ໃນຕອນແລງ ຂອງວັນທີ 26 ສິງຫາ 2025 ມີພິທີມອບ-ຮັບປື້ມຈາກຫໍສະໝຸດແຫ່ງຊາດ ເຊຶ່ງມອບໂດຍ: ທ່ານ ນາງ ບົວພາ ພຸດສະດີ ຕາງໜ້າໃຫ້ຫໍສະໝຸດແຫ່ງຊາດ ແລະຮັບໂດຍ: ທ່ານ ປທ ນາງ ພາວັນ ວິລະວົງ ຫົວໜ້າພະແນກຫໍສະໝຸດພ້ອມດ້ວຍພະນັກງານ, ຄູ-ອາຈານ ພາຍໃນພະແນກ ເຊຶ່ງປື້ມດັ່ງກ່າວປະກອບມີປຶ້ມກ່ຽວກັບການເຕົ້າ ໂຮມການປະຕິວັດລາວ ຢູ່ທີ່ແຂວງຫົວພັນ ແລະແຂວງຜົ້ງສາລີຈໍານວນ 20ຫົວ, ປຶ້ມມູນເຊື້ອຄະຕິຄຳສອນບູຮານລາວສະໄໝລ້ານຊ້າງຈໍານວນ 20ຫົວ ແລະປຶ້ມມູນເຊື້ອສືບທອດການແຕ່ງດອງ ຂອງຊົນເຜົ່າໃນລາວຈໍານວນ 5ຫົວ ລວມເປັນມູນຄ່າ 9.000.000 ກີບ.
ເຊິ່ງປຶ້ມດັ່ງກ່າວຖືວ່າເປັນເອກະສານທີ່ມີຄູນຄ່າເພື່ອຮັບໃຊ້ໃຫ້ແກ່ການຮຽນ-ການສອນຂອງຄູ-ອາຈານແລະນັກ ສຶກສາລະບົບຮຽນຕ່າງໆ.
ຂ່າວ: ທ່ານ ປທ ນາງ ພາວັນ ວິລະວົງ
ພາບ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ
