່ກັບຂໍ້ມູນຂ່າວສານເບື່ອງ ສມປຊ ໃນການສົມທຽບບົດຮຽນຂອງການປົກຄອງ. ດັ່ງນັ້ນ, ການເສີມສ້າງກົນໄກຕິດຕາມການມີສ່ວນຮ່ວມ ຂອງຊຸມຊົນ ແລະ ຄວາມຮ່ວມມື ຂອງພາກລັດຈຶ່ງເປັນສິ່ງຈຳເປັນຢ່າງຫຼາຍ.


ຂ່າວ: ປທ ຕາອັອດ ແສນທະວີສຸກ
ຮູບພາບ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ