ກອງປະຊຸມການບັນຍາຍກ່ຽວກັບການຂໍຕໍາແໜ່ງຄູ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ
ໃນຕອນເຊົ້າວັນທີ 2 ກັນຍາ 2025 ທີ່ຫ້ອງປະຊຸມຊັ້ນ 1 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ໄດ້ຈັດກອງປະຊຸມການບັນຍາຍກ່ຽວກັບການຂໍຕໍາແໜ່ງຄູ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໃຫ້ກຽດບັນຍາຍໂດຍ: ທ່ານ ວົງເພັດ ເພັດສະຫວັນ ວິຊາການ ຫ້ອງການສະພາການສຶກສາຊັ້ນສູງ ແລະ ທ່ານ ສີວັນ ພົນອາສາ ວິຊາການພະແນກສົ່ງເສີມການຄົ້ນຄວ້າວິທະຍາສາດ, ມີພະນັກງານ, ຄູ-ອາຈານ ແລະແຂກທີ່ຖືກເຊີນເຂົ້າຮ່ວມທັງໜົດ 25 ກວ່າທ່ານ. ໃນການຈັດກອງປະຊຸມບັນລະຍາຍໃນຄັ້ງນີກໍ່ເພື່ອເຊື່ອມຊຶມ…
ພິທີມອບ-ຮັບໜ້າທີ່ໃໝ່ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ລະຫວ່າງ ຜູ້ເກົ່າ ແລະຜູ້ໃໝ່
ໃນວັນທີ 29 ສີງຫາ 2025 ທີ່ຜ່ານມາໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບໜ້າທີ່ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ລະຫວ່າງ ຜູ້ເກົ່າ ແລະຜູ້ໃໝ່, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ: ທ່ານ ສົມຫວັງ ແກ້ວວິໄລສັກ ຄະນະປະຈຳພັກແຂວງ, ປະທານກວດກາພັກ-ລັດແຂວງ, ປະທານຕ້ານ ແລະສະກັດກັ້ນການສໍ້ລາດບັງຫຼວງຂັ້ນແຂວງ, ມີຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງກໍ່ໄດ້ເຂົ້າຮ່ວມ, ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສືກສາພາຍໃນໂຮງຮຽນກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດດຽວກັນນີ້ ທ່ານ ປອ.…
ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນທີ V ຢູ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ.
ໃນຕອນເຊົ້າ ຂອງວັນທີ 29 ສິງຫາ 2025 ຢູ່ທີ່ຫ້ອງປະຊຸມໂຮງຮຽນມສ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ໄດ້ຈັດພິທີມອບໃບຢັ້ງຢືນ ແລະພ້ອມທັງປິດຊຸດຮຽນທິດສະດີການເມືອງ-ການປົກຄອງລະ ບົບຂັ້ນຕົ້ນຮຸ່ນທີ V, ໂດຍການເປັນປະທານ ຂອງທ່ານ ປທ ແສງ ເຊືອຍສົມບັດຮອງເລຂາໜ່ວຍພັກ, ຮອງຫົວໜ້າໂຮງຮຽນການເມືອງ ແລະການປົກຄອງ, ໃຫ້ກຽດເຂົ້າຮ່ວມໃນພິທີ ເປັນກຽດເຂົ້າຮ່ວມ ຂອງທ່ານ ນາງ ເຮືອຍ ສົມຫັວງ ຮອງເລຂາພັກມືອງ ຫົວໜ້າຄະນະຈັດຕັ້ງ ເມືອງວຽງພູຄາ, ມີແຂກຖືກເຊີນ, ຕະຫຼອດຮອດພະນັກງານຄູ-ອາຈານ…
ພິທີມອບປຶ້ມໃຫ້ພະແນກຫໍສະໝຸດ ສມປຊ
ໃນຕອນແລງ ຂອງວັນທີ 26 ສິງຫາ 2025 ມີພິທີມອບ-ຮັບປື້ມຈາກຫໍສະໝຸດແຫ່ງຊາດ ເຊຶ່ງມອບໂດຍ: ທ່ານ ນາງ ບົວພາ ພຸດສະດີ ຕາງໜ້າໃຫ້ຫໍສະໝຸດແຫ່ງຊາດ ແລະຮັບໂດຍ: ທ່ານ ປທ ນາງ ພາວັນ ວິລະວົງ ຫົວໜ້າພະແນກຫໍສະໝຸດພ້ອມດ້ວຍພະນັກງານ, ຄູ-ອາຈານ ພາຍໃນພະແນກ ເຊຶ່ງປື້ມດັ່ງກ່າວປະກອບມີປຶ້ມກ່ຽວກັບການເຕົ້າ ໂຮມການປະຕິວັດລາວ ຢູ່ທີ່ແຂວງຫົວພັນ ແລະແຂວງຜົ້ງສາລີຈໍານວນ 20ຫົວ, ປຶ້ມມູນເຊື້ອຄະຕິຄຳສອນບູຮານລາວສະໄໝລ້ານຊ້າງຈໍານວນ 20ຫົວ ແລະປຶ້ມມູນເຊື້ອສືບທອດການແຕ່ງດອງ ຂອງຊົນເຜົ່າໃນລາວຈໍານວນ…

